Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນເຖິງສະຫາຍເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ
...........................
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງເຖິງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນເມື່ອວັນທີ 30 ມິຖຸນາ 2021 ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງສະຫາຍ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ນັບແຕ່ມື້ໄດ້ຮັບການສ້າງຕັ້ງກ່ອນໜ້ານີ້ໜຶ່ງສັດຕະວັດ, ພັກກອມມູນິດຈີນ ໄດ້ເຕີບໃຫຍ່ ເຂັ້ມແຂງ ຢ່າງຍໍ່ຢຸດຢັ້ງ, ພັກ ໄດ້ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ມີຄວາມຮັບຜິດຊອບຢ່າງເດັດຂາດ ຕໍ່ ພາລະກຳປະຫວັດສາດ, ນໍາພາປະຊາຊົນຈີນຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດ ໃນແປວໄຟປະຕິວັດ, ສ້າງວິລະກຳອັນລໍ້າເລີດ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949 ຊຶ່ງເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.
ພັກກອມມູນິດຈີນ ໄດ້ລິເລີ່ມ ແລະ ນໍາພາພາລະກິດປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງກ້າຫານ, ອັນໄດ້ສ້າງການຫັນປ່ຽນຢ່າງໃຫຍ່ຫຼວງ, ເລິກເຊິ່ງ ໃຫ້ແກ່ການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ ຂອງ ສາທາລະນະລັດ ປະຊາຊົນຈີນ, ສ້າງທ່ວງທ່າໃໝ່, ທັງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ພາລະກິດສ້າງສາພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ບົນພື້ນຖານການສືບທອດມູນເຊື້ອອັນສະຫງ່າອົງອາດ ຂອງ ພັກ ແລະ ແລະ ປະຊາຊົນຈີນບັນດາເຜົ່າ, ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ເປັນແກນນໍາ ໄດ້ເຊີດຊູຄັນທຸງອັນຍິ່ງໃຫຍ່ຂອງສັງຄົມນິຍົມ, ຢຶດໝັ້ນການນໍາພາຂອງພັກ ແລະ ຜົນປະໂຫຍດຂອງປະຊາຊົນເປັນກົກ, ໄດ້ສະເໜີແນວຄິດ ກ່ຽວກັບ ການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ຊຶ່ງເປັນແນວຄິດໃໝ່ທີ່ເປັນລະບົບຄົບຊຸດ, ທັງເປັນທິດນໍາຍຸດທະສາດ ໃນການສືບຕໍ່ດໍາເນີນພາລະກິດອັນຍິ່ງໃຫຍ່ ຂອງພັກ, ຂອງຊາດ ທັງໃນໄລຍະສະເພາະໜ້າ ແລະ ຍາວນານ. ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ແລະ ການຊີ້ນໍາບັນຊາໂດຍກົງຂອງສະຫາຍ, ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການພັດທະນາຢ່າງຮອບດ້ານດ້ວຍຄຸນນະພາບອັນໃໝ່, ເສດຖະກິດສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ໝັ້ນທ່ຽງ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ທັນສະໄໝ; ການພົວພັນຮ່ວມມືກັບສາກົນ ນັບມື້ນັບເປີດກວ້າງ ແລະ ເລິກເຊິ່ງ, ບົດບາດອິດທິພົນຂອງພັກກອມມູນິດຈີນ ແລະ ສາທາລະນະລັດ ປະຊາຊົນຈີນ ນັບມື້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ອັນພົ້ນເດັ່ນທີ່ສຸດ ແມ່ນໄດ້ບັນລຸເປົ້າໝາຍສູ້ຊົນ “100 ປີ ເຫດການທໍາອິດ” ໃນການສ້າງສັງຄົມອີ່ມໜໍາສໍາລານຢ່າງຮອບດ້ານ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍ “100 ປີ ເຫດການທີສອງ” ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ ໃນກາງສະຕະວັດນີ້.
ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ” ທີ່ ສະເໜີໂດຍ ສະຫາຍພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ຈາກວົງຄະນະຍາດສາກົນ, ຕອບສະໜອງຄວາມມຸ້ງມາດປາຖະໜາຂອງບັນດາປະຊາຊາດໃນໂລກ, ທັງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ. ບັນດາຜົນສຳເລັດອັນມະຫັດສະຈັນທີ່ປະຊາຊົນຈີນຍາດມາໄດ້ ໄດ້ພິສູດໃຫ້ເຫັນຢ່າງເດັ່ນຊັດເຖິງຄວາມປີຊາສາມາດ, ສະຫຼາດສ່ອງໃສ ໃນການຊີ້ນໍານໍາພາ ຂອງ ພັກກອມມູນິດຈີນ ກໍຄື ຂອງສະຫາຍ, ສະແດງໃຫ້ເຫັນເຖິງພະລັງທີ່ບໍ່ເຫືອດແຫ້ງແຫ່ງມະຫາສາມັກຄີຂອງປະຊາຊົນຈີນ ກໍຄື ພະລັງແຮງຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ຂ້າພະເຈົ້າ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບ ດ້ານ ທີ່ ພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້, ຜົນສຳເລັດດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກຳລັງໃຈອັນແຮງກ້າໃຫ້ແກ່ພວກຂ້າພະເຈົ້າ ໃນການສືບຕໍ່ດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ.
ຂໍຖືໂອກາດນີ້, ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ ພັກກອມມູນິດຈີນ, ລັດຖະບານ, ປະຊາຊົນຈີນອ້າຍນ້ອງ ກໍຄື ສະຫາຍ ສີຈິ້ນຜິງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແກ່ ພວກຂ້າພະເຈົ້າມາໂດຍຕະຫຼອດ, ໂດຍສະເພາະໃນໄລຍະທີ່ພວກຂ້າພະເຈົ້າ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ບົນພື້ນຖານການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພະລານາໄມສົມບູນ, ມີຄວາມຜາສຸກ, ສືບຕໍ່ຊີ້ນໍາ-ນໍາພາທົ່ວພັກ ແລະ ປະຊາຊົນຈີນອ້າຍນ້ອງ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ໃນຍຸກສະໄໝໃໝ່.
ດ້ວຍຄວາມນັບຖືຖານສະຫາຍອ້າຍນ້ອງ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ຊົ້ງທາວ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ເຊັ່ນດຽວກັນ.
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com