Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ
.............................
ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງສະຫາຍສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໃນວັນທີ 30 ມິຖຸນາ ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ໃນນາມລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ພາຍຫຼັງການສ້າງຕັ້ງພັກກອມມູນິດຈີນ ໃນວັນທີ 1 ກໍລະກົດ 1921 ເປັນຕົ້ນມາ, ພັກກອມມູນິດຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຢຶດຖືການສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ ເປັນວັດຖຸປະສົງຫຼັກ ໂດຍໄດ້ນຳພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການຕໍ່ສູ້ຢ່າງທໍລະຫົດອົດທົນ ໃນແປວໄຟປະຕິວັດ ຈົນເຮັດສຳເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຂຶ້ນມາຢ່າງສະຫງ່າອົງອາດໃນປີ 1949.
ພັກກອມມູນິດຈີນ ໄດ້ເປັນເຈົ້າການນຳພາປວງຊົນຈີນທັງຊາດ ດຳເນີນພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຢ່າງສ້າງສັນ, ອັນໄດ້ເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ, ກ້າວກະໂດດ, ຮັ່ງມີເຂັ້ມແຂງ ແລະ ກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພາຍໃຕ້ການນຳພາ ທີ່ເປັນປຶກແຜ່ນ ແລະ ມີລັກສະນະສືບທອດຂອງຜູ້ນຳພັກກອມມູນິດ ໃນແຕ່ລະໄລຍະ, ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນນຳໃນປັດຈຸບັນ, ສປ ຈີນ ໄດ້ສືບຕໍ່ການກໍ່ສ້າງສັງຄົມນິຍົມ ທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໂດຍໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີທຳອິດ ຂອງການສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃໝ່ ແນໃສ່ປະຕິບັດໃຫ້ໄດ້ເປົ້າໝາຍສູ້ຊົນ ສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊາດຈີນ ດ້ວຍບາດກ້າວທີ່ໜັກແໜ້ນ. ຜົນສຳເລັດໃນການນຳພາປະເທດຊາດ ກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງ ພັກກອມມູນິດຈີນ ໄດ້ກາຍເປັນຕົ້ນແບບທີ່ໃສແຈ້ງໃຫ້ແກ່ປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາ ທີ່ພວມຊອກຕົວຢ່າງ ແລະ ຮູບແບບທີ່ດີທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ.
ພ້ອມດຽວກັນນີ້, ປີ 2021 ກໍຍັງເປັນປີທີ່ມີຄວາມໝາຍສຳຄັນຕໍ່ສາຍພົວພັນ ລາວ ແລະ ຈີນ, ນັ້ນ ກໍຄື ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຊຶ່ງຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ປະຊາຊົນສອງຊາດຂອງພວກເຮົາ. ອັນນີ້ເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຊຶ່ງໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງ ທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອັນພົ້ນເດັ່ນກວ່າໝູ່ ແມ່ນການຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ອັນນີ້ ເປັນການສະແດງໃຫ້ເຫັນເຖິງກຳລັງແຮງຂອງ ລະບອບສັງຄົມນິຍົມ, ການພັດທະນາ ແລະ ຄວາມມຸ້ງຫວັງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທັງສອງປະເທດພວກເຮົາໃຫ້ເຂັ້ມແຂງຮັ່ງມີດີຂຶ້ນກວ່າເກົ່າ.
ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍເອົາໃຈໃສ່ຖະນຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳຮຸ່ນກ່ອນໆຂອງສອງປະເທດພວກເຮົາ ໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດ ລາວ ແລະ ຈີນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ໃນນາມ ລັດຖະບານ ແລະ ປະຊາຊົນລາວ ຂ້າພະເຈົ້າ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ອວຍພອນໃຫ້ ສະຫາຍ, ຄະນະລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກທຸກປະການ ແລະ ສືບຕໍ່ນຳພາປະເທດຈີນກ້າວຂຶ້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າໝາຍ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ.
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com