Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ລັດຖະມົນຕີກະຊວງການຕ່າງປະເທດ ສົ່ງສານຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ
...........................
ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ເມື່ອວັນທີ 30 ມິຖຸນາ 2021 ທີ່ນະຄອນຫຼວງປັກກິ່ງ ເນື້ອໃນສານລະບຸວ່າ:
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (ວັນທີ 1 ກໍລະກົດ 2021), ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງບັນດາສະມາຊິກພັກກອມມູນິດຈີນ ກໍຄືພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ສປ ຈີນ ທຸກຖ້ວນໜ້າ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຮູ້ວ່າ ນັບຕັ້ງແຕ່ມື້ສ້າງຕັ້ງຂຶ້ນມາ ໃນວັນທີ 1 ກໍລະກົດ 1921, ພັັກກອມມູນິດຈີນ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ຕິດພັນໂດຍກົງກັບໂຊກຊະຕາກຳຂອງປະຊາຊາດຈີນ. ພັກກອມມູນິດຈີນ ຍາມໃດກໍຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກຳປະຫວັດສາດຂອງຕົນ, ຢຶດໝັ້ນໃນແນວທາງການສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດເປັນວັດຖຸປະສົງຫຼັກ, ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ໄດ້ນໍາພາປະຊາຊົນຈີນອ້າຍນ້ອງຜ່ານຜ່າການຕໍ່ສູ້ຢ່າງທໍລະຫົດອົດທົນໃນແປວໄຟປະຕິວັດທີ່ດຸເດືອດຂ້ຽວຂາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນປີ 1949 ຢ່າງສະຫງ່າຜ່າເຜີຍ ແລະ ນໍາພາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຈົນເຖິງປັດຈຸບັນນີ້.
ຂ້າພະເຈົ້າ ມີີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະຜ່ານມາ, ພາຍໃຕ້ການຊີ້ນຳໆພາຂອງພັກກອມມູນິດຈີນ, ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການນໍາຮຸ່ນຕ່າງໆຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິເພື່ອຊຸກຍູ້ສົ່ງເສີມ ແລະ ເພີ່ມທະວີການພົວພັນ-ຮ່ວມມືທີ່ນໍາຜົນປະໂຫຍດຕົວຈິງໃຫ້ກັນ ແລະ ກັນ ຈົນກ້າວໄປສູ່ການພົວພັນທີ່ມີຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ໃນລະດັບສູງສຸດອັນສະແດງອອກໃຫ້ເຫັນໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົນເຖິງປັດຈຸບັນນີ້. ປີນີ້ກໍເປັນປີທີ່ມີຄວາມໝາຍສຳຄັນ ໃນການພົວພັັນສອງຝ່າຍພວກເຮົາ ເປັນປີ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ຈີນ ຊຶ່ງ ສອງກະຊວງການຕ່າງປະເທດພວກເຮົາໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 60 ປີຜ່ານມາ ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງສະຫາຍ ພ້ອມດ້ວຍບັນດາສະມາຊິກພັກ ກໍຄືພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ. ຂໍອວຍພອນມາຍັງສະຫາຍ ແລະ ພະນັກງານທຸກຄົນຂອງກະຊວງການຕ່າງປະເທດ ສປ ຈີນ ຈົ່ງປະສົບແຕ່ຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ເຊີດຊູ ແລະ ຍົກສູງການນໍາພາຂອງ ສປ ຈີນ ໃນເວທີ ພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດລວມຂອງສາກົນ, ເພື່ອຄວາມຍຸຕິທຳ ແລະ ຄວາມສະເໝີພາບຂອງນາໆຊາດໃນໂລກ. ຂໍອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ, ອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສໍາເລັດ ໃນໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ.
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com