Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສົ່ງສານຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ
.......................
ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ຊົ້ງທາວ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ເມື່ອວັນທີ 30 ມິຖຸນາຜ່ານມາ ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງຕາງໜ້າໃຫ້ ຄະນະພັກ, ຄະນະນໍາ ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍຄື ໃນນາມສ່ວນຕົວ, ຂໍສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສະຫາຍ ພ້ອມດ້ວຍຄະນະພັກ-ຄະນະນໍາ ແລະ ສະມາຊິກພັກ-ພະນັກງານ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທຸກຖ້ວນໜ້າມານະໂອກາດນີ້.
ການກໍາເນີດຂອງພັກກອມມູນິດຈີນ ແມ່ນເຫດການການເມືອງທີ່ສໍາຄັນ ແລະ ພົ້ນເດັ່ນໃນປະຫວັດສາດປະເທດຈີນຍຸກໃໝ່, ຕະຫຼອດໄລຍະໜຶ່ງສະຕະວັດແຫ່ງການກໍາເນີດ, ເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາຂອງຕົນ, ພັກກອມມູນິດຈີນ ໄດ້ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ໝູນໃຊ້ລັດທິມາກ ເຂົ້າໃນສະພາບຈຸດພິເສດຂອງຈີນຢ່າງປະດິດສ້າງ, ນໍາພາປະຊາຊົນຈີນສ້າງວິລະກຳອັນລໍ້າເລີດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສປ ຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949 ຊຶ່ງເປັນການໄຂໜ້າປະຫວັດສາດ, ທັງເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ພັກ ໄດ້ລິເລີ່ມ ແລະ ນໍາພາພາລະກິດປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງກ້າຫານ ແລະ ປະດິດສ້າງ, ອັນໄດ້ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ, ກຳລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງເດັດຖານ, ບົດບາດອິດທິພົນ ຂອງ ພັກກອມມູນິດຈີນ ແລະ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ບັນດາໄຊຊະນະອັນໃຫຍ່ຫຼວງ ແລະ ຜົນສຳເລັດອັນມະຫັດສະຈັນທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ເປັນການພິສູດໃຫ້ເຫັນຢ່າງເດັ່ນຊັດເຖິງການນໍາພາອັນປີຊາສາມາດຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງພະລັງແຮງຄວາມສາມັກຄີຂອງປະຊາຊົນຈີນຢູ່ອ້ອມຂ້າງພັກ ແລະ ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຊຶ່ງໄດ້ກາຍເປັນແບບຢ່າງອັນປະເສີດໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາ, ລວມທັງ ສປປ ລາວ ພວກຂ້າພະເຈົ້າ.
ພວກຂ້າພະເຈົ້າ ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ໄຊຊະນະ ແລະ ຜົນສຳເລັດອັນສະຫງ່າງາມ ທີ່ ພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງຍາດມາໄດ້, ສິ່ງດັ່ງກ່າວເປັນກຳລັງໃຈອັນໃຫຍ່ຫຼວງ, ທັງເປັນການປຸກລະດົມອັນແຮງກ້າໃຫ້ແກ່ພວກຂ້າພະເຈົ້າ ເພື່ອສືບຕໍ່ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ.
ຂໍຖືໂອກາດນີ້, ຕາງໜ້າຄະນະພັກ-ຄະນະນໍາ, ສະມາຊິກພັກ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍຄື ໃນນາມສ່ວນຕົວ, ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກກອມມູນິດຈີນ, ລັດຖະບານ, ປະຊາຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າພວກຂ້າພະເຈົ້າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ເວົ້າລວມ, ເວົ້າສະເພາະ ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ກໍຄື ສະຫາຍ ຊົ້ງທາວ ທີ່ຍາມໃດກໍເອົາໃຈໃສ່ຕໍ່ການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ ລາວ-ຈີນ ກໍຄື ການຮ່ວມມືລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກພວກເຮົາ ໂດຍສະເພາະການປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງຊຶ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ, ການຮ່ວມມືສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຜ່ານມາຢ່າງທັນການ ແລະ ມີປະສິດທິຜົນສູງ.
ຂໍອວຍພອນໃຫ້ ພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນນໍາ ຈົ່ງສືບຕໍ່ນໍາພາປະຊາຊົນຈີນອ້າຍນ້ອງຍາດໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ບົນເສັ້ນທາງສັງຄົມນິຍົມທັນສະໄໝທີ່ມີສີສັນພິເສດຂອງຈີນ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ອວຍພອນໃຫ້ ສະຫາຍ ຊົ້ງທາວ ພ້ອມດ້ວຍອ້າຍນ້ອງພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນທຸກຖ້ວນໜ້າ ຈົ່ງມີສຸຂະພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com