Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ໃນວັນທີ 11 ສິງຫາ 2021 ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ປະຊາຊົນຈີນອ້າຍນ້ອງ ທີ່ຍາມໃດກໍໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພວກຂ້າພະເຈົ້າຢ່າງຮອບດ້ານ ແລະ ສະເໝີຕົ້ນສະເໝີປາຍຕະຫຼອດມາ ຊຶ່ງການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄືການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ລວມທັງ ການຊ່ວຍເຫຼືອໃນການສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ຊຶ່ງນັບແຕ່ມີການລະບາດຮອບໃໝ່ໃນກາງເດືອນເມສາ 2021 ເຖິງປັດຈຸບັນນີ້, ສະຫາຍຈີນກໍໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອເປັນພິເສດຕະຫຼອດມາ ໂດຍໄດ້ສົ່ງທີມແພດຊ່ຽວຊານ ເຂົ້າໄປເຮັດວຽກຮ່ວມກັບທີມແພດລາວ, ອຸປະກອນການແພດ, ຢາປິ່ນປົວ ແລະ ຢາວັກຊິນເປັນຈຳນວນຫຼາຍລ້ານໂດສ.
ຂ້າພະເຈົ້າ ມີຄວາມຮູ້ສຶກຕື້ນຕັນໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າທີ່ຜ່ານມາ, ໄດ້ເຮັດໃຫ້ ສປປ ລາວ ສາມາດສະກັດກັ້ນການແຜ່ລະບາດໃນຊຸມຊົນລົງໄດ້. ໃນປັດຈຸບັນ, ເຖິງແມ່ນວ່າການລະບາດໃນຊຸມຊົນມີອັດຕາທີ່ຕ່ຳ ແລະ ຄວບຄຸມໄດ້ໂດຍພື້ນຖານ, ແຕ່ການຕິດເຊື້ອຂອງແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງຍັງອັດຕາສູງໃນທຸກໆມື້, ອັນໄດ້ສືບຕໍ່ສົ່ງຜົນກະທົບ ແລະ ເປັນພາລະທີ່ໜັກໜ່ວງໃຫ້ແກ່ລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນຂອງລາວ ໃນການສະກັດກັ້ນ ບໍ່ໃຫ້ມີການລະບາດໃນຊຸມຊົນອີກຄັ້ງໃໝ່. ຂ້າພະເຈົ້າຮັບຮູ້ດີວ່າ ວິທີປ້ອງກັນການລະບາດຂອງພະຍາດໂຄວິດ ກໍຄືການຫຼຸດຜ່ອນການຕິດເຊື້ອ ແລະ ເສຍຊິີວິດທີ່ດີທີ່ສຸດ ແມ່ນຈະຕ້ອງສັກຢາວັກຊິນໃຫ້ປະຊາຊົນໃຫ້ທົ່ວເຖິງ. ດັ່ງນັ້ນ, ການຊ່ວຍເຫຼືອຢາວັກຊິນ ຂອງສະຫາຍຈີນ ຊຶ່ງມາຮອດປັດຈຸບັນ ມີຈຳນວນເຖິງ 3 ລ້ານໂດສ ຊຶ່ງທັງໝົດແມ່ນການຊ່ວຍເຫຼືອທີ່ລ້ຳຄ່າທີ່ສຸດ ໃນການປ້ອງກັນຊີວິດ ແລະ ສຸຂະພາບຂອງປະຊາຊົນລາວຂອງພວກຂ້າພະເຈົ້າ ແລະ ພ້ອມທັງຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍສູ້ຊົນໃນການສັກຢາວັກຊິນຕ້ານໂຄວິດ-19 ໃຫ້ໄດ້ 50% ຂອງພົນລະເມືອງໃນທ້າຍປີ 2021 ນີ້.
ອີກເທື່ອໜຶ່ງ ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫຼືອດັ່ງກ່າວ, ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການຮ່ວມມືຊ່ວຍເຫຼືອ ຈາກ ສປ ຈີນ ຈະເຮັດໃຫ້ ສປປ ລາວ ສາມາດຜ່ານຜ່າໄລຍະວິກິດນີ້ ແລະ ເອົາຊະນະກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສາມາດຟື້ນຟູເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໃນຂອບເຂດທົ່ວປະເທດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ສຸດທ້າຍນີ້, ຂ້າພະເຈົ້າຖືໂອກາດນີ້ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ ສືບຕໍ່ນຳພາປະເທດຈີນມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ, ຈີນ-ລາວ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແຕກດອກອອກຜົນ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
| ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
|---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
19/05/2020 10:11:43
01/11/2020 12:08:51
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com