Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບ ຮອບ 92 ປີ ຊຶ່ງມີເນື້ອດັ່ງນີ້:
ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ຄົບຮອບ 92 ປີ (3/2/1930-3/2/2022), ໃນນາມຄະນະບໍລິຫານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະມາຊິກພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ, ພວກຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງ ອັນສະໜິດສະໜົມ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ການກຳເນີດເກີດຂຶ້ນຂອງ ພັກກອມມູນິດ ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ສ້າງຕັ້ງ ແມ່ນບາດລ້ຽວປະຫວັດສາດ ທີ່ສຳຄັນຂອງການປະຕິວັດຫວຽດນາມ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງນໍາພາ ພາລະກິດປະຕິວັດ ຢ່າງອົງອາດກ້າແກ່ນ ແລະ ປະດິດສ້າງ ດ້ວຍການວາງແນວທາງທີ່ຖືກຕ້ອງສະຫຼາດສ່ອງໃສ ແລະ ໄດ້ນຳພາ ປະຊາຊົນຫວຽດນາມ ວິລະຊົນຍາດໄດ້ໄຊຊະນະອັນເປັນປະຫວັດການໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ຢ່າງສົມບູນໃນປີ 1975 ແລະ ມາໃນໄລຍະໃໝ່ ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ນໍາພາ ໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດຫວຽດນາມ ຕາມທິດສັງຄົມນິຍົມ, ໂດຍສະເພາະແມ່ນໃນໄລຍະ 35 ປີ ແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່ທີ່ ພັກກອມມູນິດ ຫວຽດນາມ ໄດ້ເປັນຜູ້ລິເລີ່ມ ແລະ ນຳພາມານັ້ນ ໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະນາດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງ ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງ ສາທະລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບພົ້ນເດັ່ນ ແລະ ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງຮອບດ້ານທີ່ ພັກກອມມູນິດຫວຽດນາມ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງຍາດມາໄດ້ ຕະຫຼອດໄລຍະ 92 ປີ ທີ່ຜ່ານມາ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ອັນມີ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາມະຕິທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ວາງອອກ, ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ ເພື່ອບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າໃນຕະຫຼອດໄລຍະເວລາທີ່ຜ່ານມາ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມທີ່ໄດ້ຜ່ານຜ່າການທົດສອບບົນແປວໄຟປະຕິວັດ ມາເປັນເວລາຫຼາຍທົດສະວັດນັ້ນ ໄດ້ກາຍເປັນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈ ຕັດສິນໄຊຊະນະຂອງແຕ່ລະປະເທດ ທີ່ພວມໄດ້ຮັບການເພີ່ມທະວີ, ເສີມຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກໃນທຸກຂົງເຂດ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຢ່າງແທ້ຈິງ ມາໃຫ້ປະຊາຊົນ ສອງຊາດພວກເຮົາ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດ ກໍຄືພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງ, ມີປະສິດທິຜົນ ແລະ ທັນການບົນຈິດໃຈອ້າຍນ້ອງບໍລິສຸດຜຸດຜ່ອງ ແກ່ພາລະກິດການປະຕິວັດລາວ ຕະຫຼອດມາ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ຂຽວສົດງົດງາມຕະຫຼອດໄປ.
ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ເລ ຮວາຍ ຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຊັ່ນດຽວກັນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com