Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 21 ມີນາ 2022, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນວັນສ້າງຕັ້ງພັກປະຊົນ ປະຕິວັດລາວ ຄົບຮອບ 67 ປີ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22/3/1955-22/3/2022), ຕາງໜ້າພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍຖືເປັນກຽດ ສົ່ງຄຳອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມທີ່ສຸດ ມາຍັງ ຄະນະບໍລິຫານງານສູນກາງພັກ, ສະມະຊິກພັກປະຊາຊົນ ປະຕິວັດລາວ ທຸກຖ້ວນໜ້າ ແລະ ປະຊາຊົນລາວບັນດາເຜົ່າ.
ຕະຫຼອດໄລຍະ 67 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ໄດ້ຜັນຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າອຸປະສັກ, ສິ່ງທ້າທາຍ, ຍາດໄດ້ບັນດາໄຊຊະນະອັນດັງກ້ອງສະຫງ່າ ໃນພາລະກິດປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພິເສດ ແມ່ນໃນໄລຍະ 35 ປີ ແຫ່ງການປະຕິບັດການປ່ຽນແປງໃໝ່, ພັກ, ລັດຖະບານ ແລະ ປະຊາຊົນ ສາມາດຍາດໄດ້ບັນດາຜົນສຳເລັດອັນ ໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ, ປະກອບສ່ວນໃນການຍົກສູງບົດບາດ ແລະ ອິດທິພົນຂອງພັກ ປະຊາຊົນ ປະຕິວັດລາວ ແລະ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ. ບັນດາຜົນສຳເລັດດັ່ງກ່າວ ເປັນຄວາມປິຕິຍິນດີຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນແຮງບັນດານໃຈ ອັນໃຫຍ່ຫຼວງຕໍ່ກັບພາລາະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜຸນຢ່າງເຂັ້ມແຂງ ແລະ ຮອບດ້ານໃນຂະບວນການປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ການສືບທອດມູນເຊື້ອຂອງບັນດາຮຸ່ນຄົນໃນເມື່ອກ່ອນ, ເສີມຂະຫຍາຍບັນດາຜົນສຳເລັດທີ່ຍາດມາໄດ້ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນຂະບວນການປ່ຽນແປງໃໝ່, ປະຕິບັດສຳເລັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ວາງອອກຢ່າງມີໄຊ; ສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ໃຫ້ມີຜົນສຳເລັດຕາມຈຸດໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າສຸດທີ່ປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະ ການນຳຮຸ່ນຕ່າງໆຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງປັບປຸງ ແລະ ບູລະນະໄດ້ນັບມື້ກ້າວເຂົ້າສຸ່ລວງເລິກຢ່າງບໍ່ຢຸດຢັ້ງ, ແທດເໝາະຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢູ່ແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບ ແລະ ຈົດຈຳເຖິງການສະໜັບສະໜຸນອັນແຮງກ້າ, ການຊ່ວຍເຫຼືອໃຫຍ່ຫຼວງ, ລ້ຳຄ່າ, ມິດຈິດມິດໃຈ ແລະ ມີປະສິດທິຜົນ ທີ່ພັກ, ລັດ ແລະ ປະຊາຊົນ ລາວອ້າຍນ້ອງມີຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ແລະ ຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ, ນຳເອົາຜົນປະໂຫຍດມາສູ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດການລະນານ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com