Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນຕອນບ່າຍວັນທີ 21 ມີນາ 2022 ຜ່ານມາ ຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN AIRLINES ທີ່ເດີນທາງຈາກ ນະຄອນຄຸນໝິງ ແຂວງຢຸນນານ ໄປ ນະຄອນກວາງໂຈ ແຂວງກວາງຕົງ ໄດ້ປະສົບອຸບັດເຫດຕົກຢູ່ ນະຄອນອູໂຈ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຊຶ່ງເປັນເຫດການທີ່ເສົ້າສະຫຼົດໃຈເປັນຢ່າງຍິ່ງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄື ປະຊາຊົນຈີນອ້າຍນ້ອງ.
ໃນນາມ ຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງ ສະຫາຍ ກໍຄື ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ຜ່ານສະຫາຍໄປຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດເຫດດັ່ງກ່າວນີ້ດ້ວຍ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສະຫາຍ ກໍຄື ການນໍາຂອງພັກ ແລະ ລັດຖະບານຈີນ, ລວມທັງຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູຈິດໃຈຂອງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ເປັນຢ່າງດີ.
ພ້ອມດຽວກັນນີ້ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ສະຫາຍ ຫຼີ ເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເຊັ່ນດຽວກັນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com