Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດສົ່ງສານອວຍພອນ ເຖິງພະບາດສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ ໂດຍມີເນື້ອໃນວ່າ:
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ເນື່ອງໃນໂອກາດອັນເປັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 63 ພັນສາ ກໍຄືວັນຊາດຍີ່ປຸ່ນ ຈົ່ງຊົງພະກະເສມສໍາລານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຍີ່ປຸ່ນ ຕະຫຼອດໄປ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດພວກເຮົາ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ. ພ້ອມກັນນັ້ນ, ກໍເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ, ຊົງພະກະເສມສຳລານ, ມີອາຍຸຍິ່ງຍືນນານ ແລະ ຂໍອວຍພອນໃຫ້ປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.
ໃນໂອກາດດຽວກັນ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນ ເຖິງພະນະທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ແລະພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ຮາຢາຊິ ໂຢຊິມະສະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນເຊັ່ນດຽວກັນ
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com