Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ນາຍົກລັດຖະມົນຕີ ສົ່ງ​ສານ​ຊົມ​ເຊີຍ​ ເຖິງ​ຄູ່​ຮ່ວມ​ຕຳ​ແຫນ່ງ ທີ່ ສ​ປ ຈີນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 14/03/2023 13:03:26 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 3108 ຄັ້ງ

​ສະ​ຫາຍ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ໄດ້​ສົ່ງ​ສານ​ຊົມ​ເຊີຍ ເຖິງ ສະຫາຍ ຫຼີ ສຽງ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະຄອນຫຼວງ​ປັກ​ກິ່ງ ຊຶ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງໃນ​ໂອກາດ​ທີ່ ສະຫາຍ ​ໄດ້ຮັບການເລືອກຕັ້ງ​ໃຫ້​ດຳລົງ​ຕໍາ​ແໜ່ງ​​ເປັນນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລ​ະ ປະຊາ​ຊົນ​ລາວ ກໍຄື​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ ອັນ​ອົບອຸ່ນ​​ມາ​ຍັງ​ສະຫາຍ.

ການທີ່ ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ ​ແລະ ສຳຄັນ​ຍິ່ງໃນຄັ້ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຄວາມຮູ້, ຄວາມສາມາດ ແລະ ຜົນງານອັນໂດດເດັ່ນຂອງ​ສະຫາຍ​ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າ​ໃນ​ພາ​ລະ​ກິດສ້າງສາປະເທດຊາດ ເດີນຕາມທິດ​ສັງຄົມ​ນິຍົມ ຕາມສີສັນພິເສດຂອງຈີນຕະຫຼອດໄລຍະທີ່ຜ່ານມາ​.

ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ຢ່າງ​ໜັກ​​ແໜ້ນ​ວ່າ, ສປ ຈີນ ​ໂດຍ​ມີ​ສະຫາຍ​ເປັນ​ນາຍົກລັດຖະມົນຕີ ຈະ​ສືບ​ຕໍ່​ນຳພາ​ລັດຖະບານ ແລະ ປະຊາຊົນ​ຈີນ ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການບັນລຸທຸກພາລະກິດ ຂອງພັກ-ລັດຢ່າງຮອບດ້ານ ແລະ ເຮັດໃຫ້ ສປ ຈີນ ນັບມື້ນັບມີບົດບາດພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນ​ເຂົ້າ​​ໃນ​ພາ​ລະ​ກິດ​ເສີມ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ສົ່ງ​ເສີມການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ​ ​ແລ​ະ ​ໃນ​ໂລກ.

ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລ​ະ ​ຄູ່​ຮ່ວມ​ມືຍຸດ​ທະ​ສາດຮອບດ້ານ ໝັ້ນຄົງ ຍາວນານ ​ທີ່​ມີ​ປະສິດທິ​ຜົນ ລະຫວ່າງ ສປປ ລາວ ​​ແລະ ສປ ຈີນ ກໍຄື ລະຫວ່າງ ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ຈົ່ງ​ໄດ້​ຮັບ​ການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ​

ຂໍ​ອວຍພອນ​ໃຫ້ ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​​ແຂງ ​ແລ​ະ ປະສົບ​ຜົນສຳ​ເລັດ​ໃໝ່​ໃຫຍ່​ຫຼວງ​​ກວ່າເກົ່າໃນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ສະຫາຍ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com