Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ປະຫວັດແຫ່ງການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/03/2023 16:45:16 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 5785 ຄັ້ງ

ເນື່ອໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5 ເມສາ 1961-5 ເມສາ 2023) ຄົບຮອບ 62 ປີ

ວັນທີ 13 - 17 ສິງຫາ 1950 ຢູ່ເຂດທີ່ໝັ້ນປະຕິບັດ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດໄດ້ເປີດຂຶ້ນຢ່າງເປັນທາງການ. ກອງຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ຊຶ່ງປະກອບກົງຈັກການຈັດຕັ້ງ 5 ກະຊວງ, ໃນນັ້ນມີ ກະຊວງພາຍໃນ, ໂດຍແມ່ນ ທ່ານ ພູມີ ວົງວິຈິດ ເປັນລັດຖະເສນາ (ລັດຖະມົນຕີວ່າການ). ເວລານັ້ນມີພຽງແຕ່ຊື່ກະຊວງ ເພື່ອຕໍ່ລອງກັບຝ່າຍກົງກັນຂ້າມສ່ວນກໍາລັງຕົວຈິງແມ່ນບໍ່ທັນມີ.

ລະດູຝົນປີ 1954 ໄດ້ເຕົ້າໂຮມ 2 ແຂວງ: ຫົວພັນ ແລະ ຜົ້ງສາລີ, ເພື່ອປົກປັກຮັກສາອົງການ ນໍາຂອງພັກ, ອຳນາດການປົກຄອງປະຕິວັດຢູ່ 2 ແຂວງເຕົ້າໂຮມໄດ້ຕົກລົງຈັດຕັ້ງ ກໍາລັງປ້ອງກັນຂຶ້ນ.

ວັນທີ 10 ຕຸລາ 1954 ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 9 ປີ, ສະເຫຼີມສະຫຼອງໄຊຊະນະໃຫຍ່ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຊົມເຊີຍຜົນສໍາເລັດໃນການເຕົ້າໂຮມ 2 ແຂວງ ທ່ານປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ຄະນະສັນຕິລາດສູນກາງ ຢ່າງເປັນທາງການຢູ່ບ້ານເລີຍ ຕາແສງເມືອງໂສຍ ແຂວງຫົວພັນ ຊຶ່ງມີກໍາລັງພົນ 35 ສະຫາຍ ໂດຍພາຍໃຕ້ການຊີ້ນໍາ - ບັນຊາໂດຍກົງຂອງ ທ່ານ ພູມີ ວົງວິຈິດ ຊຶ່ງເຮັດໜ້າທີ່ຕົ້ນຕໍຄື: ປ້ອງກັນຄະນະກໍາມະການກວດກາສາກົນ (ອິນເດຍ, ການາດາ ແລະ ໂປໂລຍ) ໃຫ້ມີຄວາມປອດໄພ; ປົກປັກຮັກສາອົງການນໍາຂອງພັກ-ລັດ; ສືບ ແລະ ກໍາສະພາບເປົ້າໝາຍສັດຕູ, ພວກຕ້ອງໂທດຄະດີອາຍາ; ປຸກລຸກຂົນຂວາຍ ແລະ ກໍ່ສ້າງຮາກຖານຢູ່ໃນຕົວເມືອງ.

ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນໍາທີ່ເຂົ້າຮ່ວມລາວຄັ້ງທີ I ສູນກາງພັກ ໄດ້ຕົກລົງ ປ່ຽນຊື່ຈາກ ຄະນະສັນຕິລາດສູນກາງ ມາເປັນ ຄະນະປ້ອງກັນພາຍໃນ ເພື່ອເຮັດໜ້າທີ່ປ້ອງກັນ ລັດຖະບານປະສົມ ຄັ້ງທີ 1.

ວັນທີ 5-12 ເມສາ 1961 ຄະນະຊີ້ນໍາສູນກາງພັກປະຊາຊົນລາວ ໄດ້ເປີດກອງປະຊຸມຄົບຄະນະຂຶ້ນ ທີ່ຄັງໄຂ ແຂວງຊຽງຂວາງ.

ກອງປະຊຸມໄດ້ຕົກລົງປ່ຽນຊື່ ຄະນະປ້ອງກັນພາຍໃນ ມາເປັນ ຫ້ອງການປ້ອງກັນຄວາມສະຫງົບສູນກາງ ຊີ້ນຳ ໂດຍ ທ່ານ ສີສົມພອນ ລໍວັນໄຊ ແລະ ມອບໃຫ້ ທ່ານ ຊົມຊື່ນ ຄໍາພິທູນ ເປັນຜູ້ນໍາພາ - ບັນຊາຕົວຈິງ. ທ້າຍປີ 1961 ແມ່ນ ທ່ານ ຊົມຊື່ນ ຄໍາພິທູນ ເປັນຫົວໜ້າ ແລະ ທ່ານ ບຸນມາ ມີທອງ ເປັນຮອງ.

ວັນທີ 1 ກັນຍາ 2005 ລັດຖະບານໄດ້ຕົກລົງ ແລະ ອອກດໍາລັດສະບັບເລກທີ 277/ນຍ ຮັບຮອງເອົາວັນທີ 5 ເມສາ 1961 ເປັນມື້ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

 

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com