ປະເທດເຊື່ອມຈອດຈະ ເປັນການພັດທະນາຂອງປະເທດຊາດ
(ໂດຍ: ກຸຫຼາບ ນັກວິເຄາະຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ)


05.05.2019 16:47     

    ໃນລະຫວ່າງວັນທີ 25 - 27 ເມສາຜ່ານມາ, ກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ" ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍມີຄະນະຜູ້ແທນ 6.000 ກວ່າທ່ານທີ່ມາຈາກ 150 ປະເທດ ແລະ 92 ອົງການຈັດຕັ້ງສາກົນເຂົ້າຮ່ວມກອງປະຊຸມ.
   ທີ່ກອງປະຊຸມ, ຜູ້ນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງລວມທັງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານ ແຫ່ງ ສປປ ລາວ ໄດ້ເປັນເອກະພາບກັນເຫັນດີຊຸກຍູ້ການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ໃຫ້ພັດທະນາກ້າວໄປສູ່ເປົ້າໝາຍທີ່ມີມາດຕະຖານສູງ, ສ້າງຜົນປະໂຫຍດໃກ້ແກ່ປະຊາຊົນ ແລະການພັດທະນາແບບຍືນຍົງ.
   ໃນເວລາເຂົ້າຮ່ວມກອງປະຊຸມ, ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວວ່າ: ລັດຖະບານລາວ ໃຫ້ຄວາມສຳຄັນສູງ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ດີໃຈທີ່ໄດ້ເຫັນໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການສຳຄັນອື່ນໆ ໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ.
    ໃນຖານະເປັນປະເທດດຽວທີ່ບໍ່ມີຊາຍແດນຕິດກັບທະເລໃນພາກພື້ນອາຊີຕາເວັນອອກສຽງໃຕ້, ແຜນຍຸດທະສາດພັດທະນາປະເທດຈາກ "ປະເທດທີ່ບໍ່ຕິດກັບທະເລ landlocked" ກາຍເປັນ "ປະເທດເຊື່ອມຕໍ່ໃນອະນຸພາກພື້ນ landlinked", ພັກ ແລະ ລັດຖະບານລາວ ສະເໜີໃຫ້ເຊື່ອມຈອດກັບຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ". ສະນັ້ນ, ປະເທດລາວ ຈຶ່ງກາຍເປັນໜຶ່ງໃນບັນດາປະເທດທີ່ເຫັນດີ ແລະ ເຂົ້າຮ່ວມຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ກ່ອນໝູ່. ໃນໂຄງການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ລະຫວ່າງ ລາວ-ຈີນ, ໂຄງການເສັ້ນທາງລົດໄຟລາວ - ຈີນ ແມ່ນປະຈັກຕາເປັນພິເສດ. ຫຼັງຈາກໂຄງການນີ້ສ້າງສຳເລັດແລ້ວ, ຈະສິ້ນສຸດປະຫວັດສາດ ທີ່ປະເທດລາວບໍ່ມີທາງລົດໄຟທີ່ມີມາດຕະຖານໃນເມື່ອກ່ອນ, ຈະຊຸກຍູ້ປະເທດລາວກາຍເປັນເສັ້ນທາງຄົມມະນາຄົມທີ່ສຳຄັນໃນເຄືອຂ່າຍຄົມມະນາຄົມທາງບົກຂອງອາຊີຕາເວັນອອກສຽງໃຕ້ ກໍຄືເຄືອຂ່າຍທາງລົດໄຟພາກພື້ນອາຊີ.
    ຢ່າງໃດກໍຕາມ, ຢູ່ພາຍໃນປະເທດລາວ ກໍມີຫາງສຽງເປັນຫ່ວງເປັນໃຍ ແລະ ມີຄວາມເຫັນຕ່າງກັນບໍ່ໜ້ອຍ, ຄືບາງຄົນເປັນຫ່ວງວ່າການກໍ່ສ້າງທາງລົດໄຟໄດ້ລົງທຶນຢ່າງຫຼວງຫຼາຍ, ນີ້ຈະເຮັດໃຫ້ລັດຖະບານຕິດໜີ້ເປັນມູນຄ່າສູງ; ບາງຄົນເປັນຫ່ວງວ່າ ໂຄງການລົດໄຟຈະທຳລາຍສິ່ງແວດລ້ອມທຳມະຊາດທີ່ສວຍງາມຂອງປະເທດລາວ; ບາງຄົນເປັນຫ່ວງວ່າຄົນຕ່າງປະເທດທີ່ຫຼັ່ງໄຫຼເຂົ້າສູ່ປະເທດລາວນັບມື້ນັບຫຼາຍຂຶ້ນ ຈະກະທົບເຖິງໂອກາດຊອກຫາວຽກເຮັດງານທຳຂອງປະຊາຊົນລາວ. ເມື່ອປະເຊີນກັບການປ່ຽນແປງອັນໃຫຍ່ຫຼວງທີ່ກຳລັງເກີດຂຶ້ນຫຼືອາດຈະເກີດຂຶ້ນຢູ່ອ້ອມຂ້າງ, ການທີ່ມີຄວາມວິຕົກກັງວົນຕ່າງໆນານາກໍເປັນເລື່ອງປົກກະຕິຢູ່ແລ້ວ, ແຕ່ບາງຄົນທີ່ເຈດຕະນາບໍ່ດີໄດ້ເຜີຍແຜ່ຖ້ອຍຄຳວ່າປະເທດລາວຈະກາຍເປັນ "ປະເທດທາງຜ່ານລ້າໆ", ຜູ້ຂຽນແມ່ນບໍ່ເຫັນດີ ແລະ ຂໍມີການຕອບຄືດັ່ງນີ້. ຖ້າຢາກຮັ່ງມີຂຶ້ນ, ຕ້ອງປູທາງໄປກ່ອນ. ສຸພາສິດຈີນປະໂຫຍກນີ້ ໄດ້ກາຍເປັນຄວາມຮັບຮູ້ຮ່ວມກັນຂອງປະເທດ ແລະປະຊາຊົນນັບມື້ຫຼາຍຫຼາຍຂຶ້ນ.
    ສະຖິຕິສະແດງໃຫ້ເຫັນວ່າ: ລວມຍອດໄລຍະທາງທາງບົກ, ທາງລົດໄຟ ແລະ ໄລຍະທາງລົດໄຟ ສະເລ່ຍຕໍ່ຫົວຄົນຂອງອາເມຣິກາ ລ້ວນແຕ່ຢູ່ໃນອັນດັບໜຶ່ງຂອງໂລກ. ເຖິງຈະເປັນແນວນີ້ກໍຕາມ, ໃນເວລາແຂ່ງຂັນການເລືອກຕັ້ງປະທານາທິບໍດີ, ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະວາງງົບປະມານຈຳນວນ 550 ຕື້ໂດລາ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ຊຶ່ງລວມທັງການກໍ່ສ້າງເສັ້ນທາງຕ່າງໆ. ອາເມຣິກາ ທີ່ເປັນປະເທດພັດທະນາແລ້ວ ຍັງເນັ້ນຄວາມສຳຄັນໃນການສ້າງເສັ້ນທາງຕ່າງໆ, ປະເທດທີ່ພວມພັດທະນາຄືພວກເຮົາຍິ່ງຕ້ອງການເສີມສ້າງພື້ນຖານໂຄງລ່າງ.
    ສະນັ້ນ, ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະເຮັດໃຫ້ລັດຖະບານລາວຕິດໜີ້ຫຼາຍເກີນໄປບໍ? ໂຄງການທາງລົດໄຟລາວ-ຈີນໄດ້ໃຊ້ຮູບການBOT, ໝາຍຄວາມວ່າລັດຖະບານລາວມອບໃຫ້ບໍລິສັດທີ່ໄດ້ຮັບອະນຸມັດດຳເນີນການລົງທຶນລະດົມທຶນກໍ່ສ້າງ, ຮັກສາ ແລະ ດຳເນີນທຸລະກິດໃນໂຄງການພື້ນຖານໂຄງລ່າງອັນໜຶ່ງພາຍໃນເວລາທີ່ກຳນົດໄວ້, ຫຼັງຈາກເວລາກຳນົດສິ້ນສຸດແລ້ວ, ທາງບໍລິສັດຈະມອບໂຄງການດັ່ງກ່າວໃຫ້ແກ່ລັດຖະບານຂອງປະເທດນັ້ນໂດຍບໍ່ເກັບຄ່າ.
    ຮູບການແບບນີ້, ໄດ້ເຊື່ອມໂຍງກົນໄກຕະຫຼາດ ແລະ ການບໍລິຫານຂອງລັດຖະບານໃຫ້ປະສານສົມທົບກັນ, ໄດ້ແກ້ໄຂບັນຫາຂາດເຂີນທຶນຮອນ, ທັງໄດ້ຮັບປະກັນສິດຄວບຄຸມຂອງລັດຖະນຕໍ່ພື້ນຖານໂຄງລ່າງ ຊຶ່ງເປັນຮູບການທີ່ໄດ້ຮັບການນຳໃຊ້ຢ່າງສຳເລັດຜົນຢູ່ປະເທດ ຝຣັ່ງ, ອັງກິດ, ອາເມຣິກາ, ພາກພື້ນອາຊີ-ປາຊິຟິກ ແລະ ໄດ້ຮັບຄວາມນິຍົມຈາກທົ່ວໂລກຢ່າງກວ້າງຂວາງ.
    ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ທີ່ກຳລັງກໍ່ສ້າງຢູ່ອິນໂດເນເຊຍ ກໍເປັນໂຄງການຮ່ວມມືໃນຂອບ "ໜຶ່ງແລວໜຶ່ງເສັ້ນທາງ", ໂດຍເຊື່ອມໂຍງກັບຍຸດທະສາດພັດທະນາຂອງສອງຝ່າຍ ແລະ ໄດ້ກໍ່ສ້າງດ້ວຍຮູບການ BOT ເຊັ່ນກັນ. ທ່ານ ລູຮຸດ ບິນຊາປັນໄຈຕັນ ລັດຖະມົນຕີກະຊວງວຽກງານທາງທະເລ ແລະ ການປະມົງອິນໂດເນເຊຍ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ"ຄັ້ງທີ 2 ໄດ້ກ່າວເມື່ອບໍ່ດົນນີ້ວ່າ: ໃນການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ", ເຖິງວ່າການກໍ່ສ້າງພື້ນຖານໂຄງລ່າງຈະໃຊ້ເວລາດົນນານ, ແຕ່ມີຜົນດີຕໍ່ການພັດທະນາເສດຖະກິດແຫ່ງຊາດ. ທ່ານ ກ່າວຕື່ມວ່າ: ອິນໂດເນເຊຍ ໄດ້ສຳຫຼວດຄົ້ນຄວ້າຢ່າງເຕັມສ່ວນແລ້ວເຫັນວ່າ, ຮູບການທີ່ຮ່ວມມືກັບຈີນເປັນຮູບການທີ່ຖືກຕ້ອງ ແລະ ສາມາດພັດທະນາແບບຍືນຍົງໄດ້, ຈະບໍ່ມີໜີ້ສິນສຳລັບລັດຖະບານ.
    ອີກບັນຫາໜຶ່ງທີ່ໜ້າຈະກ່າວເຖິງກໍຄື: ໃນໄລຍະຈັດກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ" ຄັ້ງທີ 2, ເຈົ້າໜ້າທີ່ປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນຖະແຫຼງ "ຂອບການວິເຄາະກ່ຽວກັບລັກສະນະຍືນຍົງດ້ານໜີ້ສິນ ຂອງ "ໜຶ່ງແລວໜຶ່ງເສັ້ນທາງ", ຈະປ້ອງກັນ ແລະ ຄວບຄຸມຄວາມສ່ຽງໃນການຮ່ວມມືດ້ານລະດົມທຶນ ແລະ ລົງທຶນຢ່າງມີປະສິດທິຜົນ, ເພື່ອຮັບປະກັນໃຫ້ການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ພັດທະນາແບບຍືນຍົງ (Debt Sustainability Framework For Participating Countries of the Belt and Road Initiative). ສະນັ້ນ, ໂຄງການທາງລົດໄຟ ລາວ-ຈີນ ຈະບໍ່ແມ່ນເປັນການທຳລາຍສິ່ງແວດລ້ອມທຳມະຊາດຂອງລາວ. ເມື່ອປີ 2005, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກໍໄດ້ສະເໜີວ່າ "ພູຂຽວນ້ຳໃສກໍເປັນພູເງິນພູຄຳ". ໃນເວລາດົນນານມານີ້, ລັດຖະບານຈີນ ກໍໄດ້ປະຕິບັດຕາມທັດສະນະການພັດທະນາຄືແນວນີ້ຢ່າງສະເໝີຕົ້ນສະເໝີປາຍ. ຕົວຢ່າງ; ທາງລົດໄຟ ຊິ່ງໄຫ-ຕິເບດຂອງຈີນທີ່ໄດ້ເນັ່ງຜ່ານພູພຽງທີ່ສູງກວ່າໝູ່ໃນໂລກ, ສິ່ງແວດລ້ອມນິເວດມີຄວາມອ່ອນແອທີ່ສຸດ.ຈາກການອອກແບບລວມທັງການກໍ່ສ້າງ, ຮັກສາ ແລະ ແລ່ນລົດ, ໂຄງການທາງລົດໄຟສາຍນີ້, ໄດ້ປະຕິບັດຕາມທັດສະນະທີ່ "ຖືການອະນຸລັກສິ່ງແວດລ້ອມເປັນວຽກບຸລິມະສິດ" ມາໂດຍຕະຫຼອດ ແລະ ຖືເປັນ "ທາງລົດໄຟທີ່ເປັນມິດກັບສິ່ງແວດລ້ອມ" ສາຍທຳອິດຂອງຈີນ.
    ຄຳບູຮານຈີນກ່າວໄວ້ວ່າ: "ສິ່ງທີ່ຕົວເອງບໍ່ມັກກໍຢ່າບັງຄັບຜູ້ອື່ນ". ສຳລັບຊາວຈີນ ທີ່ເຄີຍມີປະສົບການໃນການ "ດຳເນີນການພັດທະນາໄປກ່ອນແລ້ວກັບມາສ້ອມແປງປັບປຸງຢ່າງໃຫຍ່ຕາມຫຼັງ" ປັດຈຸບັນ, ໄດ້ສ້າງທັດສະນະການພັດທະນາທີ່ "ການອະນຸລັກສິ່ງແວດລ້ອມມາກ່ອນ", ທັງໄດ້ສະຫຼຸບເຕັກນິກທີ່ກ້າວໜ້າ ແລະ ວິທີການຄຸ້ມຄອງບໍລິການທີ່ອະນຸລັກສິ່ງແວດລ້ອມ ທັງຊຸກຍູ້ການພັດທະນາໄປພ້ອມກັນ, ໄດ້ປະຕິບັດຕົວຈິງໃນການສ້າງໂຄງການພາຍໃນປະເທດ ແລະ ຕ່າງປະເທດ.
    ຕົວຢ່າງ: ໂຄງການລົດໄຟ ລາວ - ຈີນ ຕອນທີ 5 ຕັ້ງຢູ່ເມືອງວັງວຽງ ທີ່ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ໄດ້ຂ້າມນ້ຳຊອງທີ່ເປັນສາຍນ້ຳທີ່ສຳຄັນຂອງເມືອງວັງວຽງ, ນັບແຕ່ການລົງມືກໍ່ສ້າງເປັນຕົ້ນມາ, ທາງໂຄງການໄດ້ໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງແວດລ້ອມໃນລະດັບສູງ, ໄດ້ສ້າງສະຖານີບຳບັດນ້ຳເປື້ອນຢູ່ພາກສະໜາມກໍ່ສ້າງທຸກບ່ອນທີ່ຢູ່ໃກ້ກັບນ້ຳຊອງ, ເພື່ອບຳບັດນ້ຳເສຍທີ່ລະບາຍອອກຈາກອຸມົງ, ອັນໄດ້ຫຼີກເວັ້ນມົນລະພິດຕໍ່ສິ່ງແວດລ້ອມອ້ອມຂ້າງ. ຫຼັງຈາກສ້າງທາງລົດໄຟໃຫ້ສຳເລັດແລ້ວ, ສະຖານີບຳບັດນ້ຳເປື້ອນຍັງຈະມອບໃຫ້ແກ່ອົງການປົກຄອງທ້ອງຖິ່ນ ເພື່ອສາມາດນຳໃຊ້ໃນການປູກຝັງໃນລະດູແລ້ງ. ເຮັດແນວນີ້ພີ່ນ້ອງປະຊາຊົນລາວກໍບໍ່ຕ້ອງເປັນຫ່ວງວ່າຈະມີຜົນກະທົບຕໍ່ສິ່ງແວດລ້ອມ.
    ດັ່ງນັ້ນ, ໂຄງການທາງລົດໄຟ ລາວ - ຈີນ ບໍ່ໄດ້ເຮັດໃຫ້ປະຊາຊົນລາວເສຍໂອກາດຊອກຫາວຽກເຮັດງານທຳ. ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ນັບແຕ່ການລົງມືກໍ່ສ້າງທາງລົດໄຟລາວ-ຈີນ ເມື່ອເດືອນທັນວາປີ 2016 ເປັນຕົ້ນມາ, ໂຄງການນີ້ໄດ້ຮັບສະໝັກແຮງງານຈາກຊົນນະບົດລຽບຕາມເສັ້ນທາງລົດໄຟຫຼາຍກວ່າ 32,000 ເທື່ອຄົນ ເຂົ້າຮ່ວມການຝຶກອົບຮົມແລ້ວເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ກຳມະກອນລາວບໍ່ໜ້ອຍໄດ້ເສີມຂະຫຍາຍບົດບາດສຳຄັນໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ. ນອກນີ້, ບໍລິສັດຈີນທີ່ຮັບເໝົາໂຄງການຍັງໄດ້ເປີດຊຸດອົບຮົມສະເພາະ. ຄຽງຄູ່ກັບການຝຶກອົບຮົມແບບນີ້ດຳເນີນຕໍ່ໆໄປ, ຈະມີປະຊາຊົນລາວນັບມື້ນັບຫຼາຍຂຶ້ນຮຽນຮູ້ເຕັກນິກ ແລະ ສີມືຕ່າງໆ, ກາຍເປັນຜູ້ກໍ່ສ້າງ ແລະ ຜູ້ຮັກສາທາງລົດໄຟລາວ-ຈີນ.
    ທ້າວ ນິພອນ ເປັນກຳມະກອນທີ່ເຮັດວຽກຢູ່ໂຄງການທາງລົດໄຟ ລາວ-ຈີນ ຕອນຫຼວງພະບາງ, ກ່ອນເຂົ້າເຮັດວຽກຢູ່ໂຄງການລົດໄຟ ແມ່ນເປັນຊ່າງສ້ອມແປງລົດ, ຫຼັງຈາກເຂົ້າຮ່ວມໂຄງການລົດໄຟແລ້ວ, ທ້າວ ນິພອນ ໄດ້ຮຽນຮູ້ການສ້ອມແປງລົດນຳຄູສອນຈີນຕື່ມອີກ. ໃນປີທຳອິດທີ່ເຮັດວຽກໃນໂຄງການລົດໄຟ, ທ້າວ ນິພອນ ກໍໄດ້ແປງເຄື່ອງຈັກຊະນິດຕ່າງໆ 500 ກວ່າໜ່ວຍ. ປັດຈຸບັນ, ທ້າວ ນິພອນ ໄດ້ກາຍເປັນຊ່າງສ້ອມແປງເຄື່ອງຈັກລະດັບສູງ.
    ເມື່ອໄດ້ມີສີມືທີ່ຊຳນານງານເປັນຂອງຕົນເອງ, ກໍບໍ່ຕ້ອງເປັນຫ່ວງວ່າ ບໍ່ສາມາດຊອກວຽກເຮັດງານທຳ, ຍິ່ງກວ່ານັ້ນ, ຫຼັງຈາກທາງລົດໄຟ ລາວ-ຈີນ ສ້າງສຳເລັດແລ້ວ, ເສັ້ນທາງຄົມມະນາຄົມຈະກາຍເປັນເສັ້ນທາງແຫ່ງເສດຖະກິດການຄ້າ, ຈະກາຍເປັນຫົວຈັກທີ່ຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີເຮັດໃຫ້ປະເທດມີການພັດທະນາ ປະຊາຊົນຢູ່ເຢັນເປັນສຸກ, ພ້ອມທັງຈະສ້າງໂອກາດວຽກເຮັດງານທຳຫຼາຍກວ່າເກົ່າໃຫ້ແກ່ພີ່ນ້ອງປະຊາຊົນລາວອີກດ້ວຍ.
    ສະຫຼຸບລວມແລ້ວ, ການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ແມ່ນເຮັດໃຫ້ປະເທດລາວກາຍເປັນປະເທດເຊື່ອມຈອດ ແຕ່ບໍ່ແມ່ນເປັນທາງຜ່ານເທົ່ານັ້ນ. ແຕ່ບັນຫາທີ່ເກີດຂຶ້ນໃນການພັດທະນາຕ້ອງແກ້ໄຂດ້ວຍການພັດທະນາ. ຖ້າຢຸດຕິບາດກ້າວທີ່ເດີນໄປໜ້າຍ້ອນເກີດບັນຫາຈຳນວນໜຶ່ງ, ຈະເຮັດໃຫ້ປະເທດລາວພາດໂອກາດພັດທະນາ ແລະ ເຮັດໃຫ້ປະຊາຊົນພາດໂອກາດທີ່ຈະມີຊີວິດການເປັນຢູ່ດີກວ່າເກົ່າ.
    ນັບແຕ່ການສະເໜີຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ເປັນເວລາ 6 ປີຜ່ານມານີ້, ຫຼາຍປະເທດ ແລະ ເຂດແຄວ້ນຜ່ານການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ສ້າງສະຖິຕິ "ຄັ້ງທຳອິດ" ໃນປະຫວັດສາດຂອງປະເທດຕົນຂຶ້ນຄື: ປະເທດກາຊັກສະຖານ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລທີ່ໃຫຍ່ທີ່ສຸດໃນໂລກ ໄດ້ມີທາງອອກໄປສູ່ທະເລຂອງຕົນເປັນຄັ້ງທຳອິດ, ພາກຕາເວັນອອກຂອງອາຟຣິກກາ ມີທາງດ່ວນສາຍທຳອິດຂອງຕົນ, ມານດິຟ ໄດ້ມີຂົວຂ້າມທະເລແຫ່ງທຳອິດ, ເບລາຣູສ ໄດ້ມີຂະແໜງການຜະລິດລົດເກງຂອງຕົນເປັນຄັ້ງທຳອິດ. ຢູ່ປະເທດເກນຢາ, ທາງລົດໄຟເຊື່ອມຕໍ່ນະຄອນຫຼວງໄນໂຣບີ ແລະ ມົມບາຊາທີ່ເປັນເມືອງທ່າກຳປັ່ນ ທີ່ກໍ່ສ້າງໂດຍບໍລິສັດຈີນນັ້ນ ໄດ້ຮັບການຍ້ອງຍໍວ່າ; ເປັນໂຄງການສະຕະວັດຂອງປະເທດເກນຢາ, ຫຼັງຈາກສ້າງສຳເລັດ ແລະ ເປີດນໍາໃຊ້, ໄດ້ສ້າງໂອກາດວຽກເຮັດງານທຳເກືອບ 5 ໝື່ນຕຳແໜ່ງໃຫ້ແກ່ເກນຢາ, ຊຸກຍູ້ໃຫ້ເສດຖະກິດເຕີບໂຕ 1,5%. ຢູ່ກຳປູເຈຍ, ເຄີຍຂາດພະລັງງານໄຟຟ້າເຖິງ 20%, ການເສຍຄ່າກະແສໄຟຟ້າຂອງພົນລະເຮືອນສູງສຸດເຖິງ 0,9 ໂດລາຕໍ່ກິໂລວັດໂມງ. ຫຼັງຈາກເຂື່ອນໄຟຟ້າ Stung RusseiChrum ໂດຍຈີນໃຫ້ການຊ່ວຍເຫຼືອສ້າງສຳເລັດ ແລະ ຜະລິດຜົນ, ແຕ່ລະປີຈະໄດ້ສະໜອງໄຟຟ້າທີ່ມີລາຄາຖືກ 1 ຕື້ກິໂລວັດໂມງໃຫ້ແກ່ກຳປູເຈຍ. ຊີວິດການເປັນຢູ່ຂອງປະຊາຊົນສາມາດນຳໃຊ້ກະແສໄຟຟ້າຢ່າງສະດວກສະບາຍ, ຊີວິດການເປັນຢູ່ກໍດີຂຶ້ນຢ່າງຫຼວງຫຼາຍ.
     ແນວໃດກໍຕາມ, ເຖິງວ່າຮູບການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ບໍ່ແມ່ນຮູບແບບການຮ່ວມມືທີ່ສົມບູນແບບກໍຕາມ, ແຕ່ໃນໂລກກໍອາດຈະບໍ່ມີຮູບແບບທີ່ສົມບູນແບບທີ່ສຸດ. ແຕ່ສຳລັບມາດຕະການຕ່າງໆທີ່ເຫັນໄດ້, ສຳຜັດໄດ້ຢ່າງແທ້ຈິງດັ່ງທີ່ກ່າວມາຂ້າງເທິງນັ້ນ. ຜົນປະໂຫຍດຕ່າງໆທີ່ພົ້ນເດັ່ນຈະເຮັດໃຫ້ປະເທດຊາດ ແລະ ປະຊາຊົນນັບມື້ນັບຫຼາຍຂຶ້ນເຊື່ອໝັ້ນວ່າ, ຄວາມດຸນດ່ຽງ ແລະ ການພັດທະນາຈະສາມາດບັນລຸຜົນເປັນຈິງໄດ້, ມີຄວາມໝາຍໃນດ້ານຕົວຈິງ.
    ຂໍ້ລິເລີ່ມທີ່ຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ກຳເນີດຢູ່ຈີນ, ແຕ່ໂອກາດ ແລະ ໝາກຜົນທີ່ມາຕາມຫຼັງນັ້ນ ແມ່ນຂຶ້ນກັບປະເທດຕ່າງໆໃນທົ່ວໂລກ. ໃນນັ້ນລວມທັງປະເທດລາວເຮົາ.