Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ນາງ ດາລາວອນ ມະນີຈັນ ອະດີດນັກກິລາປິ່ງປ່ອງທີມຊາດລາວ ທັງເປັນປະທານສະໂມສອນປິ່ງປ່ອງດາລາວອນ ແຈ້ງໃຫ້ຊາບວ່າ: ເພື່ອເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງລັດຖະບານກໍຄືກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງໃຫ້ບັນດາໂຮງຮຽນທຸກພາກສ່ວນໃນຂະແໜງສຶກສາ ແລະ ບັນດາສະໂມສອນຕ່າງໆໃຫ້ຢຸດການຝຶກຊ້ອມຊົ່ວຄາວນັບແຕ່ນີ້ເປັນຕົ້ນໄປທາງສະໂມສອນ ຈຶ່ງໄດ້ປະກາດໃຫ້ນັກກິລາພາຍໃນສະໂມສອນໄດ້ຮັບຊາບຢ່າງທົ່ວເຖິງ ເພື່ອຢຸດການຝຶກຊ້ອມໃຫ້ແກ່ນັກກິລາເຍົາວະຊົນ ແລະ ໄວໜຸ່ມຊົ່ວຄາວ ເພື່ອເປັນການປ້ອງກັນບໍ່ໃຫ້ນັກກິລາຕິດເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງໃນທົ່ວໂລກ ຫຼັງຈາກພະຍາດດັ່ງກ່າວຢຸດການແຜ່ລະບາດເປັນທີ່ຮຽບຮ້ອຍທາງສະໂມສອນດາລາວອນ ຈຶ່ງຈະກັບມາເປີດສອນຝຶກຊ້ອມຢ່າງເປັນປົກກະຕິ.
ທ່ານ ນາງ ດາລາວອນ ມະນີຈັນ ໃຫ້ຮູ້ຕື່ມອີກວ່າ: ສຸດເສຍດາຍທີ່ສຸດສູນຂອງພວກເຮົາກຳລັງໄດ້ຮັບຄວາມສົນໃຈນິຍົມຊົມຊອບຈາກມວນຊົນເປັນຢ່າງຫຼວງຫຼາຍ ແລະ ມີທ່າອ່ຽງດີຂຶ້ນເລື້ອຍໆ ໂດຍໄດ້ມີການວາງແຜນກະກຽມຈະຈັດການແຂ່ງຂັນ ແລະ ຈັດກິດຈະກຳຫຼາຍຢ່າງ ໃນລະຫວ່າງເດືອນມີນາ ຫາ ເດືອນທັນວາ 2020 ແຕ່ມາພົບກັບບັນຫາພະຍາດ ໂຄວິດ-19 ແຜ່ລະບາດ ຊຶ່ງເຮັດໃຫ້ພວກເຮົາຕ້ອງມີຄວາມຈຳເປັນຢຸດກິດຈະກຳທຸກຢ່າງແບບບໍ່ມີກຳນົດ ໄດ້ສ້າງຜົນເສຍຫາຍຫຼາຍພໍສົມຄວນສະເລ່ຍໃນຕອນນີ້ປະມານ 40-50% ແຕ່ຖ້າແກ່ຍາວໄປຮອດເດືອນພຶດສະພາ ຫຼື ເດືອນມິຖຸນາຍັງບໍ່ສາມາດເປີດບໍລິການຝຶກຊ້ອມຢ່າງເປັນປົກກະຕິຈະສ້າງຜົນເສຍຫາຍເພີ່ມຂຶ້ນຫຼາຍຢ່າງແນ່ນອນ ແຕ່ເຖິງຢ່າງໃດກໍຕາມສິ່ງທີ່ເຮັດໄດ້ກໍພະຍາຍາມບອກສອນ ແລະ ແນະນຳສະມາຊິກຂອງສະໂມສອນ ຈຳນວນ 30-40 ຄົນ ເຖິງວ່າຈະບໍ່ໄດຝຶກຊ້ອມກັບສະໂມສອນພວກເຮົາ ຢູ່ທາງບ້ານກໍຕ້ອງຝຶກທັກສະ ແລະ ເທັກນິກຕ່າງໆເພື່ອເສີມສ້າງ ແລະ ຮັກສາສະມັດຖະພາບຂອງຮ່າງກາຍໄວ້ຄົງເດີມຄືເກົ່າ ແລະ ບັນຫາໃດທີ່ຍັງບໍ່ເຂົ້າໃຈກໍສາມາດໂທມາສອບຖາມພົວພັນໄດ້.
ປັດຈຸບັນສະໂມສອນປິ່ງປ່ອງດາລາວອນ ເປີດສອນຢູ່ທີ່ສູນການຄ້າລາວ-ໄອເຕັກ (ຊັ້ນ 4) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມີຄູຝຶກສອນ 4 ທ່ານ ແລະ ນັກກິລາປະມານ 30-40 ຄົນ ຊ້ອມທຸກໆວັນ ເລີ່ມແຕ່ເວລາ 10:00-20:00 ໂມງ ເປັນຕົ້ນໄປ.
(ວົງຈອນກິລາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com