Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງສຶກສາທິການ ແລະ ກິລາໄດ້ສ້າງລາຍການ ການຮຽນ-ການສອນ ຜ່ານທາງໂທລະພາບ ແລະ ວິທະຍຸ ໂດຍນຳເອົາວິຊາຮຽນຫຼັກໃນຂັ້ນປະຖົມສຶກສາມາສອນ ເພື່ອທົດແທນໃນໄລຍະໂຮງຮຽນປິດຊົ່ວຄາວເນື່ອງຈາກການແຜ່ລະບາດຂອງ ເຊື້ອພະຍາດຈຸລະໂຣກສາຍພັນໃໝ່ໂຄວິດ-19.
ໂຮງຮຽນຊັ້ນປະຖົມສຶກ ສາສົມບູນ ໃນ ສປປ ລາວ ໄດ້ປະ ກາດປິດໂຮງຮຽນຊົ່ວຄາວຕັ້ງ ແຕ່ວັນທີ 19 ມີນາ ເປັນຕົ້ນມາ, ຈາກບັນຫາດັ່ງກ່າວສະຖາບັນຄົ້ນຄວ້າວິທະຍາສາດການສຶກ ສາໄດ້ເລີ່ມຖ່າຍທຳວິດີໂອການ ສອນບົດຮຽນຜ່ານທາງໂທລະ ພາບ ນັບແຕ່ວັນທີ 23 ມີນາ ເປັນຕົ້ນມາ ເພື່ອຊ່ວຍໃຫ້ນັກ ຮຽນຊັ້ນປະຖົມສາມາດຮຽນດ້ວຍຕົນເອງຢູ່ເຮືອນໃນໄລຍະໂຮງຮຽນປິດຊົ່ວຄາວ. ຫົວຂໍ້ທີ່ນຳ ມາສອນແມ່ນຫຼັກສູດຊ່ວຍໃຫ້ນັກຮຽນສາມາດຮຽນຮູ້ໄດ້ໄວ ແລະ ຫຼຸດຜ່ອນຜົນກະທົບຈາກການພັກໂຮງຮຽນເປັນເວລາດົນນານ ພ້ອມກັນນີ້ຍັງມີຈຸດປະສົງເຜີຍແຜ່ຄວາມຮູ້ກ່ຽວກັບຄວາມສ່ຽງທີ່ຈະຕິດເຊື້ອພະຍາດໂຄວິດ-19 ພ້ອມກັບໃຫ້ຄຳແນະ ນຳວິທີການປ້ອງກັນຕົນເອງ ແລະ ສາທິດວິທີການລ້າງມືທີ່ຖືກຕ້ອງ.
ຜົນງານການສ້າງວິດີໂອ ການຮຽນ-ການສອນດັ່ງກ່າວແມ່ນໄດ້ຮັບການສະໜັບສະ ໜູນຈາກລັດຖະບານອົສຕຣາລີ ແລະ ສະຫະພາບເອີຣົບໂດຍ ຜ່ານແຜນງານບີຄວາ. ທີມງານ ຂອງສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາຮ່ວມກັບນັກພັດທະນາຫຼັກສູດ, ທີມງານຖ່າຍທຳວິດີໂອ ແລະ ທີມງານສື່ການຮຽນ-ການສອນດ້ານອີ ເລັກໂຕຣນິກໄດ້ເຮັດວຽກຢ່າງ ໜັກໜ່ວງ ໃນການສ້າງຜົນງານວິດີໂອການສອນອອກມາ ເພື່ອໃຫ້ໄດ້ 3 ບົດສອນຕໍ່ມື້. ຄູສອນຂັ້ນປະຖົມຈຳນວນ 10 ທ່ານ ແລະ ອຳນວຍການໂຮງຮຽນໄດ້ ອາສາຜັດປ່ຽນກັນເຂົ້າມາຖ່າຍ ທຳການສອນບົດຮຽນ ໃນໄລ ຍະພັກປີໃໝ່ລາວ.
ສຳລັບວິຊາທີ່ນຳມາສອນແມ່ນບົດຮຽນແຕ່ຊັ້ນ ປ1 ຮອດ ປ5 ຊຶ່ງໃນນັ້ນມີວິຊາ: ພາສາລາວ, ຄະນິດສາດ ແລະ ພາສາອັງກິດ. ລາຍການຍັງໄດ້ນຳເອົາບົດຄວາມແນະນຳວິທີການຫຼີກລ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ໂດຍໃຊ້ວິທີການທີ່ ແທດເໝາະກັບນັກຮຽນຊັ້ນປະ ຖົມ ເພື່ອຄວາມເຂົ້າໃຈງ່າຍ ແລະ ບົດຄວາມສົ່ງເສີມໃຫ້ເຂົາເຈົ້າ ຝຶກຝົນຢູ່ບ້ານ, ໝັ່ນອ່ານບົດ ຮຽນ, ການຮັກສາປຶ້ມແບບຮຽນ ຂອງຕົນ ແລະ ຊ່ວຍເຫຼືອພໍ່ແມ່ເຮັດວຽກເຮືອນນຳອີກ.
ລາຍການນີ້ແມ່ນໄດ້ອອກອາກາດສອງເທື່ອຕໍ່ມື້ທາງໂທ ລະພາບແຫ່ງຊາດລາວຊ່ອງ 1 ແລະ ຫ້າເທື່ອຕໍ່ອາທິດ ທາງວິທະຍຸກະຈາຍສຽງແຫ່ງຊາດທັງລະບົບ FM ແລະ AM. ການອອກ ອາກາດແຕ່ລະເທື່ອແມ່ນນຳເອົາການສອນສອງວິຊາມາສອນ ລວມເປັນ 30 ນາທີ, ນອກຈາກນີ້ ຄູຍັງໄດ້ນຳໃຊ້ສື່ອອນລາຍ ແລະ ສົ່ງຂໍ້ຄວາມທາງມືຖື ເພື່ອຕິດຕໍ່ກັບນັກຮຽນຂອງຕົນ ເພື່ອຊ່ວຍອະທິບາຍບົດຮຽນເພີ່ມເຕີມ ພ້ອມທັງໃຫ້ວຽກບ້ານ ແລະ ກວດ ຄືນນຳອີກ ແລະ ລາຍການນີ້ຈະ ຍັງຄົງສືບຕໍ່ໄປຈົນຮອດປິດສົກຮຽນ.
ນັກຮຽນຊັ້ນປະຖົມສາມາດ ຕິດຕາມໄດ້ທີ່:
- ໂທລະພາບແຫ່ງຊາດ ຊ່ອງ 1, ທຸກໆວັນ ເວລາ 8:00-8:30 ໂມງ ແລະ 15:00-15:30 ໂມງ.
- ວິທະຍຸກະຈາຍສຽງແຫ່ງຊາດ ທາງຄື້ນ AM 567 KHz and FM 103.7 MHz , ທຸກໆວັນຈັນ, ວັນພຸດ ແລະ ວັນສຸກ, ເວລາ 9:00-9:30 ໂມງ ແລະ ວັນເສົາ-ອາທິດ ເວລາ 14:30 -15:00 ໂມງ.
- ທາງເຟດບຸກເພສ: “Edu-Sport TV online” ແລະ “ສື່ເອເລັກໂຕຣນິກ ສຳລັບການຮຽນ-ການສອນ”.
(ຂ່າວ-ພາບ: ບີຄວາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com