Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 29/06/2021 09:22:28 ຈຳ​ນວນ​​ຢ້ຽມ​ຊົມ 4398 ຄັ້ງ

   ໃນຕອນເຊົ້າວັນທີ 28 ມິຖຸນາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ.

  ອອກຮັບສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ທີ່ສະໜາມບິນສາກົນໂນ້ຍບາຍ ນະຄອນຫຼວງຮ່າໂນ້ຍ ມີ ສະຫາຍ ຫວໍ ວັນ ເທື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເລ ມິງ ຮຶ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ       ເລ ຮວາຍ ຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ເລ ແຂ໊ງ ຮ້າຍ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ສະຫາຍ ຈູ ງອກ ແອງ ກໍາມະການສູນກາງພັກ ປະທານຄະນະກໍາມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ; ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ສະຫາຍ           ຫງວຽນ ບ໋າຮຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ບັນດາການນໍາຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດ ນາມ ແລະ ພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.

  ພິທີຕ້ອນຮັບຢ່າງເປັນທາງການ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທໍານຽບປະທານປະເທດແຫ່ງ ສສ ຫວຽດນາມ ໂດຍ ສະຫາຍ                ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ, ມີບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເຂົ້າຮ່ວມ.

  ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່ ປະທານປະເທດ        ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ດໍາເນີນການພົບປະທາງການສອງຝ່າຍ.

ໃນການພົບປະຄັ້ງນີ້ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ໄປຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ໃນທາມກາງບັນຍາກາດທີ່ທັງສອງພັກ ຫາກໍສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ພວມອອກແຮງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ - ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ ຢ່າງເປັນຂະບວນຟົດຟື້ນ.

  ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ກໍຄືບັນດາສະຫາຍການນໍາຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຕ້ອນຮັບ ອັນສະໜິດສະໝົມ, ອົບອຸ່ນ ແລະ ສົມກຽດ, ເຕັມໄປ ດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຕໍ່ຄະນະ ນັບແຕ່ເວລາທີ່ເດີນທາງໄປເຖິງນະຄອນຫຼວງຮ່າໂນ້ຍ ດິນແດນວິລະຊົນທີ່ສວຍງາມ, ຶ່ງທັງໝົດນັ້ນ ເປັນການສະແດງເຖິງມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາຍາກ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນັ້ນກໍໄດ້ສະແດງຄວາມພາກພູມໃຈ ແລະ ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ປະຊາຊົນຫວຽດນາມ ອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປ່ຽນແປງພາລະກິດພັດທະນາ, ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນໄລຍະ 30 ກວ່າປີ ແຫ່ງການດຳເນີນພາລະກິດປ່ຽນແປງໃໝ່, ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ແລະ ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນໍາພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ.

  ການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ຍັງເປັນການຢັ້ງຢືນຄືນອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວທັງຊາດ ໃນການສືບຕໍ່ມູນເຊື້ອແຫ່ງການຜູກພັນອັນເລິກເຊິ່ງ, ໜັກແໜ້ນ, ເຊື່ອອົກເຊື່ອໃຈກັນ, ບໍລິສດຜຸດຜ່ອງຂອງຄວາມສໍາພັນທີ່ຫາຍາກຂອງສອງຊາດ ລາວ-ຫວຽດນາມ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ສ້າງ, ບໍາລຸງ ແລະ ຖະນຸຖະໜອມ ມານັ້ນໃຫ້ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

  ສອງຝ່າຍເປັນເອກະພາບຕີລາຄາວ່າ: ການພົວພັນຮ່ວມມີລະຫວ່າງສອງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ລົງທຶນ ສືບຕໍ່ມີການຂະຫຍາຍຕົວໃນທ່ວງທ່າທີ່ຕັ້ງໜ້າ; ການລົງທຶນຂອງຫວຽດນາມໃນ ສປປ ລາວ ໄດ້ເພີ່ມຂຶ້ນແຕ່ລະປີ, ການຄ້າສອງຝ່າຍໄດ້ຂະຫຍາຍຕົວຕໍ່ເນື່ອງ; ການພົວພັນດ້ານວຽກງານການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຶກສາ-ກິລາ, ວັດທະນະທໍາ, ສາທາລະນະສຸກ, ຄົມມະນາ  ຄົມ-ຂົນສົ່ງ, ວິທະຍາສາດ-ເຕັກນິກ, ກະສິກໍາ ແລະ ອື່ນໆ ກໍລ້ວນແຕ່ມີການພັດ ທະນາຢ່າງຕັ້ງໜ້າ, ແທດຕົວຈິງ ແລະ ນັບມື້ນັບມີປະສິດທິຜົນຫຼາຍກວ່າເກົ່າ.

  ໃນການພົບປະ​​ລະຫວ່າງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດແລະ  ສະຫາຍ ຟ້າ ມິ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມຍົນຕີແຫ່ງ ສສ ຫວຽດນາມແລະ ສະຫາຍເວື່ອງ ດິງເຫວະ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສສ ຫວຽດນາມ. ສະຫາຍເລ ຂາທິການໃຫຍ່ ປະທານປະເທດ ທອງລຸນສີສຸລິດໄດ້ສະແດງຄວາມຍິນດີແລະ ຮູ້ສຶກດີໃຈທີ່ໄດ້ພົບປະກັບບັນດາສະຫາຍ, ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ນັບມື້ນັບມີປະສິດທິຜົນ, ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ຊຸກຍູ້ບັນດາໂຄງການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມໃຫ້ແກ່ລັດຖະບານ ສປປ ລາວເປັນຕົ້ນໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ, ພ້ອມທັງຊຸກຍູ້ສົ່ງເສີມການລົງທຶນແລະ ການຄ້າສອງຝ່າຍ ລາວ-ຫວຽດນາມເຊັ່ນ: ​ໂຄງການທ່າເຮືອຫວູງອາງ, ​ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ​ໂຄງການຊື້-​ຂາຍໄຟຟ້າແລະ ອື່ນ. ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ສສ ຫວຽດນາມ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໂດຍໄດ້ສົ່ງທີແພດຊ່ຽວຊານແລະ ອຸປະກອນການແພດ ປະກອບສ່ວນເຂົ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງທັນການແລະ ມີປະສິດຜົນຊຶ່ງມາຮອດັດຈຸບັນສາມາດຄວບຄຸມແລະ ຈໍາກັດການແຜ່ລະບາດໄດ້ໂດຍພື້ນຖານ.

  ເພື່ອເປັນການສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມື ໃນດ້ານຕ່າງໆລະຫວ່າງສອງພັກ, ສອງລັດ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີ: ສືບຕໍ່ການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິດ້ວຍຫຼາຍຮູບ, ຫຼາຍແບບ ເທົ່າທີ່ຈະເປັນໄປໄດ້, ໃນນີ້ສືບຕໍ່ດໍາເນີນການພົບປະປະຈໍາປີຂອງການນຳຂັ້ນສູງຂອງສອງພັກ; ສືບຕໍ່ຈັດຕັ້ງບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະທາງດ້ານທິດສະດີ ແລະ ພຶດຕິກໍາ, ສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ບໍາລຸງສ້າງພະນັກງານໃຫ້ແກ່ລາວ; ຈັດກອງປະຊຸມສໍາມະນາທິດສະດີສອງພັກ ຄັ້ງທີ VIII; ສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືປະຈໍາປີ ລະຫວ່າງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາກົນໄກຮ່ວມມື ລະຫວ່າງບັນດາອົງການຈັດຕັ້ງທີ່ເຮັດວຽກງານພົວພັນຕ່າງປະເທດ ແລະ ອົງການການທູດຂອງສອງປະເທດ. ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ; ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2021 ຂອງ ຄະນະກໍາມະການຮ່ວມມື ລະຫວ່າງ ສອງລັດຖະບານໃຫ້ມີຈຸດສຸມ ແລະ ປະສິດທິຜົນ; ຕິດຕາມ, ກວດກາ ແລະ ຊຸກຍູ້ ການປະ ຕິບັດບັນດາໂຄງການຊ່ວຍເຫຼືອຂອງຫວຽດນາມໃຫ້ແກ່ລາວ; ຈັດຕັ້ງບັນດາໂຄງການລົງທຶນຕ່າງໆທີ່ໄດ້ຕົກລົງກັນແລ້ວ ແລະ ຊຸກຍູ້ສົ່ງເສີມການລົງທຶນໂດຍກົງຢູ່ທັງສອງປະເທດໃຫ້ຫຼາຍກວ່າເກົ່າ. ເພີ່ມທະວີການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ ແລະ ບັນດາທ້ອງຖິ່ນຂອງສອງປະເທດ ໃຫ້ມີປະສິດທິຜົນ, ແທດຕົວຈິງ.

  ສະຫາຍ​​ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ຕາງໜ້າໃຫ້ ພັກ, ລັດແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດຖະບານແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສູໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການແລະ ມີປະສິດທິຜົນ ຕໍ່ພາລະການປະຕິວັດຂອງປະຊາຊົນລາວໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃນັດຈຸບັນ.

ພາຍຫຼັງການພົບປະທາງການສອງຝ່າຍ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດແລະ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງໄດ້ເປັນສັກຂີພິຍານໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍ ຄື: ​ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມໄລຍະ 2021-2023; ບົດບັນທຶກວ່າດ້ວຍແຜນການຮ່ວມມື ວັດທະນະທໍາ, ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025; ບົດບັນທຶກວ່າດ້ວຍແຜນການຮ່ວມມືໃນຂົງເຂດຂ່າວສານ ລະຫວ່າງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ແລະ ສັນຍາການຮ່ວມມືທາງງດ້ານເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນາຈຳນວນໜຶ່ງ.

ນອກຈາກນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລູນ ສີສຸລິດ ຍັງໄດ້ໄປຢ້ຽມຢາມ ສະຫາຍ ນົງດຶກແມ້ງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມແລະ ສະຫາຍເຈີ ດຶກເລືອ ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ຕື່ມອີກ.

  ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ຫງວຽນຟູຈ້ອງເລຂາທິການ​​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ຫງວຽນຊວັນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພນັນລະຍາໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບເປັນກຽດແດ່ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາແລະ ຄະນະຜູ້ແທນຂັ້ນສູນກາງພັກ, ລັດ ສປປ ລາວ ທີ່ສູນປະຊຸມສາກົນ ນະຄອນຫຼວງຮ່າໂນ້ຍໂດຍມີບັນດາການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com