Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 10 ກຸມພາ ນີ້ ທີ່ກະຊວງ ຕສ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ໂຄບາຢາຊິ ເຄນອິຈິ ທີ່ໄດ້ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫຼືອຂອງຍີ່ປຸ່ນໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອ ທາງດ້ານການຈັດຝຶກອົບຮົມຕ່າງໆ ເພື່ອພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ແລະ ຊ່ວຍເຫຼືອສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບແຫ່ງ ສປປ ລາວ (Lao PDR Energy Efficient Data Center) ໂດຍຜ່ານອົງການພັດທະນາອຸດສາຫະກຳ ເຕັກໂນໂລຊີ ແລະ ພະລັງງານໃໝ່ ຊຶ່ງໄດ້ເປີດນຳໃຊ້ ວັນທີ 29 ພະຈິກ 2016 ທີ່ຜ່ານມາ. ໃນໂອກາດດຽວກັນ, ທັງສອງຝ່າຍໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືກັນທາງດ້ານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກໍຄືການເສີມ ຂະຫຍາຍສາຍພົວພັນ ຮ່ວມມືອັນດີງາມລະຫວ່າງ ລາວ - ຍີ່ປຸ່ນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.
ທ່ານ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບໍ່ວຽງຄຳ ວົງດາລາ ທີ່ໄດ້ໃຫ້ກຽດ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນເລື້ອຍໆ.
ຂ່າວ-ພາບ: ຫ້ອງການກະຊວງ ຕສ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com