Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລເຕັກນິກວິຊາຊີບແບບປະສົມຈາກ 18 ແຂວງ ແລະ ພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຮ່ວມມືກັບ ອົງການອາຫານໂລກ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອເຊື່ອມສານວຽກງານອາຊີວະສຶກສາເຂົ້າໃນວຽກງານອາຫານທ່ຽງໃນໂຮງຮຽນ ຊຶ່ງຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຢານ ເດວແບ ຜູ້ອຳນວຍການ ພ້ອມທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຊື່ອມສານ ລະຫວ່າງ ວິທະຍາໄລເຕັກນິກວິຊາຊີບແບບປະສົມ ເຂົ້າໃນວຽກງານອາຫານທ່ຽງໃນໂຮງຮຽນ ແມ່ນການຈັດຕັ້ງປະຕິບັດຕາມນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ ທີ່ລັດຖະບານປະກາດໃຊ້ໃນປີ 2014 ທີ່ໄດ້ລະບຸຊັດເຈນວ່າ ບັນດາສະຖາບັນອາຊີວະສຶກສາ ມີໜ້າທີ່ສະໜັບສະໜູນດ້ານເຕັກນິກວິຊາການ ໃຫ້ແກ່ແຜນງານອາຫານທ່ຽງໃນໂຮງຮຽນ ເພື່ອຮັບປະກັນໃຫ້ມີອາຫານຫຼາກຫຼາຍ ຕາມຫຼັກໂພຊະນາການ ໃນຂັ້ນຊຸມຊົນ ແລະ ປະກອບສ່ວນເຮັດໃຫ້ວຽກງານອາຫານທ່ຽງໃນໂຮງຮຽນ ມີຄວາມຍືນຍົງ ເພື່ອສ້າງ ເງື່ອນໄຂໃຫ້ເດັກໄດ້ຮັບການຮຽນຮູ້ທີ່ດີ ແລະ ມີສຸຂະພາບແຂງແຮງ. ກິດຈະກຳຫຼັກທີ່ມີຄວາມຮຽກຮ້ອງໃຫ້ມີການຮ່ວມມື ແລະ ເຊື່ອມສານເຂົ້າໃນວິທະຍາໄລເຕັກນິກວິຊາຊີບແບບປະສົມ ແມ່ນດ້ານການຜະລິດກະສິກຳຂອງໂຮງຮຽນ, ການປຸງແຕ່ງອາຫານໃນໂຮງຮຽນ, ການແປຮູບອາຫານ, ການເກັບຮັກສາອາຫານໄວ້ກິນຍາວນານ ແລະ ການໃຫ້ດ້ານໂພຊະນາການ ເຫຼົ່ານີ້ເປັນຕົ້ນ.
ທ່ານ ພຸດ ສິມມາລາວົງ ກ່າວວ່າ: “ຊຸມຊົນຫຼາຍແຫ່ງຍັງປະເຊີນກັບຄວາມທ້າທາຍໃນການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນ ເນື່ອງມາຈາກປະສົບການ ແລະ ຄວາມຮັບຮູ້ດ້ານການປູກ-ການລ້ຽງ, ການເກັບຮັກສາອາຫານໄວ້ກິນຍາວນານ ແລະ ຄວາມຮູ້ດ້ານໂພຊະນາການ ຍັງຈໍາກັດ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ວິທະຍາໄລເຕັກນິກວິຊາຊີບແບບປະສົມ ຈະມີໂອກາດຮ່ວມມືກັບອົງການອາຫານໂລກ ໃນການສະໜັບສະໜູນບັນດາໂຮງຮຽນທີ່ມີອາຫານທ່ຽງໃນໂຮງຮຽນ,”.
ທ່ານ ຢານ ເດລແບ ກ່າວ່າ: ອົງການອາຫານໂລກໄດ້ໃຫ້ການສະໜັບສະໜູນອາຫານທ່ຽງໃນໂຮງຮຽນໃນ ສປປ ລາວ ຕັ້ງແຕ່ປີ 2002. ໃນກາງປີ 2019 ໄດ້ມອບໂອນໂຄງການອາຫານທ່ຽງໃນໂຮງຮຽນ ຈຳນວນ 515 ໂຮງຮຽນໃຫ້ແກ່ ລັດຖະບານ ແລະ ໄດ້ມອບຕື່ມອີກ 915 ໂຮງຮຽນໃນປີທ້າຍ 2021. ພາຍຫຼັງການມອບດັ່ງກ່າວແລ້ວ ອົງການອາຫານໂລກ ຍັງສືບຕໍ່ໃຫ້ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງທາງດ້ານວຽກງານອາຫານທ່ຽງໃນໂຮງຮຽນ ແລະ ສະໜັບສະໜູນ ການປັບປຸງຄຸນນະພາບທາງໂພຊະນາການຂອງອາຫານທ່ຽງໃນໂຮງຮຽນ.
“ການມອບໂອນດັ່ງກ່າວ ເປັນຂີດໝາຍສຳຄັນຂອງວຽກງານອາຫານທ່ຽງໃນໂຮງຮຽນຂອງ ສປປ ລາວ, ແຕ່ອາດຈະຍັງຕ້ອງໃຊ້ເວລາອີກຍາວນານກ່ອນທີ່ແຜນງານແຫ່ງຊາດ ວ່າດ້ວຍ ອາຫານທ່ຽງໃນໂຮງຮຽນ ຈະສາມາດຈັດຫາອາຫານທ່ຽງທີ່ມີຄຸນຄ່າທາງໂພຊະນາການ ແລະ ມີຄຸນນະພາບ. ອົງການອາຫານໂລກ ຍັງຈະສືບຕໍ່ສະໜັບສະໜູນທາງດານວິຊາການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນທຸກລະດັບ ເພື່ອປັບປຸງຄວາມຍືນຍົງ ແລະ ຄຸນນະພາບຂອງອາຫານທ່ຽງໃນໂຮງຮຽນ”.
ຂ່າວ: ອົງການອາຫານໂລກ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com