Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 28 ພະຈິກ ນີ້ ທີ່ສຳນັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ຄະນະພັກ, ຄະນະນຳ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
ໃນໂອກາດດັ່ງກ່າວ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບສະຫາຍ ຫງວຽນບ໋າຮຸ່ງ ພ້ອມດ້ວຍຄະນະ ທີ່ມາອວຍພອນ ຊຶ່ງໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສະໜິດສະໜົມ, ຄຳອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ລາວ-ຫວຽດນາມ ມາສູ່ຄະນະພັກ, ຄະນະນຳ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກທັງໝົດ, ເປັນການສະແດງ ໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາຮຸ່ນການນໍາ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກແລະ ມີປະສິດທິຜົນ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຮັດວຽກຢ່າງຫ້າວຫັນ ຂອງສະຫາຍທູດ ແລະ ພະນັກງານ ສະຖານທູດ, ພ້ອມກັບຕີລາຄາສູງ ຕໍ່ການປະສານສົມທົບກັນຢ່າງໃກ້ຊິດ ກໍຄື ການສະໜັບສະໜູນຊ່ວຍເຫຼືອເຊຶ່ງກັນ ແລະ ກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ ສສ ຫວຽດນາມ ຕະຫຼອດ ໄລຍະຜ່ານມາ. ແລະ ໄດ້ສະແດງຄວາມຍິນດີ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ຢູ່ ສປປ ລາວ ໃນການເປັນຂົວຕໍ່ ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ສະຫາຍ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຂອບໃຈ, ດີໃຈທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະພັກ ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດ ວັນຊາດ ຄົບຮອບ 47 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ຕະຫຼອດ 47 ປີ ຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງການເມືອງທີ່ໜັກແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງຂອງພັກ ປປ ລາວ, ສປປ ລາວ ຈະສາມາດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ໄດ້ຢ່າງແນ່ນອນ.
ພ້ອມນັ້ນ, ສະຫາຍ ທູດ ຍັງໄດ້ຕີລາຄາສູງຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນ ກັບສະຖານທູດ ເຮັດສໍາເລັດໜ້າທີ່ ໃນການຮ່ວມກັນ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງ ລາວ-ຫວຽດນາມ 2022 ຊຶ່ງການນຳຂັ້ນສູງຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ ລາວ-ຫວຽດນາມ ນັບແຕ່ສູນກາງລົງຮອດທ້ອງຖິ່ນຂອງສອງປະເທດ ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.
ຂ່າວ: ຄຕພ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com