Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການຮັບ-ສົ່ງໄປສະນີດ່ວນຂອງຈີນ ເພີ່ມຂຶ້ນ 40,6%

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 31/01/2023 12:13:47 ຈຳ​ນວນ​​ຢ້ຽມ​ຊົມ 884 ຄັ້ງ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 29 ມັງກອນ ຜ່ານມາ, ໂດຍອີງຕາມໂຕເລກຂໍ້ມູນຫຼ້າສຸດຂອງທາງການຈີນ ສະແດງໃຫ້ເຫັນວ່າ: ການຂົນສົ່ງສິນຄ້າໃນທົ່ວປະເທດຈີນໄດ້ເຄື່ອນໄຫວເປັນລະບຽບດີ, ການຮັບ-ສົ່ງໄປສະນີດ່ວນໄດ້ເພີ່ມຂຶ້ນ 40,6% ເມື່ອທຽບໃສ່ວັນທີ 29 ທັນວາ ປີຜ່ານມາ.

ອີງຕາມໂຕເລກຂໍ້ມູນສັງລວມຈາກການຕິດຕາມຂອງຫ້ອງການໜ່ວຍນຳພາວຽກງານຮັກສາຄວາມໂລ່ງລ່ຽນດ້ານການຈໍລະຈອນສິນຄ້າຂອງລັດຖະບານຈີນ ໄດ້ສະແດງໃຫ້ເຫັນວ່າ ເມື່ອວັນທີ 29 ມັງກອນ ຜ່ານມານີ້, ການຂົນສົ່ງສິນຄ້າຜ່ານທາງລົດໄຟໃນທົ່ວປະເທດໄດ້ສືບຕໍ່ຮັກສາການເຄື່ອນໄຫວໃນລະດັບສູງ, ໄດ້ຂົນສົ່ງສິນຄ້າ 9.925.000 ໂຕນ ເພີ່ມຂຶ້ນ 0,39%, ລົດຂົນສົ່ງສິນຄ້າທີ່ຜ່ານທາງດ່ວນໃນທົ່ວປະເທດມີ 3.402.200 ຄັນ ເພີ່ມຂຶ້ນ 29,17%, ທ່າເຮືອຕ່າງໆໄດ້ສຳເລັດການຂົນຖ່າຍສິນຄ້າ 29.836.000 ໂຕນ ເພີ່ມຂຶ້ນ 1,2%, ສຳເລັດການຂົນຖ່າຍຕູ້ຄອນເທັນເນີ 628.000 ຕູ້ ຫຼຸດລົງ 6,9% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ, ຮັບປະກັນຖ້ຽວບິນຂົນສົ່ງຜູ້ໂດຍສານ 14.101 ຖ້ຽວ, ຫຼຸດລົງ 0,2% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ; ຮັບສົ່ງໄປສະນີດ່ວນປະມານ 322 ລ້ານຫໍ່ ແລະ ສຳເລັດການຂົນສົ່ງແລ້ວປະມານ 164 ລ້ານຫໍ່ ໄດ້ເພີ່ມຂຶ້ນ 40,6% ແລະ 53,3% ຕາມລຳດັບເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com