Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທູດລາວ ປະຈຳ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຮາຍເຢືອງ ..........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 31/03/2023 15:33:44 ຈຳ​ນວນ​​ຢ້ຽມ​ຊົມ 1392 ຄັ້ງ

ວັນທີ 29 ມີນາ ຜ່ານມານີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮາຍເຢືອງ, ໃນໂອກາດນີ້, ສະຫາຍ ພ້ອມດ້ວຍຄະນະ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຈ້ຽວ ເຖ່ ຮູ່ງ (Triệu Thế Hùng ) ຮອງເລຂາພັກແຂວງ ປະທານ ຄະນະກໍາມະການປະຊາຊົນແຂວງຫາຍເຢືອງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫາຍເຢືອງ.

ໂອກາດການຕ້ອນຮັບຄັ້ງນີ້ ສະຫາຍ ສະຫາຍ ຈ້ຽວ ເຖ່ ຮຸູ່ງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ຊຶ່ງແຂວງຮາຍເຢືອງມີພົນລະເມືອງ 2,1 ລ້ານກວ່າຄົນ, ມີທີ່ຕັ້ງທີ່ສຳຄັນທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ປັດຈຸບັນມີຫຼາຍກວ່າ 500 ຫົວໜ່ວຍທຸລະກິດຕ່າງປະເທດທີ່ກຳລັງລົງທຶນຢູ່ແຂວງ. ພິເສດແຂວງຮາຍເຢືອງເປັນແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທຸກຄັ້ງ, ແຕ່ແຂວງສາມາດຈັດຕັ້ງປະຕິບັດສອງເປົ້າໝາຍຄວບຄູ່ກັນຄື: ວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພ້ອມທັງຮັບປະກັນການພັດທະນາເສດຖະກິດ-ສັງຄົມ ຈຶ່ງເຮັດໃຫ້ໃນປີ 2021 ເຖິງຈະຢູ່ໃນສະພາບທີ່ພົບຄວາມຫຍຸ້ງຍາກແຕ່ສາມາດເກັບລາຍຮັບແຫ່ງຊາດເກີນຄາດໝາຍ 7.000 ຕື້ດົງ, ປີ 2022 ເກັບເກີນ 4.000 ຕື້ດົງ, ສະເພາະໃນ 3 ເດືອນຕົ້ນປີ 2023 ການຂະຫຍາຍຕົວເສດຖະກິດບັນລຸໄດ້ 8,54% ຊຶ່ງເປັນ 1/10 ແຂວງ ທີ່ມີຈັງຫວະການຂະຫຍາຍຕົວທີ່ສູງທີ່ສຸດຂອງປະເທດ. ສະຫາຍປະທານ ຄະນະກໍາມະການປະຊາຊົນແຂວງຮາຍເຢືອງ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທ່າແຮງຂອງແຂວງ ໂດຍສະເພາະຂະແໜງການທ່ອງທ່ຽວ ທີ່ແຂວງມີອະນຸສອນສະຖານເປັນມໍລະດົກແຫ່ງຊາດ 145 ແຫ່ງສາມາດພັດທະນາການທ່ອງທ່ຽວໄດ້ເປັນຢ່າງດີ.

ສຳລັບການພົວພັນຮ່ວມມືກັບ ສປປ ລາວ, ແຂວງຮາຍເຢືອງໄດ້ແຮກສ່ຽວກັບ ແຂວງວຽງຈັນ ແຕ່ປີ 1987 ຊຶ່ງໃນໄລຍະຜ່ານມາສອງແຂວງໄດ້ແລກປ່ຽນຄະນະຜູ້ແທນດ້ວຍກັນ ແລກປ່ຽນວິຊາການພ້ອມທັງຊ່ວຍສ້າງຊັບພະຍາກອນມະນຸດຈຳນວນໜຶ່ງໃຫ້ແກ່ແຂວງວຽງຈັນອີກດ້ວຍ; ສະຫາຍ ແສງເພັດ ຮຸ່ງບຸນ ຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ໃນຖານສະຫາຍອ້າຍ ນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຂອງ ແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາ ມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນແຂວງຮາຍເຢືອງ. ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄືການຮ່ວມມືລະຫວ່າງ ແຂວງຮາຍເຢືອງ ກັບແຂວງວຽງຈັນໂດຍສະເພາະແມ່ນການຊ່ວຍເຫຼືອຂອງແຂວງຮາຍເຢືອງໃຫ້ແກ່ ສປປ ລາວ ກໍຄືແຂວງວຽງຈັນໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ຜ່ານມາ, ການສ້າງຊັບພະຍາກອນມະນຸດໃຫ້ແກ່ ແຂວງວຽງຈັນ, ສະຫາຍເອກອັກຄະລັດຖະທູດໄດ້ແຈ້ງໃຫ້ການນຳແຂວງຫາຍເຢືອງຊາບກ່ຽວກັບການເປີດປະເທດຂອງ ສປປ ລາວ ພາຍຫຼັງຄວບຄຸມໄດ້ການລະບາດພະຍາດໂຄວິດ-19, ປັດຈຸບັນ ສປປ ລາວ ສາມາດຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າໄປທ່ອງທ່ຽວ ສປປ ລາວ ພ້ອມຍັງໄດ້ສະເໜີໃຫ້ທາງແຂວງຮາຍເຢືອງ ເອົານັກລົງທຶນໄປລົງທຶນຢູ່ ສປປ ລາວ ກໍຄືແຂວງວຽງຈັນໃຫ້ຫຼາຍຂຶ້ນ.

(ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com