Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຮອງຫົວໜ້າ ຄອສພ ຊີ້ນໍາ 3 ບັນຫາຕໍ່ ໜັງສືພິມປະຊາຊົນ ເພື່ອຫັນປ່ຽນສູ່ຄຸນນະພາບໃໝ່ .................

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 31/03/2023 15:34:25 ຈຳ​ນວນ​​ຢ້ຽມ​ຊົມ 1721 ຄັ້ງ

ທ່ານນາງ ວິລະວອນ ພັນທະວົງ ກຳມະການຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 31 ມີນາ ນີ້ ທີ່ສຳນັກງານດັ່ງກ່າວ. ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄອສພ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ມີບັນດາຮອງບັນນາທິການ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ ໜັງສືພິມປະຊາຊົນ ເຂົ້າຮ່ວມ.

ໃນພິທີ ທ່ານ ວັນໄຊ ຕະວິນຍານ ໄດ້ຜ່ານບົດສະຫຼຸບສັງລວມໂດຍຫຍໍ້ວ່າ: ໃນປີ 2022 ຜ່ານມາໜັງສືພິມປະຊາຊົນ ໄດ້ມີຜົນງານຫຼາຍດ້ານ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນແຕ່ລະດ້ານໂດຍສະເພາະດ້ານການເມືອງແນວຄິດ ພາຍຫຼັງທີ່ໄດ້ມອບໂອນໜັງສືພິມປະຊາຊົນ ຂຶ້ນກັບ ຄອສພ ໃນວັນທີ 25 ສິງຫາປີ 2022 ຄະນະພັກ ໜັງສຶພິມປະຊາຊົນ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາສຳຄັນໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ມີຄາມຮັບຜິດຊອບເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ການນຳພາຂອງພັກ-ລັດຢ່າງເລິກເຊິ່ງ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕໍ່ທຸກສະພາບການທີ່ເກີດຂຶ້ນ, ພະນັກງານທຸກຄົນມີຄວາມບຸກບືນຫ້າວຫັນສຸມໃສ່ປະຕິບັດວຽກງານຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້, ມີລະບຽບວິໄນ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງ ພ້ອມທັງປະຕິບັດຄຳສັ່ງຕາມການຈັດຕັ້ງວາງອອກຢ່າງເຂັ້ມງວດ. ສະແດງອອກໃນການຂຽນບົດ, ຂຽນຂ່າວອອກໃນໜ້າໜັງສືພິມ, ເວັບໄຊ, ເຟສບຸກ ເປັນປົກກະຕິ, ສາມາດຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍຄືເປົ້າໝາຍຂອງພັກ-ລັດວາງອອກແຕ່ລະໄລຍະ. ຄະນະພັກ, ຄະນະບັນນາທິການມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ໜັງສືພິມປະຊາຊົນ ໄດ້ສຸມໃສ່ໂຄສະນາໃຫ້ແກ່ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ກໍຄືກອງປະຊຸມຂັ້ນຕ່າງໆທັງພາຍໃນ-ຕ່າງປະເທດ, ນັບທັງສູນກາງ-ທ້ອງຖິ່ນຢ່າງອຸດົມສົມບູນ. ໃນປີ 2022 ຜ່ານມາໄດ້ອອກຂ່າວທັງໝົດ 11.027 ຂ່າວ, ຂ່າວພາຍໃນປະເທດ 4.300 ກວ່າຂ່າວ, ຂ່າວຕ່າງປະເທດ 855 ຂ່າວ, ຮູບ 5.000 ກວ່າຮູບ, ບົດນໍາ-ບົດຄວາມ, ແຈ້ງການ, ໂທລະເລກຕ່າງໆ 553 ບົດ, ລົງເວັບໄຊ ແລະ ເຟສບຸກ ໄດ້ມີການອັບເດດຂ່າວເປັນປົກກະຕິມີຫຼາຍສີສັນ, ໜັງສືພິມປະຊາຊົນ ມີທັງໝົດ 5 ພະແນກ, ມີພະນັກງານທັງໝົດ 44 ຄົນ ຍິງ 20 ຄົນ, ການເຮັດວຽກປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ບຸກຄົນຮັບຜິດຊອບ.

ໃນໂອກາດນີ້, ທ່ານນາງ ວິລະວອນ ພັນທະວົງ ໄດ້ໃຫ້ທິດຊີ້ນໍາຕໍ່ ໜັງສືພິມປະຊາຊົນ 3 ບັນຫາໃຫຍ່ເປັນຕົ້ນຄື: ໃຫ້ເອົາໃຈໃສ່ປັບປຸງດ້ານບຸກຄະລາກອນ ປະຕິບັດຕາມພາລະບົດບາດຂອງຕົນ, ເອົາໃຈໃສ່ດ້ານວິຊາສະເພາະ, ດ້ານອົງການຈັດຕັ້ງມະຫາຊົນ ເພື່ອເຮັດໃຫ້ໜັງສືພິມປະຊາຊົນ ມີການຫັນປ່ຽນຢ່າງຕັ້ງໜ້າກ້າວສູ່ຄຸນນະພາບໃໝ່ມີຫຼາຍສີສັນ, ມີຄວາມອຸດົມສົມບູນດ້ານເນື້ອໃນຮູບການ, ຮັບປະກັນທັງປະລິມານ ແລະ ຄຸນນະພາບໃຫ້ສົມກັບເປັນກະບອກສຽງຂອງສູນກາງພັກຢ່າງແທ້ຈິງ.

ຂ່າວ: ພູວັນ, ພາບ: ຕຸໄລເພັດ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com