Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງຮຸນ ຈັດກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມ .......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 31/03/2023 15:36:03 ຈຳ​ນວນ​​ຢ້ຽມ​ຊົມ 2097 ຄັ້ງ

ໃນວັນທີ 29 ມີນາ ຜ່ານມານີ້ ຢູ່ສະໂມສອນເມືອງຮຸນ ແຂວງອຸດົມໄຊ ໄດ້ເປິດກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຮຸນ ເປີດກວ້າງຄັ້ງທີ 4 ສະໄໝທີ 10 ໂດຍການເປັນປະທານຂອງ ທ່ານ ນາງ ດາວິນ ວົງວິ່ນວີ່ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງຮຸນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳຈັນ ວາບົວແສງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

ທ່ານ ນາງ ດາວິນ ວົງວິ່ນວີ່ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ, ເຍົາວະຊົນປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຕິດພັນກັບການຍ້ອງຍໍ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ທີ່ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ປະເທດຊາດປະຈຳປີ 2022. ຈາກນັ້ນ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງຮັບຮອງເອົາເມືອງຮຸນເປັນເມືອງກອງເຍົາວະຊົນ 3 ດີ 4 ຮູ້, ຮັບຮອງເອົາໜ່ວຍຊາວໜຸ່ມ ທົ່ວເມືອງ ເປັນໜ່ວຍ 4 ບຸກ, ຕົກລົງຮັບຮອງເອົາເມືອງຮຸນ ເປັນເມືອງ 4 ບຸກປະຈຳ ປີ 2022 ແລະ ມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ເມືອງຮຸນ.

ໂອກາດດັ່ງກ່າວນີ້, ທ່ານ ຄຳຈັນ ວາບົວແສງ ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ໜ່ວຍຊາວໜຸ່ມເມືອງຍາດມາໄດ້ ແລະ ພ້ອມກັນເຮັດວຽກງານດ້ວຍຄວາມຮັບຜິດຊອບສູງ ພ້ອມດຽວກັນນີ້ທ່ານຮຽກຮ້ອງມາຍັງບັນດາໜ່ວຍຊາວໜຸ່ມທຸກພາກສ່ວນຈົ່ງພ້ອມກັນເພີ່ມທະວີສຶກສາອົບຮົມແນວຄິດການເມືອງໃຫ້ແຕ່ລະໜ່ວຍຊາວໜຸ່ມຮາກຖານ, ແຕ່ລະຂົງເຂດ ພ້ອມກັນເຄື່ອນໄຫວເຜີຍແຜ່ໂຄສະນາໃຫ້ຊາວໜຸ່ມແຕ່ລະຂົງເຂດໃຫ້ຫ່າງໄກຈາກບັນຫາຢາເສບຕິດ, ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ໃຫ້ອົງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ຊຸກຍູ້ຂະບວນການແຂ່ງຂັນ 4 ບຸກຢ່າງແຂງແຮງຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນກ້າວໆ.

(ຂ່າວ-ພາບ: ອຳຄາ ສຸລິນທອງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com