Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂຮງຮຽນເຕັັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການປະເມີນພາຍນອກວຽກງານປະ ກັນຄຸນນະພາບການສຶກສາ ຂຶ້ນ ໃນອາທິດທີ່ຜ່ານມາ ທີ່ໂຮງ ຮຽນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຄົງ ດວງພະວັນ ອໍານວຍການໂຮງ ຮຽນ, ມີຄະນະປະເມີນຈາກພາກລັດ ແລະ ເອກະຊົນຈາກນະຄອນຫຼວງວຽງຈັນ ພ້ອມດ້ວຍຄູ-ອາຈານ ຜູ້ຮັບຜິດຊອບວຽກງານການປະກັນຄຸນນະພາບການສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ເດືອນສະ ຫວັນ ພົມມະວົງສາ ຫົວໜ້າພະແນກ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນກ່າວສະເໜີຈຸດປະສົງ ແລະ ວາລະຂອງການລົງປະເມີນຄັ້ງນີ້ ພ້ອມທັງໃຫ້ຄຳຊີ້ແຈງກ່ຽວກັບວຽກງານການປະກັນຄຸນນະພາບການສຶກສາໂດຍຫຍໍ້. ຈາກນັ້ນ, ທ່ານ ບຸນຄົງ ດວງພະວັນ ອໍານວຍການໂຮງຮຽນໄດ້ຂຶ້ນມີຄໍາຄິດເຫັນ ແລະ ກ່າວເປີດພິທີ ຢ່າງເປັນທາງການ ພ້ອມທັງນໍາສະເໜີສະພາບການຈັດຕັ້ງ ປະຕິບັດວຽກງານການຮຽນ- ການສອນ ໃນສົກຮຽນ 2018-2019 ໂດຍຫຍໍ້. ໂຮງຮຽນດັ່ງ ກ່າວມີຄູ-ອາຈານທັງໝົດ 56 ຄົນ, ຍິງ 16 ຄົນ, ມີນັກຮຽນ-ນັກ ສຶກສາທັງໝົດ 748 ຄົນ, ຍິງ 245 ຄົນ ໃນນັ້ນ, ໄດ້ຈັດຕັ້ງການ ຮຽນ-ການສອນຢູ່ 9 ສາຂາວິຊາ ຮຽນຄື: ສາຂາປູກຝັງ, ລ້ຽງສັດ, ກໍ່ສ້າງ, ຊ່າງໄມ້, ໄຟຟ້າ, ສ້ອມ ແປງທົ່ວໄປ, ຕັດຫຍິບ, ອາຫານ-ການບໍລິການເຄື່ອງດື່ມ ແລະ ສາຂາການບໍລິການໂຮງແຮມ.
ສໍາລັບການລົງປະເມີນຂອງຄະນະທີມງານຄັ້ງນີ້, ແມ່ນເພື່ອເປັນການຕິດຕາມກວດກາວຽກງານດ້ານຕ່າງໆຂອງໂຮງ ຮຽນທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາວຽກໃດທີ່ເຮັດສໍາເລັດ ແລະ ວຽກໃດທີ່ຍັງຄ້າງຄາ ແມ່ນຈະໄດ້ພ້ອມກັນຊອກຫາວິທີທາງປັບປຸງແກ້ໄຂໃຫ້ດີ ຂຶ້ນ ເພື່ອໃຫ້ເປັນທີ່ຍອມຮັບ ຂອງສັງຄົມໄດ້. ຫຼັງຈາກນັ້ນ, ກໍ ຈະໄດ້ສໍາພາດຄະນະອໍານວຍ ການໂຮງຮຽນ, ຫົວໜ້າພະແນກ ວິຊາ, ຄູ-ອາຈານ ແລະ ນັກຮຽນ ຈໍານວນໜຶ່ງຕື່ມອີກ ເພື່ອໃຫ້ໄດ້ ຂໍ້ມູນທີ່ຊັດເຈນໃນການເຄື່ອນ ໄຫວວຽກງານຕ່າງໆ ພ້ອມນັ້ນຍັງຈະໄດ້ລົງສໍາພາດບັນດາສະ ຖານປະກອບການພາກເອກະ ຊົນກ່ຽວກັບຜົນການຕອບຮັບ ຂອງສັງຄົມດ້ານສີມືແຮງງານຂອງນັກສຶກສາທີ່ຮຽນຈົບອອກ ໄປ ແລະ ສໍາພາດອະດີີດນັກ ຮຽນທີ່ຮຽນຈົບຢູ່ໂຮງຮຽນໄປປະກອບອາຊີບເຮັດທຸລະກິດສ່ວນຕົວຕື່ມອີກ ໂດຍຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ ຈຶ່ງສໍາເລັດ.
(ຂ່າວ-ພາບ: ຄຳເພົາ ໂຮງ ຮຽນເຕັກນິກ-ວິຊາຊີບ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com