Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະໜາມກັອຟລາວຄັນທຣີຄລັບ (ຫຼັກ 14) ນຳເອົາເງິນ 35 ລ້ານກວ່າກີບ ທີ່ລະດົມໄດ້ຈາກການແຂ່ງຂັນກັອຟການກຸສົນ ເພື່ອລະດົມທຶນໄປຊ່ວຍສ້າງໂຮງຮຽນຫໍພັກ ແລະ ອື່ນໆ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກແນໃສ່ເຮັດໃຫ້ເຍົາວະຊົນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ. ພິທີມອບ-ຮັບເງິນຈຳນວນດັ່ງກ່າວ ໄດ້ມີໃນຂຶ້ນວັນທີ 13 ມີນາ ຜ່ານມາ ຢູ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຊຶ່ງມອບໂດຍທ່ານ ວຽງທອງ ຈັນລີວົງ ຜູ້ອຳນວຍການບໍລິສັດລ້ານຊ້າງມີເດຍ ຕາງໜ້າກຸ່ມບໍລິສັດໂຄລາວ ແລະ ຮັບໂດຍທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນວນທອງ ສຸວັນວິໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງສະໜາມກັອຟ ລາວຄັນທຣີ ຄລັບ ທີ່ໄດ້ນຳເອົາເງິນຈາກການລະດົມທຶນມາມອບໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊິ່ງພວກເຮົາຈະນຳເອົາເງິນຈຳນວນນີ້ໄປຊ່ວຍສ້າງໂຮງຮຽນ, ຫໍພັກ ແລະ ອື່ນໆ ໃຫ້ເຂດຫ່າງໄກສອກຫຼີກ ແຕ່ຈຳນວນເງິນດັ່ງກ່າວ ຍັງບໍ່ພຽງພໍຕໍ່ການຕອບສະໜອງຊ່ວຍເຫຼືອພາກສ່ວນທີ່ຍັງຂາດເຂີນ ຊຶ່ງໃນຕໍ່ໜ້າພວກເຮົາຈະສືບຕໍ່ຈັດການແຂ່ງຂັນກັອຟ ເພື່ອປຸກລະດົມໃນການບໍລິຈາກຜ່ານການຈັດການແຂ່ງຂັນກັອຟ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ອີກດ້ວຍ
ທ່ານ ວຽງທອງ ຈັນລີວົງ ໄດ້ສະແດງຄວາມຂອບໃຈມາຍັງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ຮ່ວມກັນຈັດການແຂ່ງຂັນກັອຟລາຍການດີໆແບບນີ້ຂຶ້ນ ເພື່ອຊ່ວຍເຫຼືອສັງຄົມລາວ ແລະ ຕ້ອນຮັບວັນສຳຄັນຕ່າງໆຂອງຊາດ. ສະໜາມກັອຟລາວຄັນທຣີ ຄລັບ ມີຄວາມຍິນດີ ແລະ ພ້ອມຮັບໃຊ້ສັງຄົມຕໍ່ໄປ ແລະ ຈະມີການວາງແຜນການຮອງຮັບໃນການຈັດການແຂ່ງຂັນຄັ້ງຕໍ່ໄປໃຫ້ເປັນຂະບວນການຟົດຟື້ນ.ການແຂ່ງຂັນໃນຄັ້ງນີ້ມີນັກກິລາເຂົ້າຮ່ວມ 200 ກວ່າຄົນ.
(ຂ່າວ: ວົງຈອນກິລາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com