ໂດຍ: ບຸນອູ້ມ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 114 ປີ (8 ມີນາ 1910 - 8 ມີນາ 2004) ໃຫ້ມີບັນຍາກາຟົດຟື້ນ.
ທ່ານນາງໂພຄຳຊາວົງໄຊປະທານສະຫະພັນແມ່ຍິງໂຮງໜໍມະໂຫສົດໄດ້ໃຫ້ຮູ້ວ່າ:ເພື່ອເປັນການສະຫຼອງວັນດັ່ງກ່າວ,ໜ່ວຍສະຫະພັນແມ່ຍິງໂຮງໝໍມະໂຫສົດ ກໍໄດ້ຈັດຫຼາຍກິດຈະກຳຫຼາຍຢ່າງເປັນຕົ້ນແມ່ນໄດ້ຈັດກອງປະຊຸມເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງຄົບຮອບ 114 ປີ, ພ້ອມນັ້ນກໍໄດ້ຈັດກອງປະຊຸມສະຫຼຸບວຽກງານພົ້ນເດັ່ນຂອງສະມາຊິກແມ່ຍິງ,ໃນກອງປະຊຸມຍັງໄດ້ຮັບຟັງການນຳສະເໜີບົດຄົ້ນຄ້ວາວິທະຍາສາດເຊັ່ນ:ການຝຶກອົບຮົບການດູແລສຸຂະພາບແມ່ຍິງຖືພາທີ່ເປັນເບົາຫວານໃຫ້ແກ່ພະນັກງານແພດໝໍແລະການກວດກັ່ນຕອງຫາພະຍາດເບົາຫວານແມ່ຍິງຖືພາ, ກວດພະຍາດທີ່ເປັນຊີຟີລິດມາແຕ່ກຳເນີດ,ເອື້ອຍນ້ອງແມ່ຍິງໄດ້ຕັ້ງໜ້າປະຕິບັດໜ້າທີ່ຕາມວິຊາສະເພາະຂອງຕົນຮັບຜິດຊອບ,ປະກອບສ່ວນເວນຍາມທັງໝົດນັ້ນແມ່ນເຮັດດ້ວຍຄວາມຮັບຜິດຊອບມີຈັນຍາບັນ-ຈັນຍາທຳ  ຕາມຄໍາຂວັນ 5ດີ:ການຕ້ອນຮັບດີ, ຄວາມສະອາດດີ, ຄວາມສະດວກດີ, ການບົ່ງມະຕິພະຍາດຊັດເຈນດີ, ປະຕິບັດເຕັກນິກການປິ່ນປົວດີ ແລະ 1 ພໍໃຈ: ເຮັດໃຫ້ຄົນເຈັບເພິ່ງພໍໃຈຂອງກະຊວງສາທາລະນະສຸກວາງອອກ.
   ວຽກງານທີ່ພົ້ນເດັ່ນອີກດ້ານໜຶ່ງພະນັກງານແມ່ຍິງໂຮງໝໍ ຍັງໄດ້ຮັບນາມມະຍົດຮອງສາດສະດາຈານ, ໄດ້ເລື່ອນຕຳແໜ່ງບໍລິຫານປະເພດ 4 ແລະ 5 ທັງໝົດ 12 ຄົນ, ໄດ້ເຂົ້າຮ່ວມບໍລິຈາກເລືອດໃນວັນສຳຄັນຕ່າງໆຂອງຊາດແລະ ເຄື່ອນໄຫວກວດສຸຂະພາບນອກສະຖານທີ່, ກວດພະຍາດໃຫ້ການນຳຢູ່ເຮືອນ, ເຂົ້າເປັນຄະນະກຳມະການຄຸ້ມຄອງເດັກນ້ອຍຂາດສານອາຫານກະທັນຫັນຮ້າຍແຮງໃນສປປລາວ, ເຂົ້າເປັນຄະນະສະມາຄົມແພດພາຍໃນແລະ ແພດກະເພາະລໍາໄສ້ແລະຕັບ, ເປັນຄູຝຶກການຂາດສານອາຫານພາຍໃນເດັກ, ເປັນຄູຝຶກແພດສຸກເສີນ, ຈັດຊຸດຝຶກອົບຮົມການກັນແລະຄວຍຄຸມການຕິດເຊື້ອ  ,ໄດ້ກວດແລະບົ່ງມະຕິພະຍາດໂຄວິດ-19, ນຳສະເໜີບົດວິທະຍາສາດໂພຊະນາການແລະຂະລຳອາຫານຂອງແມ່ຍິງຖືພາ, ປະສົບການການບໍລິຫານຄົນເຈັບທີ່ເປັນພະຍາດເສັ້ນເລືອດໃນສະໝອງແລະຈັດຝຶກອົບຮົມ ການດູແລແມ່ຍິງຖືພາທີ່ມີຄວາມສ່ຽງສູງ ແລະ ອື່ນໆ.
ທ່ານນາງໂພຄຳຊາວົງໄຊໄດ້ໃຫ້ຮູ້ຕື່ມກ່ຽວກັບຄວາມເປັນມາຂອງວັນທີ 8 ມີນາ ວ່າ:ວັນທີ 8 ມີນາ 1899, ຊາວກຳມະກອນແມ່ຍິງໂຮງງານຕ່ຳແຜນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງແລະຄັດຄ້ານຕໍ່ການໃຫ້ຄ່າແຮງງານ ແລະສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນຖືກຕຳຫຼວດເຂົ້າສະຫຼາຍ ແລະຈັບກຸມຈຳນວນໜຶ່ງໃນວັນທີ 8 ມີນາ 1908ແມ່ຍິງ ຈຳນວນ 15.000 ຄົນໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະການຮັບສະໝັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄໍາຂວັນ: ເຂົ້າຈີ່ ແລະ ດອກຫຼາບ, ເຂົ້າຈີ່ ໝາຍເຖິງ ເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງ ຄຸນນະພາບຊີວິດດີຂຶ້ນ, ເດືອນກຸມພາ 1909 ແມ່ຍິງອາເມຣິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນ ເປັນເທື່ອທຳອິດ ແມ່ຍິງໃນເມືອງນິວຍອກ 3.000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດ ຢູ່ບັນດາປະເທດໃນທົ່ວໂລກ.
ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະໃນປີນີ້ເອງກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດດານມາກມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະຕົກລົງເອົາ ວັນທີ 8 ມີນາຂອງທຸກປີ ເປັນວັນແມ່ຍິງສາກົນ, ວັນທີ 8 ມີນາແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ.
ເພື່ອໃຫ້ສະຫຼອງວັນດັ່ງກ່າວມີບັນຍາກາດຟົດຟື້ນ ຍັງໄດ້ຈັດກິດຈະກຳ ການເດີນແບບຊຸດຊົນເຜົ່າເຊັ່ນ: ເຜົ່າລາວເດີມ, ເຜົ່າຜູ້ໄທ, ເຜົ່າໄທດຳ, ເຜົ່າໄທແດງ, ເຜົ່າມົ້ງ, ເຜົ່າລື້, ເຜົ່າອີ້ວມຽນ, ເຜົ່າກຶມມຸ ແລະ ເຜົ່າລາວປະຍຸກ.