ໂດຍ: ສ.ບຸດປະຊາ
    ການບຸກລຸກຈັບຈອງ, ຖາງປ່າ ແລະ ຈູດປ່າເຮັດໄຮ່-ສວນ ແມ່ນສາເຫດຫຼັກໆ ທີ່ກໍ່ໃກ້ເກີດໄຟໄໝ້ລາມປ່າ ຊຶ່ງພັກ-ລັດຖະບານເຮົາ ກໍໄດ້ເອົາໃສ່ໃສ່ໃນການແກ້ໄຂບັນຫາດັ່ງກ່າວ ຊຶ່ງໃນມະຕິ 7 ສະໄໝ XI ຂອງພັກ ກໍໄດ້ມີທິດຊີ້ນໍາວຽກງານຈຸດສຸມ “ແກ້ໄຂ, ຟື້ນຟູຜົນກະທົບຈາກໄພທໍາມະຊາດ ທີ່ເກີດຂຶ້ນໃນລະດູຝົນ ແລະ ຜົນກະທົບຈາກໄຟລາມປ່າ, ວາງມາດຕະການ ແລະ ວິທີປ້ອງກັນບໍ່ໃຫ້ໄຟລາມປ່າແບບຮ້າຍແຮງ”. ຂະນະທີ່, ລັດຖະບານ ກໍໄດ້ສຸມໃສ່ວຽກງານດັ່ງກ່າວ ຊຶ່ງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຍົກໃຫ້ເຫັນໜຶ່ງຜົນງານ ທີ່ຍົກໃຫ້ເຫັນວ່າ “ພັກ-ລັດ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາທີ່ກ່າວມານີ້ ກໍຄືຕົວຢ່າງໃນການແກ້ໄຂບັນຫາການບຸກລຸກຖາງປ່າ ແລະ ຈູດປ່າ ເຮັດໄຮ່-ສວນ ໄດ້ 3,5 ເຮັກຕາ.
ຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍ, ໃນການໃຫ້ສຳພາດຂອງຫົວໜ້າກົມປ່າໄມ້ ຕໍ່ກັບໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານມາ ຊຶ່ງໄດ້ເປີດເຜີຍວ່າ: ໃຕ້ການນໍາພາ-ຊີ້ນໍາຂອງລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ, ລົງວັນທີ21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍສະເພາະໄດ້ອອກຂໍ້ຕົກລົງ ສະບັບເລກທີ 3574/ກປ, ລົງວັນທີ 10 ສິງຫາ 2023 ວ່າດ້ວຍ ແຕ່ງຕັ້ງຮັບຜິດຊອບຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 11/ນຍ ຊຶ່ງໃນເວລາ 5:30 ໂມງຂອງວັນທີ 6 ມີນາ 2024, ຄະນະກຳມະການ ຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 11/ນຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍໄດ້ສົມທົບກັບອຳນາດປົກຄອງບ້ານຖໍ້າທີ່ຂຶ້ນກັບເມືອງດັ່ງກ່າວ ເພື່ອລົງກວດກາລາດຕະເວນສະກັດກັ້ນການບຸກລຸກຈັບຈອງ, ຖາງປ່າ ແລະ ຈູດປ່າ ໃນເນື້ອທີ່ດິນປ່າສະຫງວນແຫ່ງຊາດ ພູພະນັງ ຢູ່ເຂດວັງຍິ່ງ.
ຜົນການກວດກາພົບເຫັນ ປະຊາຊົນ ຈໍານວນ 4 ຄົນ ກຳລັງຈູດປ່າທີ່ໄດ້ຖາງໄວ້ ຢູ່ຈຸດຫາງຄ້າຍທະຫານວັງຍິ່ງ ມາທາງທິດຕາເວັນຕົກ ຊຶ່ງມີເນື້ອທີ່ທັງໝົດປະມານ 3,5 ເຮັກຕາ. ຕາມການສອບຖາມຂໍ້ມູນເບື້ອງຕົ້ນ, ພວກກ່ຽວເປັນປະຊາຊົນບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ຊຶ່ງໄດ້ເຂົ້າມາຖາງປ່າ ແລະ ຈັບຈອງດິນດັ່ງກ່າວໄດ້ 3 ປີ ໂດຍໄດ້ປູກເຂົ້າ ແລະ ຢາງພາລາໃສ່ (ສຳລັບເນື້ອທີ່ກຳລັງຈູດ ແມ່ນມີປະມານ 2 ໄລ່) ແມ່ນຢູ່ໃນ 3,5 ເຮັກຕາ ຊຶ່ງໃນນີ້ເນື້ອທີິ່ເກົ່າ ທີ່ທໍາການຜະລິດຜ່ານມາ ມີ 2 ເຮັກຕາ ແລະ ເນື້ອທີ່ສ່າວໃໝ່ ມີ 1,5 ເຮັກຕາ. 
ຕໍ່ພຶດຕິກຳດັ່ງກ່າວຂອງພວກກ່ຽວ, ແມ່ນການເຂົ້າມາບຸກລຸກຈັບຈອງ, ຖາງປ່າ ແລະ ຈູດປ່າເຮັດໄຮ່-ສວນ ໂດຍບໍ່ໄດ້ຮັບອະນຸຍາດ ເປັນການບຸກລຸກເຂດປ່າສະຫງວນແຫ່ງຊາດ ນີ້ເປັນການລະເມີດຕໍ່ກົດໝາຍປ່າໄມ້ ສະບັບປັບປຸງ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ຊຶ່ງທາງຄະນະກຳມະການ ຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 11/ນຍ ເມືອງນາຊາຍທອງ ໄດ້ເຮັດບົດບັນທຶກກັບພວກກ່ຽວ ຫ້າມບໍ່ໃຫ້ຖາງເພີ່ມ, ບໍ່ໃຫ້ຈູດເພີ່ມ, ຫ້າມທໍາການຜະລິດ ແລະ ໃຫ້ອອກຈາກພື້ນທີ່ດັ່ງກ່າວ.
ສັງລວມແລ້ວ, ເຮົາຈະເຫັນສິ່ງທີ່ສື່ຈາກເຫດການຂ້າງເທິງຊຶ່ງນີ້ເປັນພຽງໜຶ່ງຕົວຢ່າງ ທີ່ຍົກໃຫ້ເຫັນຜົນງານຂອງພັກ-ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ໃນການລົງພາກສະໜາມ ເພື່ອລາດຕະເວນ ສະກັດກັ້ນການບຸກລຸກຈັບຈອງ, ຖາງປ່າ ແລະ ຈູດປ່າ ເຮັດໄຮ່-ສວນ ຊຶ່ງໄດ້ສ່ອງແສງໃຫ້ສັງຄົມ ເຫັນວ່າ: “ພັກ-ລັດຖະບານເຮົາ ລວມເຖິງທຸກພາກສ່ວນກ່ຽວຂ້ອງ ຍາມໃດກໍໄດ້ເອົາໃຈຕໍ່ການແກ້ໄຂບັນຫາ ເພື່ອຢຸດຕິການຖາງປ່າ, ຈູດປ່າເຮັດໄຮ່-ສວນ ກໍຄືການລຶບລ້າງການຖາງປ່າເຮັດໄຮ່ ໃຫ້ປະກົດຜົນເປັນຈິງ; ທັງນີ້, ກໍເພື່ອປ້ອງກັນສາເຫດຫຼັກໆທີ່ກໍ່ໃຫ້ເກີດໄຟໄໝ້ລາມປ່າ ເຮັດໃຫ້ມີບັນຫາສິ່ງແວດລ້ອມ ທາງດ້ານມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ຊີວະນາໆພັນ”.