ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດກອງທຶນພັດທະນາກິລາ-ກາຍຍະກໍາແຂວງໄຊຍະບູລີ ປີ 2023 ແລະ ທິດທາງແຜນການ ປີ 2024 ແບບຊຶ່ງໜ້າ ແລະ ທາງໄກ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງ ແລະ ຕິດຕາມກວດກາກອງທຶນພັດທະນາກິລາ-ກາຍຍະກໍາແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ເພັດພິໄຊ ສູນວິໄລ ໄດ້ໃຫ້ຮູ້ວ່າ: ກອງທຶນພັດທະນາກິລາ-ກາຍຍະກໍາແຂວງ ແມ່ນກອງທຶນຂອງອົງການຈັດຕັ້ງລັດ ສ້າງຕັ້ງຂຶ້ນເພື່ອປະກອບສ່ວນສົມທົບທຶນຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ, ການຈັດການແຂ່ງຂັນ, ປະຕິບັດນະໂຍບາຍດ້ານສະຫວັດດີການ, ໃຫ້ຂອງຂວັນລາງວັນ ແກ່ບັນດາຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນໃນລະດັບຊາດ, ພາກພື້ນ ແລະ ສາກົນ ໂດຍການຄຸ້ມຄອງ ແລະ ຮັບຜິດຊອບໂດຍກົງຂອງຄະນະກໍາມະການຄຸ້ມຄອງ ແລະ ຕິດຕາມກວດກາກອງທຶນພັດທະນາກິລາ-ກາຍຍະກໍາຂັ້ນແຂວງ.
 ກອງທຶນດັ່ງກ່າວ ແມ່ນສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1416/ຈຂ.ຊຍ, ລົງວັນທີ 25 ທັນວາ 2017 ແລະ ຖືກຈັດຕັ້ງປະຕິບັດເລີ່ມແຕ່ເດືອນ ມີນາ (ງວດ 1) ປີ 2018 ເປັນຕົ້ນມາ ດ້ວຍການປະກອບສ່ວນຂອງພະນັກງານລັດຖະກອນ, ກໍາລັງປະກອບອາວຸດ, ບໍລິສັດ, ລັດວິສາຫະກິດ, ຫ້າງ-ຮ້ານ, ເຮືອນພັກ, ໂຮງແຮມ ແລະ ສະຖາບັນການສຶກສາພາກເອກະຊົນ ຕາມການກໍານົດໃນຂໍ້ຕົກລົງ ເລກທີ 062/ຈຂ.ຊຍ, ລົງວັນທີ 16 ມັງກອນ 2018 ແລະ ສະບັບປ່ຽນແທນ ເລກທີ 887/ຈຂ.ຊຍ, ລົງວັນທີ 12 ສິງຫາ 2022 ໂດຍມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບພະແນກການເງິນແຂວງ (ຄັງເງິນແຫ່ງຊາດປະຈໍາແຂວງ) ສັງລວມ ແລະ ເປີດບັນຊີເງິນກອງທຶນດັ່ງກ່າວ ໃນລະບົບຄັງເງິນ ແລະ ແຈ້ງບັນຊີໃຫ້ແຕ່ລະພາກສ່ວນເພື່ອຮັບຊາບ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ, ສົນທະນາ ພ້ອມທັງປະກອບຄໍາຄິດຄໍາເຫັນ ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາກິລາ-ກາຍຍະກໍາແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຢ່າງກົງໄປກົງມາ ດ້ວຍເຫດ ແລະ ຜົນ ພ້ອມທັງເປັນການຄົ້ນຄວ້າປຶກສາຫາລື ການກະກຽມແຜນງົບປະມານຮັບໃຊ້ໃນການເຂົ້າຮ່ວມງານມະຫາກໍາກິລານັກຮຽນ ຊັ້ນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ໃນເດືອນທັນວາ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃຫ້ທັນກັບເວລາ ແລະ ມີຜົນສໍາເລັດທີ່ດີ.                             
(ຂ່າວ: ມະໄລວັນ)