ງານພົບປະຕັ້ງຄ້າຍມິດຕະພາບເຍົາວະຊົນທັນວາ 4 ແຂວງພາກເໜືອ ເຂດ I ຄັ້ງທີ VIII, ແຂວງອຸດົມໄຊເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນານີ້ ທີ່ສະໜາມກິລາແຂວງ ພາຍໃຕ້ຫົວຂໍ້ ‘’ເຍົາວະຊົນຍຸກໃໝ່ ເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນ ຮັກສີ່ງແວດລ້ອມສົດໃສ ຫ່າງໄກຢາເສບຕິດ’’ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ທອງຈັນ ພູມມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີຄະນະບໍລິຫານງານຊາວໜຸ່ມຈາກ ແຂວງອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ ແລະ ແຂວງຫຼວງນ້ຳທາເຂົ້າຮ່ວມ.
ງານຄັ້ງນີ້, ໄດ້ມີການເດີນກ້ອນກໍາລັງຕ່າງໆເຂົ້າສູ່ເວທີ ໂດຍເລີ້ມຈາກກ້ອນກໍາລັງທຸງທີວ, ກ້ອນກຳລັງກອງດຸລິຍາງ, ກ້ອນກຳລັງຂອງຊາວໜຸ່ມ, ກ້ອນກຳລັງຂອງພະນັກງານບັນດາພະແນກການ ແລະ ກຳລັງ ປກຊ ແລະ ປກສ. ໃນພິທີ, ທ່ານ ບຸນມີ ສໍາລີບູນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການກະກຽມ ຈັດງານພົບປະຕັ້ງຄ້າຍມິດຕະພາບ ເຍົາວະຊົນທັນວາ 4 ແຂວງພາກເໜືອ ເຂດ I ຄັ້ງທີ VIII ຮອງທີ 2. ການຫ້າງຫາກະກຽມແຕ່ເລີ້ມຕົ້ນຈົນມາຮອດປັດຈຸບັນແມ່ນມີຄວາມພ້ອມທຸກດ້ານ ເປັນຕົ້ນແມ່ນ ກະກຽມດ້ານເນື້ອໃນ, ດ້ານພິທີການ, ສະຖານທີ ແລະ ຮັບແຂກ, ກິດຈະກຳການຕັ້ງຄ້າຍ, ກິດຈະກຳແລກປ່ຽນຖອດຖອນບົດຮຽນ ແລະ ດ້ານອື່ນໆ ຊຶ່ງໄດ້ກຳນົດການແຂ່ງຂັນນັກຮ້ອງສຽງດີ, ການແຂ່ງຂັນກອງດຸລິຍາງ ພ້ອມແປຕົວອັກສອນ, ການແຂ່ງຂັນນຸ່ງເຄື່ອງໄວ, ການແຂ່ງຂັນປຸງແຕ່ງອາຫານ ແລະ ອື່ນໆ.
ຈຸດປະສົງ, ເພື່ອສ້າງຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊີ່ງກັນແລະກັນ, ຮູ້ຈັກປະພຶດຕົນດີ, ທັງເປັນການສຶກສາອົບຮົມປູກຈິດສຳນຶກ ແລະ ການພັດທະນາຊັບຍາພະກອນມະນຸດແຕ່ເຍົາໄວ ກໍຄື ການສົ່ງເສີມ ຄວາມຮູ້ ຄວາມສາມາດ, ກ້າຄິດ-ກ້າສະແດງອອກແຕ່ລະດ້ານໃນກິດຈະກຳຕ່າງໆເຊັ່ນ: ດ້ານສິລະປະ-ວັນນະຄະດີ, ບົດຟ້ອນ, ບົດຂັບລໍາທ້ອງຖີ່ນ, ຂະບວນການແຂ່ງຂັນກິລາປະເພດຕ່າງໆ ແລະ ການສະແດງແບບແຜນຂອງກອງເຍົາວະຊົນທັນວາຂອງບັນດາແຂວງ.
ງານພົບປະຕັ້ງຄ້າຍ ມິດຕະພາບ ເຍົາວະຊົນທັນວາ 4 ແຂວງພາກເໜືອ ເຂດ I ຄັ້ງທີ VIII ຮອງທີ 2 ນີ້, ຈະໄດ້ດໍາເນີນໄປຮອດ ວັນທີ 29 ມີນາ ຈິ່ງຈະສຳເລັດ.
(ຂ່າວ: ແສງອາທິດ)