ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່, ຊຶ່ງກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງ ຊຸດທີ X ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ

ທ່ານ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ

ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະ ທານສະພາແຫ່ງຊາດ, ໃນວາລະກອງປະຊຸມດັ່ງກ່າວໄດ້ມີການເລືອກຕັ້ງປະທານສະພາແຫ່ງຊາດ, ທີ່ປະຊຸມ ສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບເລືອກເອົາທ່ານ ສອນໄຊ ສີພັນດອນ ເປັນປະທານສະພາແຫ່ງຊາດຄົນໄໝ່ ດ້ວຍຄະແນນເຫັນດີເປັນສ່ວນຫຼາຍ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລານີ້, ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງ, ສະມາ ຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ແຂກຖືກເຊີນເຂົ້າຮ່ວມ.

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.

ຂ່າວຕ່າງປະເທດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ, ການພັດທະນາເສດຖະກິດດ້ານອຸດສາຫະກໍາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລເຖິງ 6,033.7 ຕື້ຢວນ, ເພີ່ມຂຶ້ນ 15.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ຕຸ​ລາ ຜ່ານມາ ຢູ່​ນະ​ຄອນກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ເປີດ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ໂດຍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ ທີ່​ມາ​ຈາກເກືອບ 30 ປະ​ເທດ.

​ບົດນຳ