ໃນວັນທີ 31 ມີນາ ນີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເຈິ່ນ ເກີມ ຕູ້ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນຕົ້ນເດືອນເມສາ 2026 ນີ້.
ໃນວັນທີ 31 ມີນານີ້, ທ່ານ ພົນຈັດຕະວາ ຮວ່າງ ຢຸຍ ຈ້ຽນ ຮອງຫົວໜ້າກອງບັນຊາການທະຫານເຂດ4 ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມແຂວງຊຽຂວາງ, ໃຫ້ກຽດອອກຕ້ອນຮັບໂດຍທ່ານ ພົນຈັດຕະວາ ວັນທອງ ພົງສະຫັວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ທີ່ໂຮງແຮມຊຽງຂວາງ. ໂອກາດ ທີ່ມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ໄດ້ເຂົ້າພົບປະທ່ານ ຮອງສາດສະດາຈານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ ທີ່ຫ້ອງວ່າການແຂວງ, ຊຶ່ງທ່ານ ຮອງສາດສະດາຈານ ພູວົງ ອຸ່ນຄຳແສນ ໄດ້ກ່າວສະແດງຄວາມດີໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ຂອງຄະນະກອງບັນຊາການທະຫານເຂດ4.
ໃນຕອນເຊົ້າທີ 31 ມີນາ ນີ້, ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຕ້ອນຮັບ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ; ທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບຕາມລຳດັບ.
ພິທີເຊັນບົດບັນທຶກການພົວພັນຮ່ວມມື ນັບໄລຍະປີ 2026-2030 ລະຫວ່າງ ຄະນະຜູ້ແທນຂັ້ນສູງແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແຂວງກວາງຈິ ສສ ຫວຽດນາມ ໄດ້ມີຂຶ້ນໃນວັນທີ 31 ມີນານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ, ເຂົ້າຮ່ວມຝ່າຍແຂວງເຊກອງ ນຳໂດຍທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຊກອງ, ຝ່າຍແຂວງກວາງຈິ ໂດຍ ທ່ານ ຫງວຽນ ວັນ ເຟືອງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງກວາງຈິ, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມປະຈຳພາກໃຕ້ຂອງລາວ ທີ່ນະຄອນປາກເຊ, ມີຄະນະນຳ ແລະ ຂະແໜງການກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.