 
ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ຂຶ້ນໃນວັນທີ 27 ຕຸລານີ້, ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຕາງໜ້າຄະນະກົມ, ຫ້ອງ ການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
 
ຮ້ານຈຳໜ່າຍເຄື່ອງກິລາຊື່ດັງໃນ ສປປ ລາວ ໄອສະປອດ (Ai-Sport) ຜະລິດຕະພັນເຄື່ອງກິລາພິມລາຍ ໃຫ້ການສະໜັບສະໜູນເຄື່ອງຝຶກຊ້ອມກິລາເຕະບານຍິງ ຈຳນວນ 30 ຊຸດ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ທີມນັກກິລາເຕະບານຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້.
 
ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.
ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.
 
ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 21 ຕຸລາ 2025 ຢູ່ໜ້າອະນຸສອນປາກປ່າສັກ ໂດຍມີທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຊອບລະດັບຊາດ, ອົງການປົກຄອງເມືອງ ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.