ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມລັດຖະກິດ ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 6-7 ກຸມພາ 2026 ທີ່ນະຄອນຫຼວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ໃນໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ກໍຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມພົບປະສຸດຍອດ 2 ພັກ ລາວ-ກໍາປູເຈຍ ຄັ້ງທີ 16.
ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ
ໃນວັນທີ 23 ມີນາ ນີ້ ບັນດາສະຫາຍ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳ
ແໜ່ງ ການນຳພັກ-ລັດ ຂອງ ສປປ ລາວ ຕາມລຳດັບດັ່ງນີ້:
ຄໍາເຫັນ