ປີ 2024, ວິສາຫະກິດ 524 ແຫ່ງທີ່ຢູ່ແຜ່ນດິນໃຫຍ່ຈີນໄດ້ຮັບຮອງເຂົ້າໃນບັນຊີລາຍຊື່ 2,000 ວິສາຫະກິດເຂັ້ມແຂງທີ່ສຸດໃນດ້ານການຄົ້ນຄວ້າ ແລະ ພັດທະນາອຸດສາຫະກຳລະດັບໂລກ, ຈີນມີວິສາຫະກິດເຕັກໂນໂລຊີສູງ ແລະ ໃໝ່ຫຼາຍກວ່າ 5 ແສນແຫ່ງ, ເພີ່ມຂຶ້ນ 83% ເມື່ອທຽບໃສ່ປີ 2020.
ຍ້ອນຫຍັງເຂດຊິ່ນຈ່ຽງ ຈຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ
ປີນີ້ແມ່ນປີທີ່ເຂດປົກຄອງຕົນເອງວຸຍເກີຊິ່ນຈ່ຽງຈີນ ສ້າງຕັ້ງຂຶ້ນຄົບຮອບ 70 ປີ. ຫວ່າງມໍ່ໆມານີ້, ລັດຖະບານຈີນໄດ້ເຜີຍແຜ່ ປຶ້ມປົກຂ່າວທີ່ມີຫົວຂໍ້ວ່າ “ພຶດຕິກຳທີ່ສຳເລັດຜົນແຫ່ງແຜນຍຸດທະສາດປົກຄອງເຂດຊິ່ນຈ່ຽງຂອງສູນກາງພັກກອມມູນິດຈີນໃນຍຸກໃໝ່”, ໂດຍນຳໃຊ້ຂໍ້ມູນປະຫວັດສາດທີ່ອຸດົມສົມບູນ ແລະ ໂຕເລກລະອຽດໜັກແໜ້ນ, ສະແດງໃຫ້ເຫັນເຖິງຜົນສຳເລັດຄັ້ງປະຫວັດສາດດ້ານການພັດທະນາເສດຖະກິດ-ສັງຄົມຂອງຊິ່ນຈ່ຽງ, ຍ້ອນຫຍັງຈຶ່ງໄດ້ຮັບຜົນສຳເລັດເຫຼົ່ານີ້, ແລະ ຈະຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຄືແນວໃດໃນອະນາຄົດ.
ຄໍາເຫັນ