ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ
ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງສາລະວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ກັນຍານີ້, ເປັນການແຂ່ງຂັນແບບເປີດກວ້າງ ມີເຮືອເຂົ້າຮ່ວມທັງພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ, ມີທັງໝົດ 39 ລຳ, 64 ຄະນະ, ແບ່ງອອກເປັນ 2 ສາຍຄື: ເຮືອປະເພນີພາຍໃນເມືອງມີ: ເຮືອ 12 ສີພາຍ (ຊາຍ-ຍິງ) ແລະ 25-29 ສີພາຍ (ຊາຍ-ຍິງ), ສາຍເປີດກ້ວາງຕ່າງເມືອງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດມີ: ເຮືອ 12 ສີພາຍ (ຊາຍ-ຍິງ), 25-29 ສີພາຍ (ຊາຍ-ຍິງ) ແລະ ຮຸ່ນ 35 ສີພາຍຊາຍ. ໃນປີນີ້, ໄດ້ວາງເງິນລາງວັນສູງເຖີງ 300 ລ້ານກວ່າກີບ.
ເຮອນນຕະໄຊ ຈາກແຂວງສະຫວນນະເຂດ ປອງກນແຊມໄດຕເນອງໃນງານບນຊວງເຮອ ປະຈຳປ 2025 ທເມອງສາລະວນ - image 1
 

ຜ່ານການແຂ່ງຂັນ, ເຮືອນັນຕະໄຊ ຕົວແທນຈາກແຂວງສະຫວັນນະເຂດ ສາມາດປ້ອງກັນແຊ້ມເຮືອຊ່ວງໄດ້ຕໍ່ເນື່ອງ ທີ່ສະໜາມແຂ່ງຂັນ ເມືອງສາລະວັນ, ເອົາຊະນະສີພາຍເຮືອຊ່ວງ ແກ້ວມັງກອນ (ທະຫານແຂວງ) ແບບດຸເດືອດ ໃນປະເພດເຮືອໃຫຍ່ 35 ສີພາຍ ໄດ້ຮັບລາງວັນຊະນະເລີດ, ເງິນສົດ 35 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ໄດ້ແກ່ເຮືອແກ້ວມັງກອນ ຮັບເງິນສົດ 15 ລ້ານກີບ, ທີ 3 ເຮືອໜຸ່ມສາລະວັນ+ຣາຊາ ໄດ້ຮັບເງິນສົດ 10 ລ້ານກີບ. ສຳລັບປະເພດເຮືອ 29 ສີພາຍ (ຊາຍ) ເຮືອບ້ານບັງຄານ້ຳ (ສຸຣິຍະເທບ) ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ, ທີ 2 ເຮືອແກ້ວມັງກອນ (ທະຫານແຂວງ) ຮັບເງິນສົດ 14 ລ້ານກີບ, ທີ 3 ເຮືອບ້ານເຕເມສັງທອງ ໄດ້ຮັບເງິນສົດ 7 ລ້ານກີບ. ເຮືອ 29 ສີພາຍ ປະເພດຍິງ, ທີ 1 ເຮືອບ້ານໜອງໂພ+ບັງຄານ້ຳ ທີ່ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ, ທີ 2 ບ້ານຈານລານເຊ, ຮັບເງິນ 14 ລ້ານກີບ, ທີ 3 ເຮືອທ່າເມືອງເຊ ຮັບເງິນສົດ 7 ລ້ານກີບ.

ເຮອນນຕະໄຊ ຈາກແຂວງສະຫວນນະເຂດ ປອງກນແຊມໄດຕເນອງໃນງານບນຊວງເຮອ ປະຈຳປ 2025 ທເມອງສາລະວນ - image 2
 

ສໍາລັບເຮືອປະເພດ 12 ສີພາຍ (ຊາຍ), ຊະນະເລີດ ເຮືອທິດາວາປີ2, ທີ 2 ເຮືອຈານລານເຊ, ທີ 3 ເຮືອບ້ານບັງຄານໍ້າ. ປະເພດຍິງ ທີ 1 ໄດ້ແກ່ເຮືອບ້ານໂພນຕານ, ທີ 2 ເຮືອເທບກໍາໄລເພັດ, ທີ 3 ເຮືອບ້ານຄັນໝາກໂຍດ. ສ່ວນເຮືອ 12 ສີພາຍ (ພາຍໃນເມືອງ) ເພດຊາຍ, ທີ 1 ເຮືອບ້ານຫຼັກສອງ, ທີ 2 ແມ່ນເຮືອບ້ານໂພນແພງ, ທີ 3 ເຮືອບ້ານຄັນໝາກໂຍດ. ເຮືອຊ່ວງ 12 ສີພາຍ (ພາຍໃນເມືອງ) ເພດຍິງ, ທີ 1 ແມ່ນເຮືອບ້ານທ່າເມືອງເຊ1, ທີ 2 ບ້ານຄັນໝາກໂຍດ, ທີ 3 ເຮືອບ້ານທ່າເມືອງເຊ2. ສໍາລັບລາງວັນເຮືອປະເພດ 12 ສີພາຍ: ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 17 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 10 ລ້ານກີບ, ທີ 3 ຮັບເງິນສົດ 5 ລ້ານກີບ. ໃຫ້ກຽດມອບໂດຍ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ປະເດີມພອນ ສົນທະນີ ຮອງເຈົ້າແຂວງ, ທ່ານ ຈັນສີລອນ ສີສົມບູນ ປະທານຈັດງານບຸນຊ່ວງເຮືອ ປະຈຳປີ 2025 ໄດ້ຜັດປ່ຽນກັນມອບລາງວັນຕາມລໍາດັບ. ສໍາລັບເຮືອຕີຊ້າງນໍ້ານອງ (ເຮືອງາມ) ທີ 1 ເຮືອບ້ານບຶງໄຊ, ທີ 2 ເຮືອບ້ານໜອງໃສ ແລະ ທີ 3 ເຮືອບ້ານໂພນບົກ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

Vietjet ບັນລຸບາດກ້າວສໍາຄັນດ້ວຍເຮືອບິນ Boeing ລຳທຳອິດ, ເສີມສ້າງສາຍພົວພັນລະຫວ່າງສະຫະລັດ​ອາເມຣິກາ - ຫວຽດນາມ

Vietjet ບັນລຸບາດກ້າວສໍາຄັນດ້ວຍເຮືອບິນ Boeing ລຳທຳອິດ, ເສີມສ້າງສາຍພົວພັນລະຫວ່າງສະຫະລັດ​ອາເມຣິກາ - ຫວຽດນາມ

Vietjet ໄດ້ສະເຫຼີມສະຫຼອງການຮັບເຮືອບິນ Boeing 737-8 ລໍາທໍາອິດ ຈາກຄໍາສັ່ງຊື້ທັງໝົດ 200 ລຳ ມູນຄ່າ 32 ຕື້ໂດລາ ກັບບໍລິສັດຜູ້ຜະລິດເຮືອບິນຊັ້ນນຳຂອງໂລກ. ພິທີສົ່ງມອບໄດ້ຈັດຂຶ້ນທີ່ສູນສົ່ງມອບເຮືອບິນຂອງ Boeing ທີ່ເມືອງ Seattle, ລັດ Washington, ສະຫະລັດ ອາເມຣິກາ, ໂດຍມີ ທ່ານ Luong Cuong ປະທານປະເທດຫວຽດນາມ, ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງຈາກທັງສອງປະເທດ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມ.
ຫຼາຍພາກສ່ວນມອບເງິນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII.

ຫຼາຍພາກສ່ວນມອບເງິນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII.

ໃນວັນທີ 23 ກັນຍານີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນນຳເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ທະນາຄານພັດທະນາລາວ ຈຳກັດມອບ 500 ລ້ານກີບ, ບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ 50 ລ້ານກີບ, ບໍລິສັດ ພັດນາສາມຫລ່ຽມເສດຖະກິດຄົບວົງຈອນ ຈຳກັດ 500 ລ້ານກີບ, ບໍລິສັດ ທອງສະຫວັນກໍ່ສ້າງ ຈຳກັດຜູ້ດຽວ 200 ລ້ານກີບ ແລະ ຮັບຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.
ທຄຕລ ສະຫຼອງວັນສ້າງຕັ້ງສາຂາສາລະວັນ ຄົບຮອບ 15 ປີ

ທຄຕລ ສະຫຼອງວັນສ້າງຕັ້ງສາຂາສາລະວັນ ຄົບຮອບ 15 ປີ

ວັນທີ 20 ກັນຍານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຂາສາລະວັນ ຄົບຮອບ 15 ປີ ຂຶ້ນຢູ່ທີ່ພັດຕາຄານສິນສະໄໝ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈໍາປາສັກ, ທ່ານ ຄໍາແພງ ກຸມພົນພັກດີ ຫົວໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາສາລະວັນ, ມີແຂກຖືກເຊີນ ຕະຫຼອດຮອດຜູ້ປະກອບການ ແລະ ພະນັກງານຫຼັກແຫຼ່ງ ທຄຕລ ເຂົ້າຮ່ວມ.
ຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ

ຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນແຂວງຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະໄຂຂຶ້ນໃນວັນທີ 24 -25 ກັນຍາ 2025 ນີ້. ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຊີ້ນຳໆພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຄວາມເປັນເຈົ້າການຮັບຜິດຊອບຂອງແຕ່ລະອະນຸກຳມະການຄື: ອະນຸກຳມະການເນື້ອໃນ, ອະນຸກຳມະການເສດຖະກິດ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການໂຄສະນາກໍ່ສ້າງຂະບວນການ, ອະນຸກຳມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ອະນຸກຳມະການສະຖານທີ່ ຄວາມສະອາດສວຍງາມ ແລະ ອື່ນໆ.
ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ

ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ

ໃນຊຸມປີຜ່ານມາ, ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມໃຫ້ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໝັ້ນທ່ຽງ ແລະ ຍືນຍົງ.
ຜູ້ແທນສົມບູນ ກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ຄັ້ງທີ VIII ວາງກະຕ່າດອກໄມ້ ແລະ ພວງມາລາ ໃນ 3 ຈຸດສໍາຄັນ

ຜູ້ແທນສົມບູນ ກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ຄັ້ງທີ VIII ວາງກະຕ່າດອກໄມ້ ແລະ ພວງມາລາ ໃນ 3 ຈຸດສໍາຄັນ

ວັນທີ 22 ກັນຍາ 2025, ຜູ້ແທນສົມບູນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VIII, ນໍາໂດຍ ສະຫາຍ ຄຳຕາ ໂຮ່ຊົງເລືອງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ, ມີຄະນະປະຈຳພັກແຂວງ, ອະດິດການນຳຂອງແຂວງ ພ້ອມດ້ວຍບັນດາຄະນະກໍາມະການແນວລາວສ້າງຊາດແຂວງ, ຜູ້ແທນສົມບູນ
ປຶກສາຫາລື ບັນຫາການຂາດແຄນແຮງງານພາຍໃນແຂວງໄຊສົມບູນ

ປຶກສາຫາລື ບັນຫາການຂາດແຄນແຮງງານພາຍໃນແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 22 ກັນຍານີ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ຈັດກອງປະຊຸມ ຮ່ວມກັບ ຄູ່ຮ່ວມງານ ເພື່ອປຶກສາຫາລື ແກ້ໄຂບັນຫາການຂາດແຄນ ແຮງງານພາຍໃນແຂວງ ຂຶ້ນທີ່ສະໂມສອນເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ທ່ານ ວັນຄໍາເກັ່ງ ຢ່າຊົງກົວ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຫົວໜ່ວຍທຸລະກິດ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເທດສະບານເມືອງໂພນທອງ ຈະຕິດຕັ້ງໄຟຟ້າເຍື່ອງທາງ ໃນຕຸລານີ້

ເທດສະບານເມືອງໂພນທອງ ຈະຕິດຕັ້ງໄຟຟ້າເຍື່ອງທາງ ໃນຕຸລານີ້

ເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ເຊັນສັນຍາໂຄງການກໍ່ສ້າງ ແລະ ຕິດຕັ້ງ ລະບົບໄຟຟ້າເຍື່ອງທາງ ພາຍໃນເທດສະບານເມືອງ, ໂດຍມີທ່ານ ສົມວອນ ແກ້ວຄຳພອນ ຮັກສາການປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ການລົງທຶນຂອງຂັ້ນເມືອງ ແລະ ບໍລີສັດສຸລິວົງ ຕິດຕັ້ງໄຟຟ້າຄົບວົງຈອນ ເຂົ້າຮ່ວມ.
ຊາວກະສີກອນ 30 ກວ່າຄອບຄົວໄດ້ຮັບແນວພັນພືດ

ຊາວກະສີກອນ 30 ກວ່າຄອບຄົວໄດ້ຮັບແນວພັນພືດ

ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ຊາວກະສີກອນຜູ້ທີ່ທຳການຜະລິດ (ປູກພືດ). ດັ່ງນັ້ນ, ໃນວັນທີ 19 ກັນຍາຜ່ານມານີ້, ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກໍາມະການປົກຄອງ ເມືອງມຸນລະປາໂມກ ແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ນຳເອົາແນວພັນພືດໄປມອບໃຫ້ກັບຊາວກິສີກອນຜູ້ທີ່ທຳການຜະລິດ (ປູກພືດ) ຢູ່ຈຸດ ສ່ວນດອນພວນ ເມືອງມຸນລະປາໂມກ ແຂວງຈຳປາສັກ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສມອບອຸປະກອນການສຶກສາໃຫ້ໂຮງຮຽນ ມສ ບ້ານດົງໃຕ້

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສມອບອຸປະກອນການສຶກສາໃຫ້ໂຮງຮຽນ ມສ ບ້ານດົງໃຕ້

ເພື່ອຮ່ວມມືສ້າງຄວາມຝັນ, ຜູກພັນໃສ່ໃຈລູກສິດ ກິດຈະກໍາການກຸສົນຂອງຜູ້ບໍລິຫານລະດັບສູງຂອງບໍລິສັດ ອາຊີ-ໂປຕາສ ສາກົນ. ວັນທີ 16 ກັນຍານີ້, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ ແຂວງຄໍາມ່ວນ ໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການກິລາ ໃຫ້ແກ່ໂຮງຮຽນ ມສ ບ້ານດົງໃຕ້ ແຂວງຄໍາມ່ວນ. ຕາງໜ້າບໍລິສັດນໍາເອົາເຄື່ອງມາມອບໃນຄັ້ງນີ້ໂດຍທ່ານ ຢາງ ສົວ ຮອງຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ, ຮັບໂດຍຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດການຈັດຕັ້ງບ້ານ, ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ