ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ
ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະຜູ້​ແທນ​ຂັ້ນ​ສູງໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ລາວ-ຫວຽດນາມ ສບຕຮດແໜນສາຍພວພນພເສດ ແລະ ການຮວມມຮອບດານ - image 1
 

ໃນວັນທີ 21 ສິງຫາ 2025 ທີ່ ສໍານັກງານປະທານປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ຄະນະຜູ້ແທນ ສສ ຫວຽດນາມ ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາ ມັກຄີຮັກເເພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມມາສູ່ພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດພາຍຫຼັງດໍາລົງຕໍາແໜ່ງເປັນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຍັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິເສດການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບວັນສຳຄັນ ຂອງ ສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນ ວັນມະຫາໄຊຊະນະອັນຍິ່ງໃຫຍ່ ທີ່ນຳເອົາຄວາມເປັນເອກະລາດມາສູ່ສອງປະເທດ ລາວ ແລະ ຫວຽດນາມ, ນັ້ນກໍຄື ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.

ລາວ-ຫວຽດນາມ ສບຕຮດແໜນສາຍພວພນພເສດ ແລະ ການຮວມມຮອບດານ - image 2
 

ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຊຶ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາຜົນການພົວພັນຮ່ວມມືຜ່ານມາ ກໍຄື ທິດທາງແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແມ່ນສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານເປັນຕົ້ນ ການຮ່ວມມືທາງດ້ານການເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງ, ໝັກແໜ້ນ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກວ່າເກົ່າ, ໂດຍສະເພາະ ສອງຝ່າຍ ສືບຕໍ່ມີການພົບປະແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພິເສດແມ່ນການເດີນທາງເຂົ້າຮ່ວມ ພິທີເປີດການນຳໃຊ້ທ່າເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງ ຂອງ ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ເປັນເສົາຄໍ້າຂອງການພົວພັນຮ່ວມມືສອງປະເທດ, ມີການຮ່ວມມືດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບປະກັນກັບສະພາບການໃໝ່ ທີ່ນັບມື້ນັບມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ພິເສດທັງສອງລັດຖະບານ ໄດ້ຮ່ວມມືສ້າງສໍາເລັດໂຄງການສໍາຫຼວດຮ່ອງຮອຍເສັ້ນທາງປະຫວັດສາດສາຍພູຫຼວງ-ໂຮ່ຈິມິນ ຊຶ່ງເປັນສັນຍາລັກແຫ່ງການຮ່ວມສໍາພັນສູ້ຮົບ ລະຫວ່າງສອງກອງທັບ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມ ທົບກັນເປັນຢ່າງດີ ໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ ສອງພັກ-ສອງລັດ, ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນຂອງຫວຽດນາມ ກໍສືບຕໍ່ເປັນປະເທດອັນດັບຕົ້ນໆ ທີ່ເຂົ້າມາລົງທຶນຢູ່ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ແລະ ບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນຮູບປະທໍາ. ພິເສດ ສອງຝ່າຍ ຕ່າງກໍສະແດງຄວາມປີຕິຍິນດີເປັນຢ່າງຍິ່ງ ທີ່ອົງການອຸຍແນສ໌ໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ສປປ ລາວ ຂຶ້ນເປັນມໍລະດົກໂລກທາງທຳມະຊາດ ທີ່ມີຊາຍແດນຮ່ວມກັບສວນອຸທິຍານ ຟອງຍາແກ່ບາງ ແຂວງກວາງບິງ ສສ ຫວຽດນາມ.

ລາວ-ຫວຽດນາມ ສບຕຮດແໜນສາຍພວພນພເສດ ແລະ ການຮວມມຮອບດານ - image 3
 

ພ້ອມດຽວກັນນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມຈອດພື້ນຖານດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາ ກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ລາວ-ຫວຽດນາມ ສບຕຮດແໜນສາຍພວພນພເສດ ແລະ ການຮວມມຮອບດານ - image 4
 

ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ສະແດງຄໍາໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນ​ທີ 28 ສິງຫານີ້ ທີ່ ທຳນຽບປະທານປະເທດ, ທ່ານ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ທ່ານນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ ໃນໂອກາດທ່ານທູດ ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ.
ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ໃນວັນທີ 27 ສິງຫານີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສູນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ໃນວັນ​ທີ 26 ສິງຫານີ້ ທີ່ ​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ ທ່ານ ນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ.
ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ໃນຖານະທີ່ເປັນນັກສຶກສາລາວ ທີ່ກໍາລັງສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ໃນຂະນະດຽວກັນ, ປັດຈຸບັນ ສັງກັດຢູ່ພະແນກພົວພັນການຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນລະດັບປະລິນຍາຕີ ແລະ ປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາໂທ. ຂ້າພະເຈົ້າດໍາລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ອັນແສນສວຍງາມ ແລະ ຮັ່ງມີ, ສີວິໄລ, ທັນສະໄໝ ກໍຄືນະຄອນແຫ່ງສັນຕິພາບ. ຂ້າພະເຈົ້າ ເຫັນໄດ້ເຖິງບັນດາຄຸນຄ່າພິເສດຂອງນະຄອນຫຼວງຮ່າໂນ້ຍ ມາຕະຫຼອດ.
ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ​ຈີນ-ລາວໃນ​ຖານ​ະ​ໂຄງ​ການສັນ​ຍາ​ລັກໜຶ່ງ​ແລວໜຶ່ງ​ເສັ້ນ​ທາງໄດ້​ບັນ​ທຸກ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດອີກ​ທັງ​ຍັງ​ເປັນ​ສາຍ​ໄຍ​ສຳ​ຄັນ​ທີ່​ເຊື່ອມ​ໂຍງ​ຈີນແລະລາວ, ທາງ​ລົດ​ໄຟ​ສາຍ​ນີ້ຜ່ານ​ພູ​ມີ​ປະ​ເທດ​ທີ່​ສະຫຼັບ​ຊັບ​ຊ້ອນ​ທ້າ​ທາຍ​ອຸ​ປະ​ສັກ​ດ້ານ​ວິ​ສາ​ວະ​ກຳ, ຫຼອມ​ລວມ​ສະ​ຕິ​ປັນ​ຍາແລະເຫື່ອ​ແຮງ​ຂອງ​ຜູ້​ກໍ່​ສ້າງ​ທັງ​ສອງ​ຊາດຈຶ່ງ​ກາຍ​ເປັນຫຼັກ​ຖານ​ທີ່ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ກ້າວ​ໄປ​ດ້ວຍ​ກັນແລະການ​ຮ່ວມ​ມື​ແບບ​ຊະ​ນະ​ຮ່ວມ​ກັນ​ຂອງ​ຈີນ-ລາວ, ລົດ​ໄຟ​ສາຍ​ນີ້ກ້າວ​ຂ້າມ​ຄວາມ​ໝາຍ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທຳ​ມະ​ດາກາຍ​ເປັນ​ລະ​ບຽງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ພູ​ມີ​ພາກແລະ ​ເປັນ​ຂົວ​ວັດ​ທະ​ນະ​ທຳ​ທີ່​ເຊື່ອມ​ຕໍ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດເປັນ​ໂອ​ກາດ​​ສຳ​ຄັນ​ໃນ​ການ​ຮ່ວມ​ມື​​​ກ້າວ​ສູ່​ທາງ​ເລິກແລະທາງກວ້າງໂດຍ​ສະ​ເພາະ​ດ້ານ​ການ​ຄ້າ-ການ​ລົງ​ທຶນ, ການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຂ້າມ​ແດນ​​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ຂຶ້ນຫຼາຍ​ເທົ່າຜ່ານ​ການ “ຂີ່​ລົດ​ໄຟ​ທ່ຽວ​ສອງ​ປະ​ເທດ” ໄດ້​ກາຍ​ເປັນ​ກະ​ແສ​ທີ່​ກຳ​ລັງ​ນິ​ຍົມ​ກັນຫຼາຍ​ໃນ​ກຸ່ມ​ນັກ​ທ່ອງ​ທ່ຽວ, ລົດ​ໄຟ​ສາຍ​ນີ້ບໍ່​ພຽງ​ແຕ່ມອບ​ປະ​ສົບ​ການ​ການ​ເດີນ​ທາງ​ທີ່​ສະ​ດວກ, ວ່ອງ​ໄວ​ທັນ​ໃຈ, ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຄົນ​ນັບ​ໝື່ນນັບ​ແສນ, ແຕ່​ຍັງ​ຂັບ​ເຄື່ອນ​ບົດ​ບາດ​ໃໝ່​ແຫ່ງ​ມິດ​ຕະ​ພາບຈີນ-ລາວ.
ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ໃນງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ທີ່ຈັດຂຶ້ນຢ່າງສົມກຽດ ເມື່ອຄໍ່າວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນວັນຊາດ ກໍຄື “ບຸນເອກະລາດ” ຂອງປວງຊົນຫວຽດນາມ; ໃນປີນີ້, ກໍເປັນປີແຫ່ງຂີດໝາຍປະຫວັດສາດຂອງຫວຽດນາມ ດ້ວຍມີຫຼາຍເຫດການທີ່ເປັນປີຄົບຮອບໃຫຍ່; ຂະນະດຽວກັນ, ປີ 2025 ນີ້ ກໍເປັນປີທີ່ສຳຄັນຂອງ ສປປ ລາວ ຊຶ່ງໂອກາດກ່າວໃນງານລ້ຽງດັ່ງກ່າວນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ພູມໃນ ຕໍ່ຜົນງານທີ່ໜ້າພາກພູມໃຈຂອງ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ, ທັງເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ.
ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນ ແມງ ຮຸງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສສ ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຫວ່າງບໍ່ດົນມານີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.
ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ເພີ່ມເຕີມ