ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026
ຕອນເຊົ້າ ວັນທີ 25 ກຸມພານີ້, ທີ່ຫ້ອງການສາທາລະນະສຸກເມືອງຫຼວງນໍ້າທາ ໄດ້ຈັດກອງປະຊຸມຊີ້ແຈງ ແຜນການຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ (ວສຊ) ປະຈຳປີ 2026 ໂດຍການເຂົ້າຮ່ວມຂອງທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ; ທ່ານ ຄໍາສອນ ຈັນທະດາລາກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ໂຮງໝໍ, ສຸກສາລາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫວງນຳທາ ຈະຈດຕງປະຕບດ ວນໃຫວກຊນກນພະຍາດໂປລໂອ ປ 2026 - image 1
 

ກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນ ເນື່ອງຈາກປັດຈຸບັນ ສປປ ລາວ ໄດ້ກວດພົບການລະບາດຂອງພະຍາດໂປລິໂອຄືນໃໝ່ ໂດຍຫຼ້າສຸດໄດ້ພົບຜູ້ປ່ວຍ 1 ກໍລະນີ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແລະ ພົບເຊື້ອໃນເດັກທີ່ມີສຸຂະພາບແຂງແຮງອີກ 2 ຄົນ. ພະຍາດໂປລິໂອເປັນພະຍາດທີ່ອັນຕະລາຍ, ບໍ່ມີຢາປິ່ນປົວໃຫ້ຫາຍຂາດ ແລະ ສາມາດເຮັດໃຫ້ເດັກພິການລ່ອຍແຫຼວຕະຫຼອດຊີວິດ. ດັ່ງນັ້ນ, ການຈັດຕັ້ງຂະບວນການ ວສຊ ຈຶ່ງເປັນມາດຕະການດຽວທີ່ຈະຊ່ວຍສ້າງພູມຄຸ້ມກັນໝູ່ ແລະ ປົກປ້ອງລູກຫຼານໃຫ້ປອດໄພ.

ຫວງນຳທາ ຈະຈດຕງປະຕບດ ວນໃຫວກຊນກນພະຍາດໂປລໂອ ປ 2026 - image 2
 

ສຳລັບການບໍລິການດ້ານສາທາລະນະສຸກທົ່ວເມືອງຫຼວງນໍ້າທາ ແມ່ນມີຄວາມພ້ອມຮອບດ້ານ ຊຶ່ງປະກອບມີໂຮງໝໍຂັ້ນເມືອງ 1 ແຫ່ງ, ໂຮງໝໍຂັ້ນແຂວງ 3 ແຫ່ງ ແລະ ສຸກສາລາ 6 ແຫ່ງ ຊຶ່ງຈະຮັບຜິດຊອບຄຸ້ມຄອງທັງໝົດ 78 ບ້ານ ແລະ ໄດ້ກຳນົດຈຸດໃຫ້ບໍລິການວັກຊີນທັງໝົດ 111 ຈຸດ ເພື່ອໃຫ້ບໍລິການແກ່ເດັກກຸ່ມເປົ້າໝາຍທີ່ມີອາຍຸລຸ່ມ 5 ປີ (0 ຫາ 59 ເດືອນ). ໃນທົ່ວເມືອງມີເດັກກຸ່ມເປົ້າໝາຍທັງໝົດຈໍານວນ 7,350 ຄົນ. ແຜນການຈະຈັດຕັ້ງປະຕິບັດໃນຄັ້ງນີ້ ຈະແບ່ງອອກເປັນ 2 ຮອບໃຫຍ່ ຄື: ຮອບທີ 1: ວັນທີ 2 - 11 ມີນາ 2026 ແລະ ຮອບທີ 2: ວັນທີ 23 ມີນາ - 1 ເມສາ 2026 ໂດຍເດັກນ້ອຍໃນເກນອາຍຸເປົ້າໝາຍທຸກຄົນ ຕ້ອງໄດ້ຮັບການຢອດວັກຊີນໂປລິໂອ (bOPV) ຈຳນວນ 2 ຢອດ, ເຖິງແມ່ນວ່າຈະເຄີຍໄດ້ຮັບວັກຊີນຮອບປົກກະຕິມາແລ້ວກໍຕາມ ແລະ ໃນບາງເຂດສ່ຽງ ຍັງຈະມີການໃຫ້ວັກຊີນປ້ອງກັນໝາກແດງ-ໝາກເຢຍ (MR) ຕື່ມອີກ.

ເພື່ອໃຫ້ບັນລຸຄາດໝາຍການປົກຄຸມວັກຊີນໃຫ້ໄດ້ຫຼາຍກວ່າ 95%, ທີມງານແພດໝໍ ຈະນຳໃຊ້ຍຸດທະສາດການສື່ສານ ແລະ ປຸກລະດົມຊຸມຊົນແບບແຈ້ງລ່ວງໜ້າ 7 ວັນ, ເຕືອນ 3 ວັນ ແລະ ຢືນຢັນ 1 ວັນກ່ອນລົງພື້ນທີ່ ໃນຮູບແບບການໃຫ້ບໍລິການຈະມີທັງຈຸດຄົງທີ່ໃນຕອນເຊົ້າ ແລະ ລົງເຄື່ອນທີ່ແຕ່ລະຄົວເຮືອນໃນຕອນບ່າຍ ເພື່ອຄົ້ນຫາເດັກທີ່ຕົກຄ້າງ ພ້ອມທັງມີການໝາຍເລັບມືເພື່ອເປັນສັນຍາລັກ ແລະ ຕິດຕາມອາການພາຍຫຼັງຮັບວັກຊີນ 15-30 ນາທີ.

ຫວງນຳທາ ຈະຈດຕງປະຕບດ ວນໃຫວກຊນກນພະຍາດໂປລໂອ ປ 2026 - image 3
 

ຕອນທ້າຍ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ໃນການປະສານງານ ແລະ ຄຸ້ມຄອງວັກຊີນໃຫ້ໄດ້ມາດຕະຖານລະບົບເຢັນ. ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງເດັກກຸ່ມເປົ້າໝາຍທຸກທ່ານ ຈົ່ງໃຫ້ຄວາມຮ່ວມມື ແລະ ພາລູກຫຼານຂອງຕົນມາຮັບວັກຊີນຕາມວັນ ແລະ ເວລາທີ່ກຳນົດ ເພື່ອຮ່ວມກັນກຳຈັດພະຍາດໂປລິໂອໃຫ້ໝົດໄປຈາກເມືອງຫຼວງນ້ຳທາ ກໍຄືໃນຂອບເຂດທົ່ວປະເທດ.

(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ໂຮງໝໍເຊດຖາທິຣາດ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ ເພື່ອເປັນການສົ່ງເສີມຄວາມຮູ້, ທັກສະທາງດ້ານການແພດ ແລະ ການແລກປ່ຽນປະສົບການດ້ານການແພດທີ່ມີການພັດທະນາຢ່າງຕໍ່ເນື່ອງໃນປັດຈຸບັນໄດ້ຈັດຂຶ້ນໃນວັນທີ 27 ມີນານີ້ ທີ່ໂຮງໝໍເຊດຖາທິຣາດ, ໂດຍການເປັນປະທານຂອງ ທ່ານ ເກດມະນີ ເພັດສິຣິແສງ ຮອງອຳນວຍການໂຮງໝໍມິດຕະພາບ ຫົວໜ້າພາກວິຊາອາຍຸລະສາດ ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ທ່ານ ສີໃໝ່ ບຸດພຣົມວິຫານ ຮອງຜູ້ອຳນວຍການໂຮງໝໍເຊດຖາທິຣາດ ແລະ ມີ ແພດໝໍ, ນັກສຶກສາແພດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ວັນທີ 24 ມີນານີ້, ພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ (ພະຍາດເອດ) ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ພັນ ພອນສະຫວັດ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ, ມີທ່ານ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ
ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ວັນທີ 18 ມີນາຜ່ານມານີ້, ໂຮງໝໍບໍລິເວນ 107 ໄດ້ຈັດປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ່ 22 ມີນາ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ່ 21 ມີນາ ຄົບຮອບ 80 ປີ ໂດຍເປັນປະທານຂອງສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາຄະນະໜ່ວຍພັກ, ຫົວໜ້າພະແນກການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມຮັບຟັງ.
ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ພິທີສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈໍາປີ 2025 ແລະ ທິດທາງປີ 2026 ໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງໝໍມິດຕະພາບ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ເປັນປະທານຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີບັນດາທ່ານ ຄະນະກົມ, ຄະນະອໍານວຍການ, ຄະນະສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກ, ພະນັກງານແພດໝໍ ແລະ ວິຊາການພາຍໃນໂຮງໝໍເຂົ້າຮ່ວມ.
ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ນວ ປະຈຳປີ 2025 ແລະ ທິດທາງປີ 2026 ໃນວັນທີ 12 ມີນານີ້ ທີ່ພະແນກສາທາລະນະສຸກ ນວ ໃຫ້ກຽດເປັນປະທານຂອງທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກອ້ອມຂ້າງ ນວ, ຫ້ອງການສາທາລະນະສຸກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດ ການຫັນໂຮງໝໍເປັນເຈົ້າຕົນເອງທາງດ້ານງົບປະມານເທື່ອລະກ້າວ ຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນໜຶ່ງໂຮງໝໍລັດ ທີ່ໄດ້ຈັດຕັ້ງປະຕິບັດການຫັນໂຮງໝໍເປັນເຈົ້າຕົນເອງ ແມ່ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກໍລະກົດປີ 2022 ເປັນຕົ້ນມາ ໂດຍໄດ້ຮັບການມອບສິດການຈັດຕັ້ງ, ການບໍລິຫານ ແລະ ການບໍລິການ ອື່ນໆ ຂອງບັນດາໂຮງໝໍທີ່ໄດ້ຮັບອະນຸຍາດ. ຈາກນັ້ນ, ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບການຫັນຫົວໜ່ວຍໂຮງໝໍເປັນເຈົ້າຕົນເອງ ແລະ ໄດ້ມີການສຶກສາອັນໃດແດ່ ເປັນສິ່ງທີ່ມີພາຍໃນໂຮງໝໍ ແລະ ອັນໃດສາມາດເຮັດໄດ້ໄວ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ຄວາມຍືນຍົງຮັບໃຊ້ສັງຄົມ. ມາຮອດປັດຈຸ ບັນ ເຫັນວ່າການພັດທະນາຄຸນນະພາບຂອງໂຮງໝໍມິດຕະພາບມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ.
ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມລິເລີ່ມການພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນດ້ານການເງິນສາທາລະນະສຸກ ແລະ ເສດຖະສາດສາທາລະນະສຸກ ພ້ອມທັງການພິຈາລະນາເຊື່ອມສານເນື້ອໃນດັ່ງກ່າວເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ມວສ, ມີອົງການແຮງງານສາກົນ, ຜູ້ຕາງໜ້າຈາກອົງການ LOMWRU, CHAI, WHO, UNICEF, NITAG, HITAP, NUS, UNFPA, NIPH (Cambodia), KOFIH, ມີຄະນະບໍດີ-ຮອງຄະນະບໍດີ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈນ ໄດ້ຈັດກອງປະຊຸມພິທີສະເຫຼີມສະຫຼອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຂຶ້ນໃນວັນທີ 3 ມີນານີ້ ຢູ່ທີ່ໂຮງໝໍດັ່ງກ່າວ.
ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ວັນທີ 2 ມີນານີ້ ທີ່ໂຮງຮຽນອະນຸບານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີເປີດຂະບວນການວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ຢອດໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ (ໂປລີໂອ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ, ທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ທິມງານແພດ-ໝໍ, ອຳນາດການປົກຄອງບ້ານ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ.
ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ຫ້ອງການສາທາລະນະສຸກເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 0-59 ເດືອນ (ຕ່ຳກວ່າ 5 ປີ) ຢ່າງເປັນທາງການ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ຕາແສງກະດັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໜູແສງ ຜຸຍບັນດິດຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ