ມວສ ສະຫຼຸບຜົນງານສົກສຶກສາ 2024-2025 ແລະ ແຜນການສຶກສາສົກ 2025-2026

ມວສ ສະຫຼຸບຜົນງານສົກສຶກສາ 2024-2025 ແລະ ແຜນການສຶກສາສົກ 2025-2026

ມວສ ສະຫຼຸບຜົນງານສົກສຶກສາ 2024-2025 ແລະ ແຜນການສຶກສາສົກ 2025-2026
ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມສະຫຼຸບຜົນງານສົກສຶກສາ 2024-2025 ແລະ ຜ່ານແຜນການສຶກສາສົກ 2025-2026 ຂຶ້ນໃນວັນທີ 23 ກຸມພານີ້ ທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ວິທະຍາເຂດດົງໂພສີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ມາຍຟອງ ມາຍຊາຍ ຄະນະປະຈຳພັກກະຊວງ ເລຂາຄະນະພັກຮາກຖານ ມວສ ອະທິການບໍດີ ມວສ, ໂດຍມີທ່ານຮອງອະທິການບໍດີ, ບັນດາທ່ານຄະນະຫ້ອງການ, ຄະນະສະຖາບັນ, ຄະນະບໍດີ, ຄະນະພາກວິຊາ, ຄະນະພະແນກ ການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມວສ, ນອກນັ້ນຍັງມີພະນັກງານອາວຸໂສບຳນານ, ແຂກທີ່ຖືກເຊີນຈາກບັນດາກົມມະຫາພາກ, ໂຮງໝໍ, ໂຮງ ງານ, ສູນ, ສະຖາບັນອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.
ມວສ ສະຫບຜນງານສກສກສາ 2024-2025 ແລະ ແຜນການສກສາສກ 2025-2026 - image 1
 

ທ່ານ ນາງ ວານີລາ ອິນເທບພາວົງ ຫົວໜ້າຫ້ອງການບໍລິການ ມວສ ໄດ້ຂຶ້ນຜ່ານສະຫຼຸບຜົນງານສົກສຶກສາ 2024-2025 ແລະ ຜ່ານແຜນການສົກສຶກສາ 2025-2026 ວ່າ: ມວສ ມີພາລະບົດບາດໃນການສ້າງບຸກຄະລາກອນສາທາລະນະສຸກ, ການຄົ້ນຄວ້າວິທະຍາສາດສາທາລະນະສຸກລະດັບອະນຸປະລິນຍາຕີ ຮອດລະດັບຊ່ຽວຊານຂັ້ນ 2 ແລະ ການບໍລິການດ້ານວິຊາ, ມວສ ປະກອບດ້ວຍ 2 ຫ້ອງການ, 6 ຄະນະວິຊາ ແລະ 1 ສະຖາບັນ ຊຶ່ງພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ, ຄະນະນຳ ມວສ ໄດ້ພ້ອມກັນຜ່ານຜ່າເຮັດໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະຕາມພາລະບົດບາດໜ້າທີ່ໆໄດ້ຮັບສຳເລັດຕາມເປົ້າໝາຍ ຊຶ່ງສະແດງອອກຄື: ດ້ານການຮຽນ-ການສອນ, ມວສ ໄດ້ຈັດຕັ້ງ ການຮຽນ-ການສອນສົກສຶກສາ 2024-2025 ທັງໝົດ 40 ຫຼັກສູດ ໃນລະດັບອະນຸປະລິນຍາ, ປະລິນຍາຕີ, ລົງເລີກຂະແໜງ, ປະລິນຍາໂທ, ຊ່ຽວຊານຂັ້ນ 1 ແລະ 2, ມີນັກສຶກສາທັງໝົດຈໍານວນ 3,480 ຄົນ ຍິງ 2,219 ຄົນ, (ລະດັບອະນຸປະລິນຍາ 296 ຄົນ ຍິງ 223 ຄົນ, ລະດັບປະລິນຍາຕີ 2,875 ຄົນ ຍິງ 1,874 ຄົນ, ຫຼັງປະລິນຍາຕີ 246 ຄົນ ຍິງ 122 ຄົນ). ໃນສົກສຶກສາ 2024-2025 ທີ່ຜ່ານມານີ້ ມີນັກສຶກສາທີ່ສໍາເລັດການສຶກສາທັງໝົດ 670 ຄົນ ຍິງ 473 ຄົນ (ລະດັບອະນຸປະລິນຍາຕີ 76 ຄົນ ຍິງ 66 ຄົນ, ລະດັບປະລິນຍາຕີ 458 ຄົນ ຍິງ 312 ຄົນ, ປະລິນຍາໂທ 20 ຄົນ ຍິງ 14 ຄົນ, ຊ່ຽວຊານ 119 ຄົນ ຍິງ 81 ຄົນ); ດ້ານການຄົ້ນຄວ້າວິທະຍາສາດ ວາລະສານການແພດ (LMJ) ຕີພິມໃນປີ 2025 ຈໍານວນ 26 ບົດ, ຈໍານວນປຶ້ມ 600 ຫົວ, ໄດ້ອະນຸມັດການຂໍຈັນຍາທໍາບົດໂຄງການຄົ້ນຄວ້າ ຈຳນວນ 188 ຫົວບົດ ແລະ ບົດວິທະຍານິພົນ, ບົດຈົບຊັ້ນແພດຊ່ຽວຊານ ແລະ ບົດຈົບຊັ້ນຂອງນັກສຶກສາ ຈຳນວນ 143 ຫົວບົດ; ດ້ານການບໍລິການວິຊາການ ໄດ້ເປີດການນໍາໃຊ້ຫ້ອງຝຶກປະຕິບັດຂອງນັກສຶກສາຫຼັກສູດປະລິນຍາຕີກາຍະບຳບັດ ແລະ ເປັນສະຖານທີ່ໃຫ້ບໍລິການປະຊາຊົນ ມີຜູ້ມາຮັບບໍລິການ ຈຳນວນ 108 ເທື່ອຄົນ, ກວດກາຍະວິພາກພະຍາດໄດ້ 3,225 ຕົວຢ່າງ, ບໍລິການຢູ່ ຄລີນິກທັນຕະກຳໄດ້ 10,697 ເທື່ອຄົນ.

ໃນພິທີຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງສາທາລະນະສຸກ ໃຫ້ແກ່ 6 ຄະນະວິຊາ, 2 ຫ້ອງການວິຊາການ, ສະຖາບັນ ແລະ ພະນັກງານພາຍໃນ ມວສ ດັ່ງນີ້: ປະເພດ I ຂັ້ນກະຊວງ ຈຳນວນ 353 ຄົນ ຍິງ 208 ຄົນ, ປະເພດ I ຂັ້ນ ມວສ ຈຳນວນ 48 ຄົນ ຍິງ 30 ຄົນ ແລະ 9 ພາກສ່ວນແມ່ນໄດ້ຮັບການຍ້ອງຍໍລະດັບດີ 80% ຂຶ້ນໄປໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2025 ຂັ້ນ ມວສ ຄຽງຄູ່ກັບການຈັດຕັ້ງການຮຽນການສອນ, ການຄົ້ນຄວ້າວິທະຍາສາດ ແລະ ໃຫ້ການບໍລິການວິຊາການແກ່ສັງຄົມ ມວສ ຍັງໄດ້ເຄື່ອນໄຫວກິດຈະກຳອື່ນໆເຊັ່ນ: ການອອກແຮງງານລວມ, ການເຄື່ອນໄຫວກິລາ-ສິນລະປະ, ລະດົມທຶນຊ່ວຍເຫຼືອສັງຄົມ, ປຸກລະດົມບໍລິຈາກເລືອດ ແລະ ການຈັດເວນຍາມປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ

ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານ ໃຫ້ມີຄວາມເອົາໃຈໃສ່ໃນໜ້າທີ່ວຽກງານການຮຽນການສອນໃຫ້ມີຄຸນນະພາບ ເພື່ອໃຫ້ການບໍລິການມີຄຸນນະພາບເຕັມໄປດ້ວຍຈັນຍາບັນຈັນຍາທຳ, ສືບຕໍ່ວຽກງານ ຄົ້ນຄວ້າວິທະຍາສາດ ແລະ ການບໍລິການສັງຄົມໃຫ້ດີຂຶ້ນເລື້ອຍໆ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຄະນະບໍລິຫານງານຊາວໜຸ່ມ ກົມຕຳຫຼວດຄຸມຂັງ-ດັດສ້າງ ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026) ໃນວັນທີ 2 ເມສາຜ່ານມາ, ໂດຍມີທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະນຳ, ສະມາຊິກຊາວໜຸ່ມທົ່ວກົມກອງດັ່ງກ່າວເຂົ້າຮ່ວມ.
ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ
ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເມື່ອບໍ່ດົນຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ມີການລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຫວໍ ຕ໊າຍ ບາກ ຮອງຜູ້ອຳນວຍການບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງ ຈຳກັດ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້່າຮ່ວມເປັນສັກຂີພີຍານ.
ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ວັນທີ 25 ມີນາ 2026 ຢູ່ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX ທົ່ວແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ອິນທະວົງ ພົມມະຈັນ ເລຂາພັກເມືອງມະຫາໄຊ, ທ່ານ ທອງສະນິດ ແພງພັກດີ ຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ເມືອງ ເຂົ້າຮ່ວມ.
ເພີ່ມເຕີມ