ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ

ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ

ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ
ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ ນີ້ ຢູ່ທີ່ສໍານັກງານສູນກາງພັກ (ຫສພ), ຄະນະບໍລິຫານງານສູນກາງພັກ ໄດ້ຈັດຕັ້ງການລະນຶກວັນເກີດ ຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19/5/1890-19/5/2025); ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ບັນດາສະຫາຍກຳມະການສົມບູນສູນກາງພັກ, ກຳມະການສຳຮອງສູນກາງພັກ.

 

ໃນໂອກາດນີ້, ບັນດາສະຫາຍຜູ້ເຂົ້າຮ່ວມ ໄດ້ຊົມຮູບເງົາສາລະຄະດີກ່ຽວກັບຊີວິດ ແລະ ພາລະກິດປະຕິວັດເພື່ອສະແດງຄວາມຮູ້ບຸນຄຸນ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນຫວຽດນາມອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ. ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ປະທານ ໂຮ່ຈິມິນ ແມ່ນຜູ້ນໍາທີ່ຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນຫວຽດນາມ, ເປັນຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ ທີ່ເປັນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ ໃນປັດຈຸບັນ. ໃນສະພາບການຂອງໂລກ ແຕ່ລະຍຸກ, ແຕ່ລະສະຕະວັດຜ່ານມາມີຫຼາຍເຫດການປະຫວັດສາດ, ມີຫຼາຍນັກປາດອາຈານ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກບຸກເບີກທາງດ້ານວິທະຍາສາດສັງຄົມວິທະຍາສາດທໍາມະຊາດ ເກີດຂຶ້ນ ຈົນມາຮອດປັດຈຸບັນແມ່ນ 4.0 ແຕ່ບຸກຄົນທີ່ຊອກສະແຫວງຫາ ເພື່ອປ່ຽນແປງລະບອບການປົກຄອງ, ຊອກເສັ້ນທາງປະຕິວັດ ເພື່ອຕໍ່ສູ້ເອົາຄວາມເປັນເອກະລາດ ແລະ ການຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ ໃຫ້ແກ່ມວນມະນຸດ, ຊອກຫາເສັ້ນທາງແຫ່ງການປ່ຽນແປງທາງດ້ານການເມືອງນັ້ນ ແລະ ອາດເວົ້າໄດ້ວ່າ ສະຕະວັດໜຶ່ງ ເກີດຂຶ້ນບໍ່ພຽງເທົ່າໃດຄົນ ເຊັ່ນ: ມາກ, ອັງແກນ, ເລນິນ ແລະ ໃນນັ້ນ ມີ ປະທານ ໂຮ່ຈິມິນ.

ເມື່ອຫວນຄືນເຖິງຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈິມິນ ໃນໄລຍະທີ່ປະເທດຊາດຕົກຢູ່ໃນການປົກຄອງຂອງພວກລ່າເມືອງຂຶ້ນນັ້ນ, ປະທານ ໂຮ່ຈິມິນ ໄດ້ຍອມເສຍສະຫຼະທຸກສິ່ງຢ່າງ ອອກຈາກບ້ານເກີດເມືອງນອນ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂດຍຊອກເຫັນ ລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ອິນດູຈີນ ຢ່າງປະດິດສ້າງ, ການກໍາເນີດຂອງພັກກອມມູນິດອິນດູຈີນ ໃນປີ 1930 ທີ່ຖືເປັນພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈິມິນ ໄດ້ສ້າງຂຶ້ນມາ ເພື່ອຢາກໃຫ້ມີຂະບວນການຕໍ່ສູ້ປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ອອກຈາກອິນດູຈີນ ແລະ ປົດປ່ອຍປະຊາຊົນຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດ ແລະ ກໍາລັງຈົມຢູ່ໃນຄວາມມືດມົນ ຢູ່ໃນລະບອບການປົກຄອງເກົ່ານັ້ນ ໃຫ້ມີອິດສະຫຼະພາບ, ມີເອກະລາດ, ມີຄວາມສະເໝີພາບ ແລະ ເປັນພົນລະເມືອງ ທີ່ເຕັມໄປດ້ວຍສັກສີຂອງສາມປະເທດອິນດູຈີນ ຊຶ່ງຖືເປັນຄວາມມຸ່ງມາດປາຖະ ໜາອັນສູງສົ່ງຂອງ ປະທານ ໂຮ່ຈິມິນ ໂດຍມີຄໍາເວົ້າອະມະຕະຂອງເພິ່ນ ເວົ້້າວ່າ“ບໍ່ມີສິ່ງໃດ ປະເສີດກວ່າ ເອກະລາດ ແລະ ເສລີພາບ” ທີ່ນັກປະຕິວັດຫວຽດນາມ, ນັກປະຕິວັດລາວ ແລະ ນັກປະຕິວັດກໍາປູເຈຍ ໄດ້ຮ່ວມມື, ຮ່ວມແຮງ ແລະ ຮ່ວມໃຈ ເປັນຈິດໜຶ່ງໃຈດຽວກັນ ຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງຄວາມມຸງມາດປາຖະໜາຂອງ ປະທານ ໂຮ່ຈິມິນ ນັ້ນ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ.

ສະຫາຍ ທອງລຸນ ສີສຸດລິດ ກ່າວຕື່ມວ່າ: ປະທານ ໂຮ່ຈິມິນ ເປັນບຸກຄົນພິເສດ ທີ່ມີການດໍາລົງຊີວິດແບບງ່າຍດາຍ, ຮ່ວມກັບປະຊາຊົນ ແລະ ຮ່ວມກັບກອງທັບ, ມີຄວາມປະຢັດ, ສັດທ່ຽງ, ຊື່ສັດບໍລິສຸດ, ເອົາຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ ຢູ່ ເໜືອກວ່າສິ່ງໃດໆ, ເພິ່ນໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະຕິບັດພາລະກິດຂອງປະເທດຊາດ ແລະ ໄດ້ເຮັດສໍາເລັດ, ນໍາເອົາຜົນສໍາເລັດອັນຍິ່ງໃຫຍ່ ມາສູ່ປະຊາຊົນຫວຽດນາມ ແລະ ປະຊາຊົນສາມຊາດອິນດູຈີນ ຂອງພວກເຮົາ. ຂ້າພະເຈົ້າ ຄິດວ່າ ຄວາມເວົ້າ ອັນອະມະຕະຂອງ ປະທານ ໂຮ່ຈິມິນ ທີ່ໄດ້ກະຕຸກຊຸກຍູ້ຈິດໃຈຂອງນັກຮົບປະຕິວັດ ກໍຄື ປະຊາຊົນຫວຽດນາມ ນັ້ນວ່າ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ”” ອັນນີ້ໄດ້ກາຍເປັນຄວາມເປັນຈິງຂຶ້ນມາ, ການທີ່ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ, ນັກຮົບຫວຽດນາມ ໄດ້ເຂົ້າມາຊ່ວຍເຫຼືອ ການປະຕິວັດລາວ, ສະໜັບສະໜູນການປະຕິວັດລາວ, ຮ່ວມຄຽງບ່າຄຽງໄຫຼ່ກັບ ປະຊາຊົນລາວ ແລະ ນັກຮົບລາວ ຕໍ່ສູ້ເພື່ອປົດປ່ອຍຊາດເຮົາ ດ້ວຍຄວາມເສຍສະຫຼະ ແລະ ບໍ່ຄໍານຶງເຖິງຄວາມຫຍຸ້ງຍາກ ກັນດານໃດໆ ແລະ ການຊ່ວຍເຫຼືອທີ່ທັນການ ແລະ ບໍ່ມີເງື່ອນໄຂໃດໆ ແມ່ນເປັນການຊ່ວຍເຫຼືອອັນຍິ່ງໃຫຍ່, ຄວາມເສຍສະຫຼະຂອງນັກຮົບຫວຽດນາມ ທີ່ເອົາເລືອດທາແຜ່ນດິນລາວເຮົາບໍ່ຈັກວ່າເທົ່າໃດຄົນນັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິວັດ ປົດປ່ອຍຊາດຂອງລາວເຮົາຕະຫຼອດມາ ແລະ ໃນໄລຍະທີ່ພວກເຮົາ ດໍາເນີນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດນີ້ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ກໍບໍ່ໄດ້ລົດລະໃນການສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ພວກເຮົາ ບັນລຸບັນດາເປົ້າໝາຍທີ່ພວກເຮົາວາງໄວ້.

ສະຫາຍ ທອງລຸນ ສີສຸດລິດ ກ່າວອີກວ່າ: ຂ້າພະເຈົ້າ ໄດ້ພົບກັບ ສະຫາຍ ໂຕເລິມ ໃນເວລາ ສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ການທ້ອນໂຮມປະເທດຊາດຫວຽດນາມ ເຂົ້າເປັນອັນດຽວນັ້ນ, ສະຫາຍ ໂຕ ເລິມ ໄດ້ເນັ້ນແລ້ວເນັ້ນອີກວ່າ: ລາວ ໄດ້ຊ່ວຍເຫຼືອ ພັກ, ລັດ ແລະ ກອງທັບຫວຽດນາມ ຢ່າງຫຼວງຫຼາຍ ໃນການສ້າງໂອກາດ ເປີດເສັ້ນທາງ ໂຮ່ຈິມິນ ໃຫ້ກອງທັບຫວຽດນາມ ສາມາດລົງໄປປົດປ່ອຍພາກໃຕ້ຫວຽດນາມ ນັ້ນ ຈົນໄດ້ຮັບຜົນສໍາເລັດ, ອັນນີ້ເປັນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພວກເຮົາກໍຄິດເຫັນຄໍາຕັກເຕືອນຂອງ ປະທານ ໂຮ່ຈິມິນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ”, ພວກເຮົາກໍມີການຊ່ວຍເຫຼືອຢ່າງຈິງໃຈຕໍ່ສະຫາຍຫວຽດນາມ ເພື່ອປົດປ່ອຍພາກໃຕ້ຫວຽດນາມ ກ້າວໄປເຖິງການທ້ອນໂຮມປະເທດຊາດຫວຽດນາມ ເປັນການສ້າງເງື່ອນໄຂສໍາຄັນໃຫ້ການສະຖາປະນາ ສປປ ລາວ ຂອງພວກເຮົາ ໃນວັນທີ 2 ທັນວາ 1975, ເມື່ອເປັນແນວນັ້ນ ຄໍາເວົ້າອັນເປັນອະມະຕະຂອງເພິ່ນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ມັນຈະຝັງເລິກຢູ່ໃນຈິດໃຈຂອງປະຊາຊົນສອງຊາດຂອງພວກເຮົາຕະຫຼອດໄປ, ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ເຮັດໃຫ້ຄວາມສໍາພັນອັນມີມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະສືບຕໍ່ຍືນຍົງຕະຫຼອດໄປ. ນີ້ເປັນມໍລະດົກຕົກທອດທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາຮຸ່ນສືບທອດຕ່າງໆຂອງພວກເຮົາ ຍັງສືບຕໍ່ປົກປັກຮັກສາ, ຢຶດໝັ້ນຢູ່ປັດຈຸບັນນີ້ ບໍ່ໃຫ້ເສື່ອມຄາຍ, ບໍ່ໃຫ້ກາຍເປັນແນວອື່ນໄປໄດ້ ເດັດຂາດ... ເວົ້າງ່າຍໆ ບໍ່ໃຫ້ສັດຕູໂຕໃດ ເຂົ້າມາມ້າງເພທໍາລາຍໄດ້, ພວກເຮົາ ເຄີຍເວົ້ານໍາກັນວ່າ ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຮົາຕ້ອງປົກປັກຮັກສາ ຄືກັນກັບປົກປັກຮັກສາໜ່ວຍຕາຂອງຕົນເອງ ຂອງພວກເຮົາແຕ່ລະຄົນນັ້ນ.

ໃນໂອກາດ ຄົບຮອບ 135 ປີ ວັນເກີດຂອງ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ພວກເຮົາໄດ້ມີການຈັດຕັ້ງ ຊົມວິດີໂອທີ່ຜ່ານໄປຫວ່າງກີ້ນີ້ ເຖິງວ່າວິດີໂອນີ້ສັ້ນໆ ແຕ່ວ່າກໍໄດ້ວາດພາບໃຫ້ເຫັນໝົດ ຄຸນສົມບັດສິນທໍາປະຕິວັດ, ຄວາມອົງອາດກ້າຫານ, ຄວາມເປັນແບບຢ່າງອັນໃຫຍ່ຫຼວງ ໃຫ້ຄົນຮຸ່ນພວກເຮົາໄດ້ຮໍ່າຮຽນເອົາຊີວິດ ການນໍາພາປະຕິວັດຂອງ ປະທານ ໂຮ່ຈິມິນ ໄວ້ໃນຈິດໃຈຂອງພວກເຮົາເປັນຢ່າງດີ ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ກໍຄິດວ່າ: ພວກເຮົາຕ້ອງເຮັດແນວໃດ ພັກຂອງພວກເຮົາຈະສືບຕໍ່ໃຫ້ເປັນພັກທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ໄດ້ຮັບຄວາມສັດທາຂອງປະຊາຊົນຂອງພວກເຮົາ, ພວກເຮົາຮໍ່າຮຽນເອົາສິ່ງທີ່ດີເລີດຂອງບັນດາຜູ້ນໍາຂອງພວກເຮົາ, ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໄວ້ເປັນອາວຸດ ເພື່ອປົກປັກຮັກສາ ຄວາມສາມັກຄີ, ສ້າງຂະບວນການ ເພື່ອເຮັດໃຫ້ພັກຂອງພວກເຮົາ ສືບຕໍ່ເປັນພັກນໍາໜ້າ, ເປັນພັກປະຕິວັດ, ສືບຕໍ່ເປັນພັກກໍາອໍານາດຕໍ່ໄປ ຢ່າງບໍ່ໃຫ້ສັດຕູໂຕໃດມາມ້າງເພໄດ້, ອັນນີ້ພວກເຮົາໄດ້ເຫັນ ຊີວິດຂອງປະທານ ໂຮ່ຈິມິນ ນັ້ນກໍຄໍານຶງເຖິງແລ້ວ ເຮັດໃຫ້ເຮົາມີກໍາລັງແຮງ, ກໍາລັງໃຈ ເພື່ອສູ້ຊົນບຸກບືນ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆທີ່ເຮົາອາດຈະປະເຊີນໃນຕໍ່ໜ້ານີ້. ບໍ່ສະເພາະແຕ່ປະຊາຊົນຫວຽດນາມ, ປະຊາຊົນລາວ, ປະຊາຊົນກໍາປູເຈຍ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ຍົກຍ້ອງສັນລະເສີນ ປະທານ ໂຮ່ຈິມິນ ເທົ່ານັ້ນ, ແຕ່ວ່າປີ 1987 ອົງການ UNESCO ໄດ້ມີ ມະຕິສັນລະເສີນ ປະທານ ໂຮ່ຈິມິນ ວ່າເປັນວິລະຊົນປົດປ່ອຍຊາດ, ເປັນນັກວັດທະນະທໍາທີ່ດີເດັ່ນຂອງຍຸກສະໄໝ.

ເນື່ອງໃນໂອກາດ ວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວຄຳອວຍພອນອັນປະເສີດໃຫ້ ພັກກອມມູນິດຫວຽດນາມ ຈົ່ງສືບຕໍ່ພາລະກິດອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈິມິນ ເພື່ອເຮັດພາລະກິດ ພັດທະນາປະເທດຊາດຫວຽດນາມ ໃຫ້ຮັ່ງມີຈະເລີນຕໍ່ໄປ. ຂໍໃຫ້ຄວາມສາມັກຄີພິເສດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ທີ່ມີມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ຂອງພວກເຮົາ ສືບຕໍ່ໝັ້ນຄົງຕະຫຼອດໄປ, ຂໍໃຫ້ພາລະກໍາຂອງ ປະທານ ໂຮ່ຈິມິນ ຈົ່ງຍືນຍົງຢູ່ນໍາພາລະກິດຂອງພວກເຮົາຕະຫຼອດໄປ.

(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນ: ຫສພ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງ ໃນວັນທີ 16 ຕຸລານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ), ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະຜູ້ແທນ ສນຫລ, ນາຍ ແລະ ພົນທະຫານອາວຸໂສບໍານານ, ອົງການຈັດຕັ້ງພັກ-ລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 14-15 ຕຸລານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນເຄິ່ງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ໃນວັນທີ 8 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ ວັງພະອາທິດ ກຶມສຸສານ, ເພື່ອໄຫວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ປະທານ ກິມ ອິນ ຊຸງ ແລະ ສະຫາຍ ປະທານ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ເພີ່ມເຕີມ