ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V
ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງ ໃນວັນທີ 16 ຕຸລານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ), ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະຜູ້ແທນ ສນຫລ, ນາຍ ແລະ ພົນທະຫານອາວຸໂສບໍານານ, ອົງການຈັດຕັ້ງພັກ-ລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພນໂທ ແສງນວນ ໄຊຍະລາດ ໄດຮບແຕງຕງເປນປະທານ ສນຫລ ສະໄໝທ V - image 1
 

ກອງປະຊຸມຄັ້ງນີ້, ໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນສໍາຄັນ ໄດ້ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ແຜນພັດທະນານັກຮົບເກົ່າລາວ 5 ປີ; ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານນັກຮົບເກົ່າແຫ່ງຊາດລາວ ສະໄໝທີ IV ໃນໄລຍະ 5ປີຜ່ານມາ, ກົດລະບຽບສະຫະພັນນັກຮົບເກົ່າແຫ່ງຊາດລາວ ເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງ ສນຫລ ນອກຈາກນັ້ນ ກອງປະຊຸມກໍໄດ້ຮັບຟັງການປະກອບຄໍາຄິດເຫັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານຜູ້ຕາງໜ້າ ສະຫະພັນນັກຮົບເກົ່າແຂວງໄຊຍະບູລີ. ໄດ້ຮັບຮອງເອົາບຸກຄະລາກອນຄະນະບໍລິຫານງານ ສນຫລ ສະໄໝທີ V ຈໍານວນ 27 ສະຫາຍ ຍິງ 1 ສະຫາຍ; ໃນນັ້ນໄດ້ ຕົກລົງແຕ່ງຕັ້ງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເປັນປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ພົນໂທ ວົງຄຳ ພົມມະກອນ ເປັນຮອງປະທານ ທັງເປັນປະທານກວດກາຄະນະບໍລິຫານງານ ສນຫລ, ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ເປັນຮອງປະທານ, ສະຫາຍ ພັນເອກ ນາງ ຄໍາໂພ ສິດທິເສນ ເປັນຮອງປະທານກວດກາ.
ໃນໂອກາດດັ່ງກ່າວ ເພື່ອເປັນທິດຊີ້ນໍາເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະບໍລິຫານງານ ສນຫລ ໃນຊຸມປີຕໍ່ໜ້າ . ກອງປະຊຸມໄດ້ຮັບກ່ຽດ ເຂົ້າຮ່ວມ ແລະ ຮັບຟັງການ ໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຊຶ່ງກອ່ນອື່ນສະຫາຍໄດ້ມີບາງຄຳເຫັນ ສະເໜີໃຫ້ ບັນດາສະຫາຍຜູ້ແທນກອງປະຊຸມ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເອົາໃຈໃສ່ຜັນຂະຫຍາຍໜ້າທີ່ລວມຂອງພັກ, ຂອງລັດ ແລະ ຂອງອົງການສະຫະພັນນັກຮົບເກົ່າພວກເຮົາ ເພື່ອເປັນແຜນການເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບສະພາບຕົວຈິງ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດ ໃຫ້ເປັນຂະບວນຟົດຟື້ນ ຢ່າງກວ້າງຂວາງ ໃນທຸກຂົງເຂດວຽກງານ ແລະ ໃຫ້ເກີດມີໝາກຜົນຕົວຈິງ; ເອົາໃຈໃສ່ຊີ້ນໍາ-ນໍາພານັກຮົບເກົ່າ ເພີ່ມທະວີຄວາມສາມັກຄີຮັກແພງ ລະຫວ່າງ ນັກຮົບເກົ່າດ້ວຍກັນ, ສາມັກຄີຮັກແພງກັບທຸກໆຊັ້ນຄົນໃນສັງຄົມ ແລະ ເປັນກໍາລັງແຮງ ສັງລວມຂອງພັກ ຂອງລັດ ແລະ ຂອງຊາດ; ຊຶ່ງບັນດາສະຫາຍ ລ້ວນແລ້ວແຕ່ແມ່ນຜູ້ມີປະສົບການ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄືໃນການສ້າງສາພັດທະນາປະເທດຊາດ ບົດຮຽນນີ້ ຕ້ອງໄດ້ຖ່າຍທອດໃຫ້ລູກຫຼານເຮົາໃຫ້ຫຼາຍກວ່າເກົ່າ ແລະ ເຮັດໃຫ້ດີຂຶ້ນຕື່ມ, ພ້ອມນີ້ ໃຫ້ສືບຕໍ່ປັບປຸງຍົກລະດັບຖັນແຖວພະນັກງານນັກຮົບເກົ່າຕື່ມອີກ ເຮັດໃຫ້ນັກຮົບເກົ່າ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກເປັນປົກກະຕິ, ຮູ້ ແລະ ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ພ້ອມກັນທົບທວນຄືນມູນເຊື້ອຂອງພັກ, ມູນເຊື້ອວັດທະນະທໍາ, ປະເພນີອັນດີງາມຂອງຊາດ, ຂອງນັກຮົບເກົ່າ ແລະ ຂອງປະຊາຊົນບັນດາເຜົ່າ; ຫັນເອົາການເຄື່ອນໄຫວຂອງຕົນ ລົງສູ່ມະຫາຊົນຢູ່ຮາກຖານບ່ອນທີ່ ມີນັກຮົບເກົ່າດໍາລົງຊີວິດຢູ່ຕົວຈິງ ເຮັດໃຫ້ການສ້າງຮາກຖານ ຕິດພັນກັບການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງນັກຮົບເກົ່າ, ຕິດພັນກັບການປົກປ້ອງຜົນປະໂຫຍດຕົວຈິງຂອງເຂົາເຈົ້າ ມີຄວາມຮັບຜິດຊອບຕໍ່ການພັດທະນາຕົນເອງ ແລະ ໃຫ້ມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ; ບັນດາກະຊວງ-ອົງການ ໂດຍສະເພາະກໍແມ່ນກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງສືບຕໍ່ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ເອົາໃຈໃສ່ໃນການເບິ່ງແຍງຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ, ໃຫ້ໃກ້ຊິດຕິດແທດ ສະຫະພັນນັກຮົບເກົ່າລາວ ເພື່ອໃຫ້ອົງການຈັດຕັ້ງດັ່ງກ່າວ ມີຄວາມໜັກແໜ້ນ, ເຂັ້ມແຂງ ຍິ່ງໆຂຶ້ນ; ເປັນເຈົ້າການປະຕິບັດແນວທາງການພົວພັນຮ່ວມມືກັບສະມາຄົມນັກຮົບເກົ່າປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການໃນການຊີ້ນໍາ-ນໍາພາ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຕາມຄວາມເໝາະສົມ, ດຶງດູດເອົາການຮ່ວມມືລົງທຶນໃນຂະແໜງການຕ່າງໆຕາມເງື່ອນໄຂທີ່ພວກເຮົາມີ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານແນວທາງນະໂຍບາຍ, ລະບຽບຫຼັກການທີ່ວາງໄວ້; ເອົາໃຈໃສ່ເບິ່ງຄືນການເຄື່ອນໄຫວຂອງຕົນເອງໃນໄລຍະຜ່ານມາ ເພື່ອເຮັດແນວໃດໃຫ້ຖືກຕ້ອງສອດຄ່ອງ ຕາມພາລະບົດບາດສິດ ແລະ ຂອບເຂດ
ໜ້າທີ່ຂອງຕົນ , ເບິ່ງຄືນທຸກໆເນື້ອໃນຂອງການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກຂອງ ສະຫະພັນນັກຮົບເກົ່າທຸກຂັ້ນ, ເອົາໃຈໃສ່ ແລະ ລົງເລິກເຂົ້າວຽກງານການປັບປຸງການຈັດຕັ້ງເປັນຫຼັກ, ແບບແຜນວິທີເຮັດວຽກ ເພື່ອໃຫ້ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດເປັນຫຼັກແຫຼ່ງ ແລະ ເຮັດໃຫ້ຂະບວນການນັກຮົບເກົ່າ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ສືບຕໍ່ຊີ້ນໍາ, ປະສານສົມທົບ ແລະ ສ້າງເງື່ອນໄຂໃຫ້ການຈັດຕັ້ງນັກຮົບເກົ່າ ທຸກຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດໄດ້ດີກວ່າເກົ່າ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ ນັກຮົບເກົ່າ ຫວັງວ່າສະຫະພັນນັກຮົບເກົ່າທຸກຂັ້ນ ກໍຄືນັກຮົບເກົ່າທຸກສະຫາຍ ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ແລະ ກ້າແກ່ນຂອງຊາດພວກເຮົາ ເດັດດ່ຽວເດີນຕາມເສັ້ນທາງ ແລະ ການນໍາພາຂອງພັກ ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບ ແລະ ຄວາມຫຍຸ້ງຍາກໃດ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ; ມາໃນເງື່ອນໄຂໃໝ່ນີ້, ບັນດາສະຫາຍ ຍັງຮັກສາໄວ້ໄດ້ມູນເຊື້ອ ແລະ ກຽດສັກສີອັນສູງສົ່ງຂອງຕົນ, ອັນນີ້ແມ່ນປະເສີດ ແລະ ມີຄວາມໝາຍສໍາຄັນຫຼາຍ ແລະ ຈະຍັງຕ້ອງສືບຕໍ່ ຍົກສູງຄັນທຸງອັນນີ້ຕໍ່ໄປ, ເພື່ອໃຫ້ເປັນເສົາຄໍ້າ ແລະ ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ຮຸ່ນລູກ ຮຸ່ນຫຼານ ເພື່ອໃຫ້ລູກຫຼານເຮົາໄດ້ຮໍ່າຮຽນ, ສືບທອດ ແລະ ສືບຕໍ່ພາລະກິດຂອງພັກ, ຂອງຊາດ, ສ້າງປະເທດຊາດ ໃຫ້ຈະເລີນສີວິໄລ ແລະ ເຊື່ອໝັ້ນວ່າ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າລາວ ສະໄໝທີ V ນີ້ ຈະສືບຕໍ່ມູນເຊື້ອຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມກັນສ້າງຕົນເອງ ເພື່ອນໍາພາວຽກງານນັກຮົບເກົ່າໃຫ້ມີການພັດທະນາຮອບດ້ານ ໄປພ້ອມໆກັບການພັດທະນາລວມຂອງປະເທດຊາດ.

ສະຫາຍ ພນໂທ ແສງນວນ ໄຊຍະລາດ ໄດຮບແຕງຕງເປນປະທານ ສນຫລ ສະໄໝທ V - image 2
 

ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ

ຄໍາເຫັນ

ຂ່າວເດັ່ນ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ