ໃນວັນທີ 30 ມີນາ 2024 ທີ່ຈະມາເຖິງນີ້ ເປັນມື້ເປີດປີທ່ອງລາວ 2024 ທີ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຊຶ່ງທາງເມືອງໄດ້ກຳນົດເອົາບໍລິເວນວັດປ່າມະຫາໂຊກໄຊຍະຣາມ ເປັນສະຖານທີ່ຈັດງານ ຕິດພັນກັບງານບຸນປ່ອນໃຈພະອຸປະຄຸດ. 
ພະອາຈານ ໂງ່ນຄຳ ພວງສະຫວັນ ເຈົ້າອະທິການວັດປ່າມະຫາໂຊກໄຊຍະຣາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວທອ້ຖິນເມື່ອບໍ່ດົນຜ່ານມາວ່າ: ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ທີ່ເມືອງອາດສະພັງທອງ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-30 ມີນາ ທີ່ຈະມາເຖິງນີ້, ທາງວັດປ່າມະຫາໂຊກໄຊຍະຣາມ ໄດ້ມີການຫ້າງຫາກະກຽມກິດຈະກຳການທ່ອງທ່ຽວບໍ່ວ່າຈະເປັນກິດຈະກຳ ກາບໄຫວ້ຂໍພອນອົງປູ່ອະນັນຕະໂຄມຄຳ, ອົງຍ່າພອນປະເສີດ, ປູ່ເວດສຸວັນ ແລະ ທ່ຽວຊົມນ້ຳຕົກຕາດຂະໜາດໃຫຍ່ທີ່ສ້າງຂຶ້ນໄວ້ຕ້ອນຮັບງານເປີດປີທ່ອງທ່ຽວລາວ 2024 ໂດຍສະເພາະ, ພ້ອມນີ້ ກໍຍັງໄດ້ກະກຽມສະຖານທີ່ຈັດງານ, ຫ້ອງນ້ຳ, ສະຖານທີ່ຈອດລົດ, ຈັດສັນໂຮງທານ ເພື່ອໄວ້ຕ້ອນຮັບ ແລະ ບໍລິການນັກທ່ອງທ່ຽວພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ຈະມາທ່ຽວພາຍໃນງານເປີດປີທ່ອງທ່ຽວທີ່ເມືອງອາດສະພັງທອງຄັ້ງນີ້. ພ້ອມນີ້ ທາງວັດຍັງຈະໄດ້ຈັດງານບຸນປ່ອນໃຈ ແລະ ອະພິເສກພະອຸປະຄຸດ, ບວງສວງວາງສີລາລືກພະສັງກະຈາຍ ແລະ ພະສິວະຣີ ບໍລິເວນໃຈກາງໜອງໃກ້ກັບພະອຸປະຄຸດ ຊຶ່ງທາງວັດແມ່ນຈະໄດ້ເລີ່ມພິທີປ່ອນໃຈພະອຸປະຄຸດໃນຄັ້ງວັນທີ 25 ໄປຈົນຮອດວັນທີ 30 ມີນາ 2024 .
ໂອກາດນີ້, ພະອາຈານ ໂງ່ນຄໍາ ພວງສະຫວັນ ຍັງໄດ້ເຊີນຊວນອອກຕົນຍາດໂຍມ, ຊາວພຸດທະບໍລິສັດທັງ 4 ທິດ ຈົ່ງມາຮ່ວມງານບຸນເປີດປີທ່ອງທ່ຽວລາວ ທີ່ເມືອງອາດສະພັງທອງ ແລະ ມາຮ່ວມເປັນເຈົ້າພາບ-ເຈົ້າສັດທາໃນງານປ່ອນໃຈ ແລະ ອະພິເສກພຣະອຸປະຄຸດ, ບວງສວງວາງສີລາລືກພະສັງກະຈາຍ ແລະ ພະສິວະຣີ ທີ່ວັດປ່າມະຫາໂຊກໄຊຍະຣາມ ໃນວັນທີ 30 ມີນາ 2024 ເປັນມື້ງາມຍາມດີ ຫວັງຢ່າງຍິ່ງວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈະເຂົ້າມາມີສ່ວນຮ່ວມໃນການເປັນເຈົ້າພາບ, ເຈົ້າສັດທາ ໃນງານເປີດປີທ່ອງທ່ຽວລາວ 2024 ທີ່ເມືອງອາດສະພັງທອງໃນຄັ້ງນີ້ດ້ວຍ.
(ຂ່າວ: ເມືອງອາດສະພັງທອງ)