ເມື່ອບໍ່ດົນມານີ້, ທ່ານ ຈິນດາວັນ ບຸດລາສີ ເຈົ້າເມືອງໆນອງ ພ້ອມຄະນະໄດ້ເດີນສຳຫຼວດແຫຼ່ງທ່ອງທ່ຽວທາງທຳມະຊາດ ກໍຄືຕົ້ນຝົນແສນຫ່າ ທີ່ມີສາຍພູລຳພຶງອ້ອມຮອບ ແລະ ດົງພູວຽງຕັ້ງຢູ່ໃນເຂດບ້ານຕະຫຼີງ ເມືອງນອງ ແຂວງສະຫວັນນະເຂດ
ການເດີນສຳຫຼວດຄັ້ງນີ້, ເພື່ອກຽມຄວາມພ້ອມດ້ານສະຖານທີ່ ຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມ ເພື່ອສຳຜັດກັບອາກາດທີ່ສົດຊື່ນ ອຸດົມສົມບູນໄປດ້ວຍທຳມະຊາດພູຜາປ່າໄມ້ທີ່ຂຽວສົດງົດງາມ ໂດຍສະເພາະຕົ້ນຝົນແສນຫ່າທີ່ມີລັກສະນະພິເສດກວ່າຕົ້ນໄມ້ຊະນິດອື່ນໆ ເປັນຕົ້ນໄມ້ທີ່ມີອາຍນ້ຳປົກຄຸມພາຍໃນຕົ້ນຂອງມັນເອງ ເຮັດໃຫ້ຕົ້ນໄມ້ນ້ອຍໃຫຍ່ພຶກ ສາຊາດທີ່ຢູ່ໃກ້ຄຽງມີຄວາມຊຸ່ມຊື່ນຢູ່ຕະຫຼອດເວລາ. ສະຖານທີ່ແຫ່ງນີ້ເໝາະແກ່ການພັກແຮມທ່ອງທ່ຽວແບບພະຈົນໄພ, ມັກຄວາມທ້າທາຍແມ່ນຢາກໃຫ້ມາສຳຜັດກັບໂຕເອງ.
ຈາກນັ້ນ, ທາງຄະນະນໍາເມືອງໄດ້ເດີນທາງຢ້ຽມຊົມໄມ້ຄະຍູງທີ່ໃຫຍ່ທີ່ສຸດທີ່ບ້ານສະວຶ ຊຶ່ງມີເສັ້ນຜ່າໃຈກາງປະມານແມັດກວ່າ ແລະ ມີລຳຕົ້ນສູງເຖິງ 25 ແມັດ. ໂອກາດນີ້, ທ່ານ ຈິນດາວັນ ບຸດລາສີ ຍັງໄດ້ເນັ້ນໜັກໃຫ້ອຳນາດການປົກຄອງບ້ານຈົ່ງພ້ອມພາກັນປົກປັກຮັກສາປ່າໄມ້ແຫ່ງນີ້ໃຫ້ຄົງຢູ່ສະພາບເດີມ, ຫ້າມບໍ່ໃຫ້ປະຊາຊົນບຸກລຸກທຳການຜະລິດໂດຍເດັດຂາດ ເພື່ອໃຫ້ປ່າໄມ້ແຫ່ງນີ້ມີຄວາມອຸດົມສົມບູນໄປດ້ວຍທຳມະຊາດ.
ຂ່າວ-ພາບ: ສະຫວັນນະເຂດ