(ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ)
ໂດຍ: ພູວັນ
ວັນທີ 22 ມີນາ 1955 ແມ່ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນວັນທີ່ມີຄວາມ ໝາຍສໍາຄັນທີ່ສຸດສໍາລັບຊາດລາວ ຄົນລາວ ຊຶ່ງເປັນເຫດການປະຫວັດສາດທີ່ຄົນລາວທັງຊາດບໍ່ອາດຫຼົງລືມໄດ້, ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດ, ທົບທວນຄືນບົດບາດການຊີ້ນໍາ-ນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເປັນການຈັດຕັ້ງສູງສຸດໃນລະບົບການເມືອງ ເຮັດໜ້າທີ່ຊີ້ນໍາ-ນໍາພາທຸກຂົງເຂດວຽກງານໃນລະບົບການເມືອງ.
ທ່ານ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວຜູ້ຮັກຊາດ ກໍາເນີດມາຈາກພັກກອມມູນິດອິນດູຈີນ ທີ່ຖືເອົາລັດທິມາກ-ເລນິນເປັນພື້ນຖານທິດສະດີໃນການກໍ່ສ້າງ ແລະ ປັບປຸງຕົນເອງ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນການຊີ້ນໍາ-ນໍາພາໆລະກິດປົດປ່ອຍຊາດ, ພາຍຫຼັງປະເທດຊາດໄດ້ຮັບການປົດປອ່ຍ ພັກກໍໄດ້ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານໄລຍະຂະຫຍາຍຂອງທຶນນິຍົມ. ເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ຊັ້ນຄົນຕ່າງໆໃຫ້ມີຄວາມຮັບຮູ້-ເຂົ້າໃຈບົດ ບາດການນໍາພາຂອງພັກ, ເປັນບ່ອນອີງໃຫ້ສະມາຊິກພັກໃນການຝຶກຝົນຫຼໍ່ຫຼອມຕົນເອງ ແນໃສ່ຍົກສູງບົດບາດການນໍາພາຂອງພັກ.
ທ່ານກ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະ 1 ປິຜ່ານມາ, ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໃນຖານະທີ່ເປັນອົງການຈັດຕັ້ງເສນາທິການຂອງພັກ ໄດ້ອອກແຮງປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຖິງແມ່ນວ່າຈະຕົກໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ມີຫຼາຍສິ່ງທີ່ເປັນອຸປະສັກທ້າທາຍຕໍ່ວຽກງານການເມືອງ-ແນວຄິດ ເປັນຕົ້ນດ້ານພາຫະນະ, ງົບປະມານຮັບໃຊ້ຈໍາກັດ, ບຸກຄະລາກອນບໍ່ທັນເຂັ້ມແຂງ... ແຕ່ຄະນະພັກພວກເຮົາກໍໄດ້ມີຄວາມຕັດສິນໃຈສູງໃນການຈັດຕັ້ງປະຕິບັດວຽກງານ. ເປັນຕົ້ນແມ່ນໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ວຽກງານການເມືອງ-ແນວຄິດທົ່ວປະເທດສໍາເລັດ 85% ຢູ່ບັນດາຮາກຖານພັກອ້ອມຂ້າງແຂວງ, ເມືອງ; ຈັດຝຶກອົບຮົມບໍາລຸງ-ຍົກລະດັບແນວທາງການເມືອງຂອງພັກຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກທີ່ບໍ່ທັນໄດ້ຮຽນຜ່ານທິດສະດີການເມືອງມາກ່ອນຈໍານວນ 8 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 516 ຄົນ ຍິງ 202 ຄົນ, ໃນນີ້ມີພະສົງ-ສາມະ ເນນຈໍານວນ 74 ອົງ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດພາຍໃນແຂວງດ້ວຍການຈັດຝຶກອົບຮົມວຽກງານໂຄສະນາ, ຫາງສຽງສັງຄົມໄດ້ຈໍານວນ 5 ຊຸດ, ມີຜູ້ເຂົ້າຮ່ວມຝຶກອົບຮົມ251 ຄົນ ຍິງ 64 ຄົນ; ຈັດຝຶກອົບຮົບວຽກງານຂໍ້ມູນຂ່າວສານ, ສື່ມວນຊົນໄດ້ 1 ຊຸດ, ມີຜູ້ເຂົ້າຮ່ວມຈໍານວນ 22 ຄົນ ຍິງ 6 ຄົນ.
ທ່ານກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ພວກເຮົາຈະສືບຕໍ່ຈັດຝຶກອົບຮົມບໍາລຸງ-ຍົກລະດັບແນວທາງການເມືອງຂອງພັກໃຫ້ສໍາເລັດຕາມກຸ່ມເປົ້າໝາຍຢູ່ບັນດາພະແນກການອ້ອມຂ້າງແຂວງ, ເມືອງຢ່າງໜ້ອຍໃຫ້ໄດ້ 10 ຊຸດ, ຝຶກອົບຮົມແນວຄິດ-ການເມືອງ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ໄດ້ເມືອງລະ 2 ຊຸດ, ສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາອົບຮົມ, ຫາງສຽງສັງຄົມໃຫ້ສົມຄູ່ກັບໜ້າທີ່ການເມືອງໃນເງື່ອນໄຂໃໝ່. ພ້ອມນີ້ກໍຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງການເມືອງຂອງພັກ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາກຸ່ມເປົ້າໝາຍດ້ວຍຫຼາຍວິທີ, ຫຼາຍຮູບການຢ່າງເປັນລະບົບຕໍ່ເນື່ອງທົ່ວເຖິງ ໂດຍສະເພາະບັນດາບ້ານລຽບຕາມຊາຍແດນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າໃນນາມສ່ວນຕົວ ແລະ ຕາງໜ້າໃຫ້ພະນັກງານສະມາ ຊິກພັກ, ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ, ຊີ້ນໍາ-ນໍາພາປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແນໃສ່ຮັກສາບົດບາດການນໍາພາຂອງພັກທີ່ເປັນກອງນໍາໜ້າໃນທຸກຂົງເຂດວຽກງານ.