ໂດຍ: ຕະວິນຍານ
ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວທີໄດ້ໝູນວຽນມາບັນຈົບຄົບຮອບ 69 ປີ (22/3/1955-22/3/2024), ສະຫາຍ ຄໍາສະຫວັນ ໂຄດໄຊ ຄະນະປະຈໍາພັກ ຮອງເຈົ້າເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຮູ້ສຶກວ່າ: ວັນທີ 22 ມີນາ ເປັນວັນທີ່ມີຄວາມໜາຍສຳຄັນອີກວັນໝຶ່ງທາງປະຫວັດສາດຂອງຊາດລາວ, ຍ້ອນພັກເຮົາ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ປົດປ່ອຍຊາດ ຊະນະກັບພວກຈັກກະພັດ ຈຶ່ງນໍາເອົາຄວາມເປັນເອກະລາດ, ອິດສະລະພາບ, ຄວາມສະເໝີພາບ ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເຈົ້າຕົນເອງ ແລະ ນຳເອົາຄວາມສົມບູນພູນສຸກ ມາສູ່ຊາດລາວ ແລະ ປະຊາຊົນບັນດາເຜົ່າ. ຕະຫຼອດໄລຍະ 69 ຜ່ານມາ, ພັກປະຊົນປະຕິວັດລາວ ໄດ້ຜ່ານຜ່າ ເສັ້ນທາງຢ່າງລະອິດລະອ້ຽວແຕ່ມີຜົນງານໃນຫຼາຍດ້ານໃນແຕ່ລະໄລຍະ ມີຄວາມເສຍສະລະອັນໃຫຍ່ຫຼວງ ແລະ ເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນ, ມາເຖີງປັດຈຸບັນ, ພັກຍິ່ງມີການເຕີບໃຫຍ່ຂະຫຍາຍຕົວ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ປະເທດຊາດມີຄວາມສະຫງົບ, ເສດຖະກິດໄດ້ຄ່ອຍຟື້ນຕົວຂຶ້ນພາຍຫຼັງພະຍາດໂຄວິດ-19 ຜ່ອນຄາຍລົງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຈິດໃຈຮັກຊາດ.
ຂ້າພະເຈົ້າ ເປັນພະນັກງານສະມາຊິກພັກ ໃນຍຸກໃໜ່ ຈະຂໍຈົດຈໍາບຸນຄຸນຂອງພັກບໍ່ມີວັນລືມ, ຂໍສັນລະເສີນການນໍາພັກ-ລັດ ທຸກໆທ່ານ ທີ່ໄດ້ເສຍສະຫຼະເຫື່ອແຮງ ສະຕິປັນຍາ, ຊີວິດ, ເລືອດເນື້ອ ບໍ່ຈັກວ່າທໍ່ໃດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ພ້ອມແລ້ວທີ່ຈະເດີນຕາມອຸດົມການຂອງພັກ, ຕັ້ງໜ້າເສີມຂະຫຍາຍທາດແທ້ ມູນເຊື້ອອັນດີງາມຂອງພັກ, ຄວາມອົງອາດກ້າແກ່ນ, ຈິດໃຈຮັກເຊື້ອແພງຊາດ ເພື່ອນໍາເອົາປະເທດຊາດອັນແສນຮັກຂອງຕົນກ້າວຂຶ້ນສູ່ສັງຄົມນິຍົມ. ຕົນເອງຈະສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນທີ່ມີຄວາມຮູ້, ຄວາມສາມາດ ເພື່ອປະກອບສ່ວນໃນພາລະກິດປ່ຽນແປງໃໝ່ຂອງພັກ ກໍຄື ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ມີການປ່ຽນແປງໃໝ່ ແລະ ຈະເລີນກ້າວໜ້າຂຶ້ນໄປເລື້ອຍ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ, ຂໍອວຍພອນ ແດ່ການນຳພັກ-ລັດ ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ຄວາມຈະເລີນ ແລະ ສຳເລັດພາລະກິດທີ່ພັກ-ລັດປະເທດຊາດມອບໝາຍໃຫ້.