ເມື່ອບໍ່ດົນມານີ້. ພະອາຈານ ບຸນທ່ຽງ ວິລະທໍາເມທິ ປະທານອົງການພຸດທະສາສະໜ່ສໍາພັນລາວ (ອພສ) ເມືອງແບງ ແຂວງອຸດົມໄຊ ໄດ້ນໍາເອົາເຄື່ອງນຸ່ງ, ເຂົ້າໜົມ ແລະ, ອຸປະກອນການຮຽນ ລວມມູນຄ່າທັງໝົດ 5 ກວ່າກີບ ໄປມອບໃຫ້ນັກຮຽນ, ຄູອາ-ຈານ ຢູ່ໂຮງຮຽນມັດທະຍົມສົມບູນ (ມສ) ນາງົວ ແລະ ໂຮງຮຽນປະຖົມນາງົວ.
ພິທີ ຄັ້ງນີ້ ໄດ້ມີທ່ານ ສົມສີ ບໍລິວັນ ກໍາມະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງແບງ, ທ່ານ ອຸ່ນຄຳ ສຸກສະຫວັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແບງ, ຕະຫຼອດຮອດ, ຄະນະອໍານວຍການໂຮງຮຽນ, ອົງການປົກຄອງບ້ານ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
ຈຸດປະສົງຂອງການມອບເຄື່ອງໃນຄັ້ງນີ້, ເພື່ອຊ່ວຍເຫຼືອຜູ້ທີ່ດອຍໂອກາດ, ຜູ້ທຸກຍາກເຂດຫ່າງໄກສອກຫຼີກ ແລະ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການຮຽນ-ການສອນ ທັງຄູ-ອາຈານ ແລະ ນ້ອງນັກຮຽນໃຫ້ມີກຳລັງໃຈ ໃນການພັດທະນາວຽກງານການສຶກສາໃຫ້ມີໃບໜ້າອັນໃໝ່ ທັງເປັນການຫຼຸດຜ່ອນລາຍຈ່າຍ ຂອງພໍ່ແມ່ນັກຮຽນ ແລະ ງົບປະມານຂອງໂຮງຮຽນ.
ທ່ານ ສົມສີ ບໍລິວັນ ປະທານແນວລາວສ້າງຊາດເມືອງແບງ ສະແດງຄວາມຂອບອົກຂອບໃຈມາຍັງ ພະອາຈານ ອາຈານ ບຸນທ່ຽງ ວິລະທໍາເມທິ ທີ່ໄດ້ເປັນຫ່ວງເປັນໄຍ, ມີນໍາໃຈເຫຼື້ອມໃສສະທາ ທີ່ໄດ້ນໍາເອົາເຄື່ອງມາມອບໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໃຫ້ບັນດາຄູ-ອາຈານ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນນໍາໃຊ້ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ຫັວງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ.
(ຂ່າວ: ສຶກສາ ເມືອງແບງ)