ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາ, ກະຊວງກະສິກຳ ປ່າໄມ້ ແລະ ປະມົງ ຂອງກຳປູເຈຍ ລາຍງານວ່າ: ພົບໂລມາອີຣະວະດີ ເກີດໃໝ່ອີກໜຶ່ງໂຕ ເຮັດໃຫ້ຈຳນວນລູກໂລມາເກີດໃໝ່ໃນກຳປູເຈຍເພີ່ມຂຶ້ນເປັນ 6 ໂຕແລ້ວໃນປີ 2024.
ທີມນັກວິໄຈຈາກສຳນັກງານບໍລິຫານງານປະມົງ ແລະ ອົງການກອງທຶນສັດປ່າໂລກ (WWF) ພົບລູກໂລມາໂຕໃໝ່ນີ້ບໍລິເວນແຫຼ່ງໂລມາໃນເຂດສົມໂບ ແຂວງກຣະແຈະ ໃນວັນທີ 25 ມີນາຜ່ານມາ ໂດຍລູກໂລມາດັ່ງກ່າວລອຍນໍ້າຢູ່ກັບໂລມາໃຫຍ່ອີກ 2 ໂຕ. ຂະນະດຽວກັນ, ກຳປູເຈຍພົບລູກໂລມາອິຣະວາດີຕາຍຈຳນວນ 2 ໂຕແລ້ວໃນໄລຍະຕົ້ນປີຜ່ານມາ.
ອີກຢ່າງໜຶ່ງ, ໂລມາອິຣະວະດີ ເປັນສັດທີ່ໃກ້ຈະສູນພັນຂັ້ນວິກິດໃນບັນຊີແດງຂອງສະຫະພາບລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ (IUCN) ຕັ້ງແຕ່ປີ 2004 ແລະ ຄາດວ່າມີໂລມາອິຣະວະດີອາໄສຢູ່ໃນແມ່ນໍ້າຂອງ ໄລຍະທາງ 180 ກິໂລແມັດ ລະຫວ່າງແຂວງສະຕຣຶງເຕຣງ ແລະ ແຂວງກຣະແຈະ ທາງຕາວັນອອກສ່ຽງເໜືອຂອງກຳປູເຈຍ ປະມານ 90 ໂຕ.