ຂ່າວສານຫວຽດນາມລາຍງານວ່າ: ບັນດາຖົງຢາງອາຫານທີ່ໃຊ້ແລ້ວ, ກະຕຸກນ້ຳໝາກເລັ່ນ ແລະ ພາຊະນະບັນຈຸອາຫານພາສຕິກ ແມ່ນຖືກຈັດລຽງຢູ່ໂຮງງານຈັດລຽງສິ່ງເສດເຫຼືອ Site Zeroຊຶ່ງເປັນໂຮງງານເຕັກໂນໂລຊີສູງໃນປະເທດຊູແອດ ຫວັງທີ່ຈະປະຕິວັດຂະແໜງການນຳເອົາພາສຕິກກັບມາໃຊ້ໃໝ່ຫຼື ລີໄຊເຄີນ.
ຂ່າວລະບຸວ່າ: ໂຮງງານ Site Zero ຕັ້ງຢູ່ນອກເມືອງໂມຕາລາຫ່າງຈາກນະຄອນຫຼວງສະຕອກໂຮມ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 200 ກິໂລແມັດ, ໂຮງງານ Site Zero ໄດ້ເປີດໃຫ້ບໍລິການຕັ້ງແຕ່ທ້າຍປີ 2023, ອີງຕາມອົງການອຸດສາຫະກໍາພາສຕິກທີ່ບໍ່ຫວັງຜົນກໍາໄລ (Swedish Plastic Recycling), ນີ້ແມ່ນໂຮງງານລີໄຊເຄີນພາສຕິກທີ່ໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດໃນໂລກ.
ທ່ານ ແມັດເທຍ ຟິລິບສັນ ຜູ້ອຳນວຍການໂຮງງານ Site Zero ໃຫ້ຮູ້ວ່າ: ໂຮງງານໄດ້ໃຊ້ແສງອິນຟາເຣດ, ແສງເລເຊີ, ກ້ອງຖ່າຍຮູບ ແລະ ປັນຍາປະດິດ (AI) ເພື່ອຈັດແຍກປະເພດຂີ້ເຫຍື້ອພາສຕິກ.ສາມາດປຸງແຕ່ງຂີ້ເຫຍື້ອໄດ້ 200.000 ໂຕນຕໍ່ປີ, ໂຮງງານແມ່ນໃຊ້ລະບົບອັດຕະໂນມັດເຕັມຮູບແບບສາມາດຄັດແຍກພລາສຕິກໄດ້ 12 ຊະນິດ ທຽບກັບໂຮງງານທົ່ວໄປທີ່ຄັດແຍກໄດ້ພຽງ 4 ປະເພດ. ໂຮງງານແຫ່ງນີ້ສາມາດຈໍາແນກພລາສຕິກສອງປະເພດທີ່ມີຄວາມຍືດຍຸ່ນ ເຊັ່ນ: PVC ແລະ PS, ທີ່ກ່ອນໜ້ານີ້ບໍ່ສາມາດນໍາມາໃຊ້ໃນຜະລິດຕະພັນໃໝ່ໄດ້.
ອີງຕາມອົງການປົກປັກຮັກສາສິ່ງແວດລ້ອມ ຊູແອດ (EPA)ແຈ້ງໃຫ້ຮູ້ວ່າ:ໃນປີ 2022, ຂີ້ເຫຍື້ອພລາສຕິກທີ່ນຳກັບມາໃຊ້ໃໝ່ມີພຽງແຕ່ 35% ເທົ່ານັ້ນ, ຕ່ຳກວ່າລະດັບສະເລ່ຍຂອງສະຫະພາບເອີຣົບ (EU) 40%.