ທີມງານແພດໂກຼບານແຄ (Global Care) ສ ເກົາຫຼີ ຮ່ວມກັບ ພະແນກສາທາລະນະສຸກແຂວງ ແລະ ທີມງານແພດໂຮງໝໍ ແຂວງໄຊຍະບູລີ ໄດ້ລົງຜ່າຕັດສົບແວ່ງ, ເພດານໂຫວ່, ບາດແຜດຶງກ້າມຊີ້ນຍ້ອນໄຟໄໝ້ ແລະ ນໍ້າຮ້ອນລວກ ໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນພາຍໃນແຂວງໄຊຍະບູລີ ຊຶ່ງໄດ້ດໍາເນີນການຜ່າຕັດ ໃນລະຫວ່າງວັນທີ 25-27 ມີນາ 2024. ທີມງານແພດຊ່ຽວຊານໂກຼບານແຄ ສ ເກົາຫຼີ ນໍາພາໂດຍທ່ານ ນາມ ເຊິງ ມິນ (NAM SEUNG MIN). ຜ່ານການເຄື່ອນໄຫວວຽກງານບໍລິການຜ່າຕັດຢູ່ໂຮງໝໍແຂວງ ເປັນເວລາ 3 ວັນ ໄດ້ມີຄົນເຈັບເຂົ້າມາກວດ ທັງໝົດ 22 ຄົນ, ໄດ້ຜ່າຕັດ 19 ຄົນ, 3 ຄົນ ບໍ່ໄດ້ຜ່າຕັດ (ຍ້ອນບໍ່ໄດ້ຢູ່ໃນເປົ້າໝາຍໂຄງການ); ໃນນີ້, ຜ່າຕັດສົບແວ່ງ 8 ຄົນ, ຜ່າຕັດເພດານໂຫວ່ 6 ຄົນ ແລະ ອື່ນໆ 5 ຄົນ.
ໃການຜ່າຕັດຢູ່ໂຮງໝໍແຂວງໃນຄັ້ງນີ້ດ ໃຊ້ທຶນທັງໝົດ 2 ຕື້ 426 ລ້ານກວ່າກີບ. ໃນນີ້, ທຶນສົມທົບຈາກໂຮງໝໍແຂວງໄຊຍະບູລີມີ 11 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນການຜ່າຕັດ, ຄ່າເດີນທາງໄປ-ກັບ, ຄ່າພັກເຊົາ, ຄ່າອາຫານ ແລະ ຂອງຂວັນຈໍານວນໜຶ່ງ. ພາຍຫຼັງການຜ່າຕັດສໍາເລັດທາງທີທງານແພດໂກຼບານແຄ ສ ເກົາຫຼີ ຍັງໄດ້ມອບເຄື່ອງຜ່າຕັດໃຫ້ກັບໂຮງໝໍແຂວງໄຊຍະບູລີ ຈໍານວນ 4 ເຄື່ອງ ມູນຄ່າ 734 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນວຽກງານຜ່າຕັດໃນຂັ້ນຕໍ່ໄປ.
(ຂ່າວ: ບຸນທີ)