ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງບັນດາກໍາມະການ, ອະນຸກໍາມະການຕ່າງໆ ມີຄວາມຄືບໜ້າໃນການກະກຽມຕາມຄວາມຮັບຜິດຊອບ ໃນການແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ຊຶ່ງແຂວງສາລະວັນເປັນເຈົ້າພາບ ໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ກອງປະຊຸມປຶກສາຫາລືລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບຈັດງານກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VII ສໍາເລັດຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດໄດ້ 2 ຄັ້ງ, ​ຮັບຮອງ​ເອົາວັນທີ 13 ທັນວາ 2024 ເປັນມື້ເປີດງານຢ່າງ​ເປັນ​ທາງ​ການ ແລະ ວັນທີ 22 ທັນວາ 2024 ເປັນມື້ປິດງານ, ​ສຳ​ເລັດການ​ປັບ​ປຸງ​ສີ​ສັນ, ຊຸດຊົນເຜົ່າຈໍານວນ 4 ເຜົ່າ (ເຜົ່າກະຕາງ, ເຜົ່າກະຕູ, ເຜົ່າຕະໂອ້ຍ, ເຜົ່າປະໂກະ) ທີ່ເປັນເອກະລັກທ້ອງຖິ່ນ ປະກອບໃສ່​ສັດ​ນຳ​ໂຊກ​ 12 ປະ​ເພດ​ກິ​ລາ, ກຳນົດເອົາສະໜາມຝຶກຊ້ອມ, ສະໜາມການແຂ່ງຂັນແຕ່ລະປະເພດກິລາ ຈະໃຫ້ສຳເລັດໃນເດືອນມີຖຸນາ ທີ່ຈະມາເຖິງນີ້ ລວມທັງກະກຽມທີ່ພັກໃຫ້ກັບຄູ ແລະ ນັກກິລາ ຄາດຄະເນຫຼາຍກວ່າ 5 ພັນຄົນ. ຈາກນັ້ນ, ກໍໄດ້ເຜີຍແຜ່ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງອະນຸກໍາມະການງານກິລານັກຮຽນມັດທະຍົມ ຄັ້ງທີ VII, ການສັບຊ້ອນບຸກຄະລາກອນໃສ່ບັນດາອະນຸກໍາມະການຕ່າງໆ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຕາມແຜນວຽກອັນລວມ, ຊຶງມີທັງໝົດ 35 ອະນຸກໍາມະການ, ນອນໃນ 10 ກໍາມະການ ເປັນຕົ້ນ: ກໍາມະການກອງເລຂາ, ເຕັກນິກ-ຈັດການແຂ່ງຂັນ, ກໍາມະການພິທີເປີດ-ປິດ, ງົບປະມານ-ການເງິນ ແລະ ລະດົມທຶນ, ກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງ, ທີ່ພັກ-ອາຫານ, ການຂົນສົ່ງ ແລະ ການປະດັບປະດາ, ກໍາມະການພິທີການຕ້ອນຮັບ ແລະ ຍ້ອງຍໍ, ການໂຄສະນາປະຊາສໍາພັນ, ກໍາມະການແພດ-ປະຖົມພະຍາບານ ແລະ ກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ບັນດາກໍາມະການ ກໍໄດ້ປະກອບຄໍາຄິດເຫັນຕໍ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນໃສ່ໃຫ້ມີຄວາມສອດຄ່ອງ, ຮັດກຸມ ແລະ ເປັນເອກະ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ມີີນາຜ້່ານມາ, ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ທັງເປັນຮອງປະທານຈັດງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)