ໃນວັນທີ 26 ມີນາ ຜ່ານມາ,ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ, ໂດຍມີສະຫາຍ ພົນຈັດຕະວາ ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ຄະນະພັກ-ຄະນະອໍານວຍການໂຮງຮຽນ, ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່, ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອໍານວຍການແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ກໍາແໜ້ນລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດລະບຽບວິໄນຂອງກອງທັບ, ໄປພ້ອມກັບ ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ກົມກອງທີ່ອາດຈະເກີດຂຶ້ນ, ປັບປຸງກໍ່ສ້າງພັກຕິດພັນກັບການກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ມີຄຸນນະພາບ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງກອງທັບໃຫ້ມີໝາກຜົນດີກວ່າເກົ່າ ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ຄຳອ້າຍ ທອງວັນ)