ສູນກາງແນວລາວສ້າງຊາດ(ສນຊ) ຈັດກອງປະຊຸມປາຖະກະຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ ຂຶ້ນເມື່ອບໍ່ດົນມານີ້ ທີ່ ສນຊ,ປາຖະກະຖາໂດຍທ່ານ  ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈໍາພັກ, ຄະນະພັກ, ຫົວໜ້າກົມ-ຮອງກົມ, ສູນຝຶກອົບຮົມ, ຫ້ອງການ, ຮອງປະທານບໍ່ປະຈໍາການ, ສະມາຄົມ, ສາສະໜາ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງ 2 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955 - 22 ມີນາ 2024) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946 - 21 ມີນາ 2024) 
ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍາໄດ້ສະພາບແວດລ້ອມ ຂອງການກໍາເນີດການເຕີບໃຫຍ່ຂະຫຍາຍຕົວ,ຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 69 ປີຜ່ານມາ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ຍົກໃຫ້ການຕໍ່ສູ້ອັນພິລະອາດຫານ ຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ ທີ່ໄດ້ຜ່ານຜ່າເສັ້ນທາງຕໍ່ສູ້ອັນລະອິດລະອ້ຽວ, ດຸເດືອດຂ້ຽວຂາດ ບໍ່ຍອມຈໍານົນຕໍ່ການຮຸກຮານ ຂອງຈັກກະພັດ ແລະ ເຫັນໄດ້ຄວາມປ່າເຖື່ອນ, ໂຫດຫ້ຽມ ຂອງພວກເຂົາທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ ຊຶ່ງໄດ້ກາຍເປັນວັນຄຽດແຄ້ນ ທີ່ປະຊາຊົນລາວທັງຊາດບໍ່ມີວັນຫຼົງລືມໄດ້. 
ການປາຖະກະຖາໃນຄັ້ງນີ້, ເພື່ອສຶກສາອົບຮົມ, ປຸກລະດົມ ແລະ ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ຂອງສະມາຊິກພັກ, ພະນັກງານ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານສູນກາງແນວລາວສ້າງຊາດ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງບັນດານັກຮົບ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນຫຼົງລືມໄດ້.
ຂ່າວ-ພາບ: ແສງຫຼ້າ